ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຢຍຣະມັນວ່າ ຢູໂຣບຈະຕັ້ງ ສູນກາງຄຸ້ມຄອງ ງົບປະມານຮ່ວມ


ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel
ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel

ນາຍົກລັດຖະມົນຕີເຢຍຣະມັນທ່ານນາງ Agela Merkel ກ່າວໃນຄຳປາໄສຕໍ່ສະພາແຫ່ງ
ຊາດໃນວັນສຸກມື້ນີ້ວ່າ ບັນດາປະເທດໃນຢູໂຣບພວມກ້າວໄປສູ່ການດຳເນີນນະໂຍບາຍງົບ
ປະມານຮ່ວມກັນ ໂດຍຈະມີການກຳກັບກ່ຽວກັບການປະຢັດ ໃນເລື່ອງງົບປະມານຫຼາຍຂຶ້ນ
ເພື່ອຮັບມືກັບວິກິດການໜີ້ສິນເຂດໃຊ້ເງິນຢູໂຣ.

ການໃຫ້ຄວາມເຫັນຂອງນາຍົກລັດຖະມົນຕີ Merkel ມີຂຶ້ນບໍ່ເທົ່າໃດຊົ່ວໂມງຫຼັງຈາກປະ
ທານາທິບໍດີຝຣັ່ງທ່ານ Nicolas Sarkozy ໄດ້ປະກາດໃນຄືນວັນພະຫັດວານນີ້ວ່າທ່ານ
ເອງແລະທ່ານນາງ Merkel ໃນຖານະທີ່ເປັນຜູ້ນຳເສດຖະກິດ ທີ່ໃຫຍ່ທີ່ສຸດສອງປະເທດ
ໃນຢູໂຣບ ອາດຈະນຳສະເໜີແຜນການໃໝ່ໃນອາທິດໜ້າ ເພື່ອຊ່ອຍກອບກູ້ຢູໂຣບຈາກວິ
ກິດການໜີ້ສິນແລະຊ່ອຍກອບກູ້ເງິນຢູໂຣເອົາໄວ້.

ປະທານາທິບໍດີ Sarkozy ບໍ່ໄດ້ໃຫ້ລາຍລະອຽດຫຍັງຫຼາຍ ກ່ຽວກັບຮູບຮ່າງຂອງຢູໂຣບ
ໃໝ່ ແຕ່ກໍເວົ້າວ່າ ປະເທດທັງສອງຈະຊຸກຍູ້ຂໍ້ຕົກລົງສະບັບໃໝ່ເພື່ອໃຊ້ແທນສົນທິສັນຍາ
Maastricht ສະບັບປີ 1992 ທີ່ສ້າງຕັ້ງສະຫະພາບຢູໂຣບແລະນຳພາໄປສູ່ການກຳເນີດ
ຂອງເງິນຢູໂຣໃນປີ 1999 ຊຶ່ງໃນເວລານີ້ໄດ້ເປັນເງິນຕາຂອງ 17 ປະເທດແຕ່ທ່ານ Sar-
kozy ເວົ້າວ່າ ມັນຈະບໍ່ສາມາດມີເງິນຕາຮ່ວມໄດ້ ຖ້າປາສະຈາກການບັນຈົບກັນທາງເສດ
ຖະກິດໃນຈຸດໃດຈຸດນຶ່ງຊຶ່ງເປັນທີ່ປາກົດວ່າແມ່ນໝາຍເຖິງການມີສູນກາງຄວບຄຸມເພີ່ມຂຶ້ນ
ກ່ຽວກັບເລື່ອງງົບປະມານຂອງປະເທດຕ່າງໆທີ່ໃຊ້ເງິນຢູໂຣນັ້ນ.

ການປ່ຽນແປງໃດໆກໍຕາມ ໃນສົນທິສັນຍາດັ່ງກ່າວ ແມ່ນຈະຕ້ອງໄດ້ຮັບການອະນຸມັດໂດຍ
ທັງໝົດ 27 ປະເທດສະມາຊິກຂອງສະຫະພາບຢູໂຣບຊຶ່ງ 10 ປະເທດໃນຈຳນວນນີ້ແມ່ນ
ມີເງິນຕາຂອງຕົນເອງ.

XS
SM
MD
LG