ຄະນະລັດຖະມົນຕີກະຊວງການເງິນຂອງສະຫະພາບຢູໂຣບ ທີ່ພົບປະກັນຢູ່ນະຄອນ
ຫລວງ Brussels ປະເທດເບລຢ້ຽມ ເມື່ອວັນເສົາວານນີ້ ກ່າວວ່າ ພວກເຂົາເຈົ້າໄດ້ທໍາຄວາມກ້າວໜ້າໃນການຮ່າງແຜນການນຶ່ງໂດຍສັງເຂບເພື່ອສ້າງຄວາມທຸ່ນທ່ຽງໃຫ້
ແກ່ພວກທະນາຄານ ແລະເພີ່ມງົບປະມານ ຊ່ວຍກອບກູ້ພວກປະເທດທີ່ໃຊ້ເງິນຢູໂຣ.
ຫລັງຈາກອະພິປາຍກັນເປັນເວລາຫລາຍຊົ່ວໂມງ ຄະນະລັດຖະມົນຕີໄດ້ເຫັນພ້ອມກັນ ເຖິງຄວາມຈໍາເປັນທີ່ຈະຕ້ອງປ້ອນເງິນຕື່ມອີກປະມານ 140 ພັນລ້ານໂດລາເຂົ້າໃສ່ບັນດາ
ທະນາຄານຢູໂຣບ ເພື່ອປ້ອງກັນບໍ່ໃຫ້ທະນາຄານເຫລົ່ານັ້ນຂາດທຶນໃນກໍລະນີທີ່ປະເທດ
ກຣີສຜິດສັນຍາຊໍາລະໜີ້.
ທ່ານນາງ Angela Merkel ນາຍົກລັດຖະມົນຕີເຢຍຣະມັນ ແລະທ່ານ Nicolas Sar
kozy ປະທານາທິບໍດີຝຣັ່ງ ບອກພວກຜູ້ສື່ຂ່າວເມື່ອວັນເສົາວານນີ້ວ່າ ໄດ້ມີການທໍາ
ຄວາມກ້າວໜ້າ ໃນລະຫວ່າງການປຶກສາຫາລືກັນ ແລະສະແດງຄວາມເຫັນໃນແງ່ດີວ່າ
ການແກ້ໄຂບັນຫາຈະເຮັດສໍາເລັດ ໃນກອງປະຊຸມສຸດຍອດໃນວັນພຸດຕໍ່ໜ້ານີ້
ພວກຜູ້ນໍາທັງສອງ ພົບປະກັນເມື່ອວັນເສົາວານນີ້ ທີ່ນະຄອນຫລວງ Brussels ເພື່ອ ສະສາງຂໍ້ແຕກຕ່າງຂອງພວກເຂົາເຈົ້າກ່ອນກອງປະຊຸມກັບພວກຜູ້ນໍາທີ່ໃຊ້ເງິນຢູໂຣອື່ນໆ
ໃນວັນອາທິດມື້ນີ້.
ເບິ່ງວີດີໂອກ່ຽວກັບການປະທ້ວງຢູ່ອີຕາລີ: