ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຢູໂຣບ ປະກາດແຜນການ ຫຼຸດໜີ້ສິນ ໃຫ້ແກ່ກຣິສ (ເບິ່ງວີດີໂອ)


ປະທານາທິບໍດີຝຣັ່ງ ທ່ານ Nicolas Sarkozy ຖະແຫຼງຂ່າວໃນຕອນທ້າຍຂອງກອງປະຊຸມສຸດຍອດບັນດາປະ ເທດທີ່ໃຊ້ເງິນຢູໂຣ ທີ່ນະຄອນ Brussels (27 ຕຸລາ 2011)
ປະທານາທິບໍດີຝຣັ່ງ ທ່ານ Nicolas Sarkozy ຖະແຫຼງຂ່າວໃນຕອນທ້າຍຂອງກອງປະຊຸມສຸດຍອດບັນດາປະ ເທດທີ່ໃຊ້ເງິນຢູໂຣ ທີ່ນະຄອນ Brussels (27 ຕຸລາ 2011)

ພວກຜູ້ນຳຂອງສະຫະພາບຢູໂຣບ ໄດ້ປະກາດກ່ຽວກັບແຜນການສະບັບນຶ່ງໃນວັນພະຫັດມື້ນີ້ ເພື່ອຫຼຸດຜ່ອນລົງຢ່າງສຳຄັນ ພາລະໜີ້ສິນຂອງກຣີສ ແລະເສີມຂະຫຍາຍກອງທຶນໃຫ້ຄວາມ
ຊ່ອຍເຫຼືອແກ່ບັນດາປະເທດທີ່ໃຊ້ເງິນຢູໂຣອັນເປັນພາກສ່ວນນຶ່ງໃນການດຳເນີນຄວາມພະຍາ
ຍາມໃນຂອບເຂດທີ່ກວ້າງຂວາງເພື່ອຈຳກັດຂອບເຂດວິກິດການໜີ້ສິນຂອງ​ເຂດຢູໂຣ.

ລຸນຫຼັງການເຈລະຈາກັນຢ່າງຂຸ້ນຂ້ຽວເປັນເວລາ 10 ຊົ່ວໂມງທີ່ນະຄອນ Brussels ພວກຜູ້
ນຳຂອງສະຫະພາບ​ຢູ​ໂຣບກ່າວວ່າ ພວກຕົນ​ໄດ້​ເກ້​ຍກ່ອມ​ໃຫ້ພວກນັກລົງທຶນຈາກພາກເອກ
ກະຊົນຮັບເອົາການສູນເສຍ 50% ຈາກພັນທະບັດຂອງລັດຖະບານກຣີສ ຊຶ່ງຈະຍັງຜົນໃຫ້ມີ ການຫຼຸດໜີ້ສິນຂອງກຣີສລົງເຖິງ 140 ຕື້ໂດລາ.

ການຕົກລົງທີ່ວ່ານີ້ຈະເຮັດໃຫ້ພັນທະໜີ້ສິນຂອງກຣີສຫຼຸດລົງມາ​ເຫລືອ​ຢູ່ 120% ຂອງຍອດ
ຜະລິດຮວມພາຍໃນ ຫຼື GDP ຂອງກຣີສພາຍໃນປີ 2020 ຈາກລະດັບ 160% ໃນເວລາ
ນີ້.

ເພື່ອໃຫ້ສາມາດຮັບມືໄດ້ກັບການສູນເສຍຈາກພັນທະບັດກຣີສນັ້ນທະນາຄານທີ່ສຳຄັນໆຂອງ
ຢູໂຣບຈະຕ້ອງໄດ້ຊອກຫາເງິນມາເພີ່ມຕື່ມ 148 ຕື້ໂດລາພາຍໃນເດືອນມິຖຸນາປີໜ້າ.

ນອກນັ້ນ ພວກຜູ້ນຳຂອງສະຫະພາບຢູໂຣບຍັງໄດ້ຕົກລົງກັນທີ່ຈະ​ເສີມກຳລັງໃຫ້ແກ່ກອງທຶນ
ຊ່ອຍເຫຼືອປະເທດໃຊ້ເງິນຢູໂຣທີ່ໄດ້ຫຼ່ອຍຫຼໍລົງໄປແລ້ວນັ້ນ ໂດຍຈະເພີ່ມ​ຊັບພະຍາກອນ​ຂອງ
ກອງທຶນນີ້ຂຶ້ນ​ເປັນ 1 ພັນ 400 ຕື້ໂດລາ.

ຕະຫຼາດຄ້າຮຸ້ນຂອງຢູໂຣບໄດ້ມີປະຕິກິລິຍາຕອບໄປໃນທາງບວກ ໂດຍທີ່ເງິນຢູໂຣບໄດ້ມີຄ່າ
ສູງຂຶ້ນ ລຸນຫຼັງທີ່ໄດ້ມີການປະກາດ ກ່ຽວກັບແຜນການດັ່ງກ່າວ. ຕະຫຼາດຮຸ້ນທີ່ກຸງລອນດອນ
ປາຣີ ແລະນະຄອນ Frankfurt ຕ່າງກໍມີລາຄາສູງຂຶ້ນເວລາເປີດຕະຫຼາດໃນຕອນເຊົ້າມື້ນີ້.

ລັດຖະມົນຕີກະຊວງການເງິນຝຣັ່ງທ່ານ Francois Baroin ກ່າວວ່າການຕົກລົງທີ່ວ່ານີ້ໄດ້
ຍັງຜົນໃຫ້ມີການຊ່ອຍກອບກູ້ ການໃຊ້ເງິນສະກຸນດຽວກັນຂອງຢູໂຣ ໂດຍກ່າວຕໍ່ວິທະຍຸຝຣັ່ງ
ວ່າ ມັນຈະສ້າງຄວາມທຸ່ນທ່ຽງໃຫ້ແກ່ບັນດາປະເທດທີ່ໃຊ້ເງິນຢູໂຣແລະການເຕີບໂຕຂອງເສດ
ຖະກິດໂລກ. ປະທານທະນາຄານໂລກ ທ່ານ Robert Zoellick ໄດ້ກ່າວຊົມເຊີຍການຕົກ
ລົງດັ່ງກ່າວດັ່ງດຽວກັນກັບພວກເຈົ້າໜ້າທີ່ຢູ່ຈີນແລະຍີ່ປຸ່ນ.

XS
SM
MD
LG