ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສດຖະກິດກຣີສ ໄດ້ຮັບການບັນເທົາ ຈາກເງິນຊ່ອຍເຫຼືອຮອບ 2


ເຈົ້າຂອງລົດແທັກຊີທີ່ພາກັນນັດຢຸດງານ ພວມຂັບລົດຜ່ານຫໍຄອຍສີຂາວໃນເມືອງ Thessaloniki ຊຶ່ງເປັນບ່ອນ ທ່ອງທ່ຽວທີ່ສຳຄັນ ໃນພາກເໜືອຂອງກຣີສ ຂະນະທີ່ພວກນັກທ່ຽວຫຼຽວເບິ່ງ (21 ກໍລະກົດ 2011)
ເຈົ້າຂອງລົດແທັກຊີທີ່ພາກັນນັດຢຸດງານ ພວມຂັບລົດຜ່ານຫໍຄອຍສີຂາວໃນເມືອງ Thessaloniki ຊຶ່ງເປັນບ່ອນ ທ່ອງທ່ຽວທີ່ສຳຄັນ ໃນພາກເໜືອຂອງກຣີສ ຂະນະທີ່ພວກນັກທ່ຽວຫຼຽວເບິ່ງ (21 ກໍລະກົດ 2011)

ກຣີສໄດ້ສະແດງອອກຊຶ່ງຄວາມໂລ່ງໃຈ ລຸນຫຼັງທີ່ໄດ້ຮັບການໃຫ້ຄວາມຊ່ອຍເຫຼືອສຸກເສີນ
ທາງດ້ານການເງິນຮອບທີ 2 ຈາກສະຫະພາບຢູໂຣບທີ່ແນໃສ່ເພື່ອປ້ອງກັນບໍ່ໃຫ້ກຣີສຜິດ
ສັນຍາ ໃນການຈ່າຍໜີ້ສິນຂະໜາດໃຫຍ່ຂອງຫຼວງແລະສ້າງຄວາມທຸ່ນທ່ຽງໃຫ້ແກ່ເງິນຕາ
ຮ່ວມຂອງຢູໂຣບ.

ສະຫະພາບຢູໂຣບແລະອົງການກອງທຶນສາກົນ IMF ໄດ້ບັນລຸການຕົກລົງກັນໃນວັນພະ
ຫັດວານນີ້ ທີ່ນະຄອນ Brussels ເພື່ອຊ່ອຍກອບກູ້ເສດຖະກິດຂອງກຣີສ ອີກຮອບນຶ່ງ
ປະມານ 155 ພັນລ້ານໂດລາ. ນອກນັ້ນແລ້ວກຣີສຍັງສາມາດທຳການກູ້ຢືມດ້ວຍຄວາມ
ສະມັກໃຈເພີ່ມຕື່ມ ຈາກພາກສ່ວນເອກກະຊົນເພື່ອຊ່ອຍປົກຄຸມຊ່ອງຫວ່າງທາງດ້ານການ
ເງິນ.

ປະທານຂອງສະຫະພາບຢູໂຣບ ທ່ານ Herman van Rompuy ແລະທ່ານ Jose
Manuel Barroso ປະທານກຳມາທິການຢູໂຣບ ຊຶ່ງເປັນຄະນະບໍລິຫານຂອງສະຫະ
ພາບຢູໂຣບນັ້ນກ່າວວ່າ ພວກທີ່ເຂົ້າຮ່ວມໄດ້ໃຫ້ການສະໜັບສະໜຸນ ຢ່າງເປັນເອກກະ
ສັນຕໍ່ແຜນການໃຫ້ຄວາມຊ່ອຍເຫຼືອທີ່ພວກທ່ານບັນຍາຍວ່າ ເປັນແຜນການ Marshall
ສຳລັບກຣີສ ເພື່ອຄໍ້າປະກັນກ່ຽວກັບເລື່ອງໜີ້ສິນ ແລະປ້ອງກັນບໍ່ໃຫ້ວິກິດການ ແຜ່ລາມ
ອອກໄປ.

ລັດຖະມົນຕີກະຊວງການເງິນຂອງກຣີສທ່ານ Evangelos Venizelos ກ່າວວ່າ ແຜນ
ການຊ່ອຍເຫຼືອທີ່ວ່ານີ້ແມ່ນໄດ້ຊ່ອຍບັນເທົາຢ່າງໃຫຍ່ຕໍ່ເສດຖະກິດຂອງກຣີສຊຶ່ງຈະຄ່ອຍໆ
ໃຫ້ຜົນ ແກ່ເສດຖະກິດທີ່ແທ້ຈິງນັ້ນ. ແຕ່ທ່ານ Venize los ກ່າວຕື່ມວ່າກຣີສຈະບໍ່ຜ່ອນ
ຜັນໃນການດຳເນີນຄວາມພະຍາຍາມເພື່ອລຶບລ້າງໜີ້ສິນຂອງຕົນນັ້ນ.

XS
SM
MD
LG