ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ສົນທິສັນຍາໃໝ່ ເພີ່ມການຄວບຄຸມ ເລື່ອງງົບປະມານ ໃນເຂດໃຊ້ເງິນຢູໂຣ


ນາຍົກລັດຖະມົນຕີອັງກິດ ທ່ານ David Cameron (ກາງ) ພວມຫຼຽວເບິ່ງນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel (ຊ້າຍ) ທີ່ກອງປະຊຸມສຸດຍອດສະຫະພາບຢູໂຣບ ທີ່ນະຄອນ Brussels (9 ທັນວາ 2011)
ນາຍົກລັດຖະມົນຕີອັງກິດ ທ່ານ David Cameron (ກາງ) ພວມຫຼຽວເບິ່ງນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel (ຊ້າຍ) ທີ່ກອງປະຊຸມສຸດຍອດສະຫະພາບຢູໂຣບ ທີ່ນະຄອນ Brussels (9 ທັນວາ 2011)

ສະມາຊິກສ່ວນໃຫຍ່ຂອງສະຫະພາບຢູໂຣບ ໄດ້ເຫັນພ້ອມນຳກັນໃນມື້ວັນສຸກວານນີ້ຮັບເອົາ
ຂໍ້ຕົກລົງສະບັບໃໝ່ ຊຶ່ງຈະເພີ່ມອຳນາດຄວບຄຸມຈາກສູນກາງຕໍ່ງົບປະມານຂອງລັດຖະບານ
ປະເທດຕ່າງໆ. ແຜນການທີ່ວ່ານີ້ແມ່ນເປັນການດຳເນີນຄວາມພະຍາຍາມເພື່ອແກ້ໄຂບັນຫາ
ໜີ້ສິນ ທີ່ພວມຂົ່ມຂູ່ຕໍ່ເງິນຢູໂຣຊຶ່ງເປັນເງິນຕາຮ່ວມຂອງສະຫະພາບຢູໂຣບແລະຜັກດັນໃຫ້ຢູ
ໂຣບກ້າວເຂົ້າສູ່ວິກິດການທາງດ້ານເສດຖະກິດ.

ໝົດທັງ 17 ປະເທດທີ່ໃຊ້ເງິນຢູໂຣ ໄດ້ຕົກລົງຮັບເອົາແຜນການທີ່ໄດ້ຊຸກຍູ້ໂດຍເຢຍຣະມັນ
ແລະຝຣັ່ງ ລຸນຫຼັງທີ່ໄດ້ມີການເຈລະຈາຫາລືກັນຢ່າງຍືດຍາວ ທີ່ກອງປະຊຸມສຸດຍອດຂອງສະ
ຫະພາບຢູໂຣບ ທີ່ນະຄອນ Brussels. ບາງປະເທດທີ່ບໍ່ໄດ້ໃຊ້ເງິນຢູໂຣ ກໍໄດ້ເຫັນດີນຳຍົກ ເວັ້ນອັງກິດຊຶ່ງເປັນນຶ່ງໃນຈຳນວນ 10 ປະ ເທດທີ່ບໍ່ໄດ້ໃຊ້ເງິນຢູໂຣໄດ້ຄັດຄ້ານຢ່າງແຂງຂັນ
ໂດຍກ່າວວ່າ ຕົນຍັງບໍ່ເຫັນພ້ອມກັບແຜນການທີ່ວ່ານີ້.

ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ກ່າວວ່າ ອັງກິດຈະບໍ່ເຂົ້າຮ່ວມນຳໃນ
ສົນທິສັນຍາສະບັບໃໝ່ຂອງສະຫະພາບຢູໂຣບ.

ປະທານາທິບໍດີຝຣັ່ງທ່ານ Nicolas Sarkozy ແມ່ນມີຄວາມຮູ້ສຶກເສຍໃຈກ່ຽວກັບການຕັດ
ສິນໃຈດັ່ງກ່າວແຕ່ທ່ານເວົ້າວ່າບັນດາປະເທດທີ່ບໍ່ໄດ້ໃຊ້ເງິນຢູໂຣກໍສາມາດເຂົ້າຮ່ວມສົນທິສັນ
ຍານີ້ໄດ້ຫຼັງຈາກປຶກສາຫາລືກັບສະພາແຫ່ງຊາດແລ້ວ.

ລາຄາຮຸ້ນແລະຄ່າຂອງເງິນຢູໂຣ ໄດ້ຖີບໂຕສູງຂຶ້ນໃນມື້ວັນສຸກວານນີ້ ຫຼັງຈາກໄດ້ມີການປະ
ກາດກ່ຽວກັບການຕົກລົງດັ່ງກ່າວ. ແຕ່ພວກນັກເສດຖະສາດ ຍັງມີຄວາມເຫັນບໍ່ລົງຮອຍກັນ
ກ່ຽວກັບວ່າຂໍ້ຕົກລົງສະບັບນີ້ຈະເປັນການພຽງພໍຫຼືບໍ່ເພື່ອປ້ອງກັນບໍ່ໃຫ້ເກີດວິກິດການໃນ
ດ້ານງົບປະມານອີກໃນອະນາຄົດແລະແກ້ໄຂບັນຫາຕ່າງໆໃນປັດຈຸບັນນີ້.

ປະທານທະນາຄານກາງຂອງຢູໂຣບ ທ່ານ Mario Draghi ເອີ້ນການຕົກລົງໃນຄັ້ງນີ້ວ່າ
ແມ່ນໄດ້ຮັບຜົນທີ່ດີຫຼາຍສຳລັບເຂດທີ່ໃຊ້ເງິນຢູໂຣ.

ພວກຜູ້ນຳຂອງສະຫະພາບຢູໂຣບຫວັງວ່າ ແຜນການທີ່ວ່ານີ້ ຈະເຮັດສະພາບການທີ່ຫຼໍ່ແຫຼມ
ຂອງຕະຫຼາດການເງິນທີ່ດຳເນີນມາໄດ້ຫຼາຍໆເດືອນແລ້ວນັ້ນ ງຽບສະຫງົບລົງໂດຍໄດ້ສະ
ເໜີການແກ້ໄຂໃນໄລຍະຍາວຕໍ່ວິກິການໜີ້ສິນຂອງບັນດາລັດຖະບານໃນເຂດໃຊ້ເງິນຢູໂຣ.
ກຣີສ ປອກຕຸຍການແລະໄອຣ໌ແລນ ຕ່າງກໍໄດ້ຮັບຄວາມຊ່ອຍເຫຼືອຈາກນາໆຊາດໄປແລ້ວ
ຍ້ອນມີບັນຫາໜີ້ສິນຢ່າງໜັກແລະພວກນັກວິເຄາະບາງຄົນມີຄວາມຢ້ານກົວວ່າ ອາດຈະມີ
ຄວາມຈຳເປັນທີ່ໜັກຂຶ້ນກວ່າເກົ່າສຳລັບສະເປນແລະອີຕາລີທີ່ເປັນໜີ້ຢ່າງຫຼວງຫຼາຍນັ້ນ.

XS
SM
MD
LG