ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຢຍຣະມັນ ຮຽກຮ້ອງ ໃຫ້ຮວມຕົວ ທາງການເມືອງ ໃນຢູໂຣບ


ທ່ານນາງ Angela Merkel ນາຍົກລັດຖະມົນຕີເຢຍຣະມັນ
ທ່ານນາງ Angela Merkel ນາຍົກລັດຖະມົນຕີເຢຍຣະມັນ

ທ່ານ​ນາງ Angela Merkel ນາຍົກລັດຖະມົນຕີ​ເຢຍຣະມັນ​ກ່າວ​ວ່າ ຢູ​ໂຣບຈຳ​ເປັນ​ຕ້ອງ​
ໄດ້​ທຳ​ການ​ເຄື່ອນ​ໄຫວ​ຫຼາຍ​ໄປ​ກວ່າ​ການ​ໃຊ້​ເງິນ​ຢູ​ໂຣຮ່ວມ​ກັນເພື່ອສ້າງຕັ້ງການ​ຮວມຕົວ
​ກັນ​ທາງ​ດ້ານ​ການ​ເມືອງສຳ​ຫຼັບແກ້​ໄຂ​ວິ​ກິດ​ການ​ໜີ້ສິນ​ຂອງລັດຖະບານ​ໃນ​ຢູ​ໂຣບ.

ຜູ້ນຳ​ຂອງ​ເຢຍຣະມັນກ່າວ​ວ່າ ລັດຖະບານ​ ຂອງ​ແຕ່ລະ​ປະ​ເທດ ຢູ່​ໃນ​ເຂດ 17 ປະເທດ​ທີ່​
ໃຊ້​ເງິນ​ຢູ​ໂຣ ຈຳ​ເປັນຈະ​ຕ້ອງ​ໄດ້​ຍອມ​ໂອນ​ອຳນາດ​ເທື່ອ​ລະ​ເລັກ​ລະ​ນ້ອຍ ໃຫ້​ຢູ​ໂຣບ​ເປັນ​ຜູ້
​ຄວບ​ຄຸມ ອັນ​ເປັນ​ຂໍ້​ສະ​ເໜີ​ທີ່​ຍັງ​ມີ​ການ​ຖົກ​ຖຽງ​ໂຕ້​ແຍ້​ງ ​ຢູ່​ໃນ​ທະວີບ​ດັ່ງກ່າວ. ທ່ານ​ນາງ​
ກ່າວ​ຕໍ່​ໂທລະພາບ​ສາ​ທານະ​ລະ​ຂອງ​ເຢຍຣະມັນວ່າ ການ​ຮວມຕົວ​ກັນ​ທາງ​ດ້ານ​ການ​ເງິນ​
ພຽງ​ຢາງ​ດຽວ​ແມ່ນ​ບໍ່​ພຽງພໍ ແລະ​ບັນດາປະ​ເທດທີ່ຢູ່​ໃນ​ເຂດ​ໃຊ້​ເງິນ​ຢູ​ໂຣ ຈຳ​ເປັນ​ຕ້ອງ​ໄດ້​
ລົງມະຕິ​ຮັບ​ເອົາ​ນະ​ໂຍບາຍດ້ານ​ງົບປະມານ​ຮ່ວມ​ກັນ ຕະຫຼອດທັງ​ສ້າງຕັ້ງສົກ​ງົບປະມານ
​ຮ່ວມ ​ໂດຍ​ສະ​ເພາະແລ້ວ​ແມ່ນການ​ຮວມຕົວ​ກັນ​ທາງ​ດ້ານ​ການ​ເມືອງ.

ທ່ານ​ນາງ Merkel ຊຶ່ງ​ເປັນ​ຕົວ​ຕັ້ງຕົວ​ຕີ​ ເພື່ອ​ໃຫ້​ມີ​ການ​ນຳ​ໃຊ້​ມາດ​ຕະການ​ປະຢັດ​ມັດ
ທະ​ຍັດ​ເພື່ອ​ແກ້​ໄຂ​ວິ​ກິ​ດການ​ໜີ້ສິນ​ຂອງ​ເຂດ​ໃຊ້​ເງິນ​ຢູ​ໂຣ ຊຶ່ງ​ໃນ​ເວລານີ້ ພວມ​ກ້າວ​ເຂົ້າ
ສູ່​ປີ​ທີ​ສາມ ​ແລະ​ພວມ​ປະ​ເຊີນ​ກັບ​ບັນຫາ​ທ້າ​ທາຍ​ໃໝ່ ຈາກ​ສະພາບຄວາມ​ອ່ອນແອ​ລົງ​
ຂອງ​ທະນາຄານ​ໃນ​ສະ​ເປ​ນ ​ແລະ​ຄວາມ​ບໍ່​ແນ່ນອນ ທາງ​ດ້ານ​ການ​ເມືອງ​ໃນ​ກຣີສທີ່​ມີ
ໜີ້ສິນ​ຖ້ວມ​ຫົວນັ້ນ. ຜູ້ນຳ​ຂອງ​ເຢຍຣະມັນ ຊຶ່ງ​ເປັນ​ຜູ້​ກຳກັບ​ນຳ​ເສດຖະກິດ​ທີ່​ເຂັ້ມ​ແຂງ​
ທີ່​ສຸດ​ໃນຢູ​ໂຣບໄດ້​ຮັບ​ຄວາມ​ກົດດັນ​ຫຼາຍ ຂຶ້ນຈາກ​ປະທານາທິບໍດີ​ສະຫະລັດ ທ່ານ​ບາ
ຣັກ ​ໂອ​ບາ​ມາ ນາຍົກລັດຖະມົນຕີອັງກິດ ທ່ານ​ເດ​ວິດ ຄາ​ເມີຣອນ ​ແລະ​ພວກ​ຜູ້ນຳ​ຄົນ​
ອື່ນໆ​ໃນ​ສັບ​ປະດານີ້ ​ເພື່ອ​ຊ່ອຍເຮັດ​ໃຫ້​ເສດຖະກິດທີ່​ຊົບ​ເຊົາ​ຂອງ​ຢູ​ໂຣບ ມີ​ການ​ຂະ
ຫຍາຍ​ໂຕ.

ທ່ານ​ນາງ Merkel ກ່າວ​ໃນ​ການ​ໃຫ້​ສຳພາດ​ວ່າ ປາສະຈາກ​ຄວາມ​ແຂງ​ແກ່ນ​ທາງ​ດ້ານ​
ເສດຖະກິດ​ແລ້ວ ຈະ​ບໍ່​ສາມາດ ​ມີ​ການ​ເຕີບ​ໂຕ​ໄດ້ ການ​ຢັບຢັ້ງ​ ໃນ​ການ​ໃຊ້​ຈ່າຍ​ແມ່ນ​ມີ​
ຄວາມ​ສຳພັນ​ກັນ​ຢ່າງ​ໃກ້ຊິດ​ ກັບ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ.

XS
SM
MD
LG