ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວິກິດການເສດຖະກິດໃນຢູໂຣບ ສົ່ງຜົນກະທົບຕໍ່ ຫລາຍໆປະເທດ ໂຮມທັງລາວນໍາ (ເບິ່ງວີດີໂອ ລາວ-ອັງກິດ)


ວິກິດການເສດຖະກິດໃນຢູໂຣບ ສົ່ງຜົນກະທົບຕໍ່ ຫລາຍໆປະເທດ ໂຮມທັງລາວນໍາ (ເບິ່ງວີດີໂອ ລາວ-ອັງກິດ)
ວິກິດການເສດຖະກິດໃນຢູໂຣບ ສົ່ງຜົນກະທົບຕໍ່ ຫລາຍໆປະເທດ ໂຮມທັງລາວນໍາ (ເບິ່ງວີດີໂອ ລາວ-ອັງກິດ)

ວິກິດການເສດຖະກິດຂອງຢູໂຣບ ກໍາລັງສົ່ງຜົນກະທົບຢ່າງໃຫຍ່ໄປທົ່ວໂລກ ແລະພາໃຫ້ ເກີດຄວາມເປັນຫ່ວງວ່າ ຖ້າວິກິດການນີ້ຫາກບໍ່ຍຸຕິລົງໃນໄວໆນີ້ແລ້ວ ມັນກໍຈະແຜ່ລາມ ອອກໄປສູ່ຫລາຍໆປະເທດທີ່ເພິ່ງພາພາກພື້ນຢູໂຣບ ເພື່ອໃຫ້ຊື້ສິນຄ້າສົ່ງອອກຂອງພວກ ເຂົາເຈົ້ານັ້ນ. ນັກຂ່າວວີໂອເອ Al Pessin ສົ່ງລາຍງານມາຈາກນະຄອນຫລວງ Brussels ຂອງປະເທດ Belgium ຊຶ່ງດາຣາຈະນໍາລາຍລະອຽດມາສະເໜີທ່ານ.

ເບິ່ງວີດີໂອ ລາຍງານພາສາລາວ:

ຟັງລາຍງານພາສາລາວ:

ພວກປະເທດພວມພັດທະນາຫລາຍໆ​ປະ​ເທດ ​ແມ່ນຈະຢູ່ລອດຫລືພັງທະລາຍລົງ​ໃນ​ດ້ານ
ເສດຖະກິດ ກໍຍ້ອນຄວາມເຂັ້ມແຂງຂອງການສົ່ງອອກຂອງພວກເຂົາເຈົ້າ.

ບໍ່ວ່າຈະເປັນພວກຄົນງານເຫລົ່ານີ້ໃນອິນເດຍ ທີ່ຜະລິດເຄຶ່ອງອາໄຫລ່ລົດ ຫລືພວກ​ທີ່​ກໍາລັງປະດິດເຄຶ່ອງຊອບແວຄອມພິວເຕີ.

ຫລືພວກຄົນງານປູກກາເຟໃນປະ​ເທດລາວ ຫລືພວກສານຜ້າພົມໃນອີຈິບ.

ພວກ​ເຂົາ​ເຈົ້າທັງໝົດ ​ແມ່ນມີສິ່ງນຶ່ງຮ່ວມກັນ ຄືພວກລູກຄ້າລາຍສໍາຄັນທີ່​ສຸດຂອງເຂົາ
ເຈົ້າ ແມ່ນປະຊາຊົນຢູ່ໃນພາກພື້ນຢູໂຣບ ແລະຂົງເຂດອື່ນໆທີ່ຈະເຣີນແລ້ວ.

ທ່ານ Philippe de Buck ຜູ້ອໍານວຍການໃຫຍ່ຂອງອົງການ BUSINESSEUROPE
ຊຶ່ງເປັນອົງການຈັດ​ຕັ້ງຂອງ​ບັນດາສະພາການຄ້າຂອງພວກ​ປະ​ເທດ​ໃນ​ສະຫະ​ພາບຢູໂຣບ
ກ່າວວ່າ:

“ສໍາລັບປະເທດ​ເຫລົ່າ​ນັ້ນສ່ວນຫລາຍ ສະຫະພາບຢູໂຣບຖືວ່າ​ເປັນ​ພາຄີ​ດ້ານ​
ທຸລະ​ກິດທີ່ ຖ້າວ່າບໍ່ສໍາຄັນທີ່ສຸດແລ້ວ ກໍ​ແມ່ນ​ນຶ່ງ​ໃນ​ພວກ​ພາຄີ​ທີ່​ສໍາຄັນ​ທີ່​ສຸດ​
ຂອງ​ເຂົາ​ເຈົ້າ ສໍາລັບການຄ້າ ການລົງທືນ ການນໍາເຂົ້າ ແລະການສົ່ງອອກ.”

ແຕ່ວ່າໃນຂະນະທີ່ວິກິດການການເງິນຂອງຢູໂຣບ​ ໄດ້​ບີບບັງຄັບໃຫ້ພວກ ລັດຖະບານ
ທັງຫລາຍຕ້ອງໄດ້ຕັດງົບປະມານຂອງ​ເຂົາ​ເຈົ້າລົງ ແລະ​ເຮັດ​ໃຫ້ເສດຖະກິດຊັກຊ້າລົງ​ນັ້ນ ຜູ້ອຸບປະໂພກບໍລິໂພກຈໍານວນຫລາຍ​ກໍມີເງິນໃຊ້ຈ່າຍໜ້ອຍລົງ ແລະນັ້ນກໍກໍາລັງສົ່ງຜົນ
ກະທົບ ຄື​ກັນ​ກັບ​ກະ​ແສຄື້ນ ຊັດອອກໄປທົ່ວໂລກ.

ແມ່ນແຕ່ປະເທດເສດຖະກິດຍັກໃຫຍ່ຄືຈີນນັ້ນ ກໍບໍ່ລອດ​ພົ້ນ​ຈາກບັນຫາຂອງຢູໂຣບໄດ້.
ທ່າເຮືອນະຄອນ​ຊຽງ​ໄຮ້​ຂອງຈີນນັ້ນ ຖືວ່າເປັນທ່າເຮືອ ທີ່ສໍາຄັນແຫ່ງນຶ່ງສໍາລັບຜະລິດ
ຕະພັນສົ່ງ​ອອກຂອງປະເທດ ແຕ່ລັດຖະບານຈີນໄດ້ປະກາດວ່າ ການເຕີບໂຕຢ່າງ​ໄວດ້ານ
ການສົ່ງອອກຂອງຕົນ ​ໄດ້ຊັກຊ້າລົງໃນເດືອນກັນຍາຜ່ານມາ ຍ້ອນຄວາມຮຽກຮ້ອງຕ້ອງ
ການ ລຸດນ້ອຍ​ລົງ ຢູ່​ໃນຢູໂຣບແລະສະຫະລັດ.

ນັກ​ຄົ້ນ​ຄ້ວາ​ດ້ານ​ເສດຖະກິດ Zolt Darvas ທີ່​ອົງການ​ຄົ້ນ​ຄ້ວາ Bruegel ຢູ່​ນະຄອນ
ຫລວງ Brussels ກ່າວ​ວ່າ ຄວາມ​ຮຽກຮ້ອງ​ຕ້ອງການ​ສິນຄ້າ​ທີ່​ລຸດຕໍ່າລົງ​ນັ້ນ ມີ​ທ່າ​ທາງ
ວ່າ​ຈະ​ແກ່ຍາວ​ຕໍ່​ໄປ​ອີກ​ຫລາຍ​ປີໃນ​ບາງ​ປະ​ເທດ​ຢູ​ໂຣບ ຫລື​ອາດ​ຈະ​ດົນ​ກ່ວາ​ນັ້ນ​ອີກ​ຊໍ້າ.
ທ່ານ Darvas ກ່າວວ່າ:

“ໂດຍສ່ວນໃຫຍ່​ແລ້ວ ຜົນກະທົບແມ່ນຈະຂຶ້ນຢູ່ກັບວ່າ ວິກິດການການເງິນຂອງ
ຢູໂຣບຈະຖືກຄວບຄຸມໄດ້ຫລືບໍ່ ຫລືວ່າຈະຮ້າຍ​ແຮງ​ໜັກຂຶ້ນອີກ. ຖ້າຫາກວ່າມັນ
ຮ້າຍ​ແຮງ​ໜັກຂຶ້ນ ແລະຢູໂຣບຕົກ​ຢູ່​ໃນສະພາວະຖອຍຫລັງຢ່າງ​ໜັກແລ້ວ ກໍແນ່
ນອນວ່າຈະເກີດຜົນກະທົບໄປທົ່ວໂລກ ບໍ່ແມ່ນແຕ່​ໃນພວກ​ເສດຖະກິດທີ່ກໍາລັງ
ໂຜ່ໂຕຂຶ້ນມາ ແຕ່ຍັງຈະກະທົບ​ໄປເຖິງສະຫະລັດ ແລະພວກປະເທດອື່ນໆທີ່ຈະ
ເລີນແລ້ວນັ້ນນໍາ ​ແລະບາງທີ ກໍ​ອາດ​ຈະ​ຮ້າຍ​ແຮ​ງໜັກຫລາຍ ຫລາຍທີ່ສຸດ.”

ແຕ່ທ່ານ Mario Monti ອະດີດເຈົ້າໜ້າທີ່ຝ່າຍເສດຖະກິດຂອງສະຫະພາບຢູໂຣບ ໃຫ້
ຂໍ້ສັງເກດວ່າ ທະວີບຢູໂຣບກໍຍັງມີຫລາຍປະເທດທີ່ເຂັ້ມແຂງທາງເສດຖະກິດຢູ່ ແຕ່ທ່ານ
ກ່າວວ່າ ບັນຫາໂດຍລວມນັ້ນ ອາດຈະບໍ່ຮ້າຍແຮງກັບເທົ່າ ທີ່ປາກົດເຫັນກັນ ຊື່​ງທ່ານ​
ກ່າວ​ຕໍ່​ໄປ​ວ່າ:

“ແນ່ນອນວ່າ ມັນມີວິກິດການອັນໃຫຍ່ໂຕ ດ້ານການທະນາຄານບວກ​ກັບ​ວິ​ກິດ
ການ​ດ້ານງົບປະມານຂອງ​ຫລວງ ຮວມເຂົ້າກັນຢູ່ໃນຫລາຍໆປະເທດ ທີ່ໃຊ້ເງິນ
ຢູໂຣ. ແຕ່​ວ່າ ຖ້າເຮົາ​ພິຈາລະນາເບິ່ງເຂດຢູໂຣທັງ​ໝົດ​ໂດຍລວມແລ້ວ ກໍຈະ​ເຫັນ
ວ່າບັນຫາ​ແມ່ນນ້ອຍກວ່າ ຢູ່ໃນສະຫະລັດ ​ໃນອັງກິດ ຫລື​ໃນຍີ່ປຸ່ນ.”

ທ່ານມອນຕີ ເຊື່ອວ່າ ຄວາມເຂັ້ມແຂງທາງເສດຖະກິດໃນບາງເຂດທີ່​ສູງ​ກ່ວາ​ເຂດ​ອື່ນໆ
ນັ້ນ ຈະຊ່ວຍໃຫ້ຢູໂຣບລອດພົ້ນຈາກວິກິດການ ທີ່ເປັນຢູ່ໃນປັດຈຸບັນນີ້ ໃນໄລຍະຍາວ.

ແຕ່ນັ້ນອາດເປັນຄໍາ​ເວົ້າ​ປອບ​ໃຈ​ທີ່​ມີ​ນໍ້າໜັກ​ນ້ອຍ​ຫລາຍ ສໍາລັບພວກທີ່ອາ​ໄສກາງຕໍ່ທະວີບ
ຢູໂຣບ ໃຫ້ເປັນຕະຫລາດທີ່ເຂັ້ມແຂງສໍາລັບຜະລິດຕະພັນ ແລະການບໍລິການຕ່າງໆຂອງ
ພວກເຂົາເຈົ້າ.

ເບິ່ງວີດີໂອ ລາຍງານພາສາອັງກິດ ທີ່ກົງກັບພາສາລາວ:

XS
SM
MD
LG