ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນຫາເສດຖະກິດເຣັດໃຫ້ພັນທະບັດ ຂອງກຣີສຕົກລະດັບສູ່ຂນທີ່ບໍ່ມີ ປະໂຫຍດຫຍັງເລີຍ


S&P ໄດ້ຫລຸດອັນ​ດັບຂອງພັນທະບັດໄລຍະຍາວຂອງລັດຖະບານກຣີສສູ່ລະດັບ ບໍ່ຄ່ອຍເປັນປະໂຫຍດຍ້ອນບັນຫາທ້າທາຍທາງດ້ານການເມືອງເສດຖະກິດແລະງົບປະມານ.

ຕະຫລາດຮຸ້ນໃນທົ່ວຢູໂຣບໄດ້ຕົກລາຄາຢ່າງໃຫຍ່ເປັນມື້ທີ 2 ລຽນຕິດຫຼັງຈາກອົງການSTANDARD AND POOR ຫຼື S&Pໄດ້ຫລຸດຄະແນນຄວາມ​ໜ້າ​ເຊື່ອ​ຖື​ທາງ​ການ​ ເງິນຂອງປະເທດກຣີສແລະປອກຕຸຍການລົງ.

ໃນມື້ວານນີ້ S&Pໄດ້ຫລຸດອັນ ດັບຂອງພັນທະບັດໄລຍະຍາວຂອງລັດຖະບານກຣີສສູ່ລະດັບບໍ່ຄ່ອຍເປັນປະໂຫຍດ
ຍ້ອນບັນຫາທ້າທາຍທາງດ້ານການເມືອງເສດຖະກິດແລະງົບປະມານທີ່ກຳລັງປະເຊີນໜ້າລັດຖະບານກຣີສຢູ່. ນອກນັ້ນແລ້ວອົງການດັ່ງກ່າວຍັງໄດ້ຫລຸດລະດັບຄວາມ​ໜ້າ​ເຊື່ອຖືຂອງປອກຕຸຍການລົງ 2 ຂີດ.

ຂະນະດຽວກັນນາຍົກລັດຖະມົນຕີເຢຍຣະມັນທ່ານນາງ ANGELA MERKEL ພົບປະໃນວັນພຸດມື້ນີ້ກັບຫົວໜ້າທະນາຄານກາງຂອງຢູໂຣບແລະ ກອງທຶນສາກົນ IMF ເພື່ອປຶກສາຫາລືກ່ຽວກັບສະຖານະການ.

ໃນເຊົ້າມື້ນີ້ປະທານຂອງສະຫະພາບຢູໂຣບ ທ່ານ HERMAN VAN ROMPUY ກ່າວວ່າການເຈລະຈາກ່ຽວກັບໜີ້ສິນຂອງກຣີສຂອງບັນດາປະ ເທດໃນຢູໂຣບແມ່ນກຳລັງຢູ່ໃນທິດທາງທີ່ຖືກຕ້ອງ. ທ່ານກ່າວວ່າພວກຜູ້ນຳຂອງຢູໂຣບຈະພົບປະກັນໃນລະຫວ່າງວັນທີ 10 ພຶສະພາຈະມາເພື່ອປຶກສາຫາລືກ່ຽວກັບການໃຫ້ເງິນຊ່ອຍເຫລືອກຣີສ 60 ພັນລ້ານໂດລາ ໃຫ້ທັນກັບເວລາເພື່ອຫລີກລ້ຽງບໍ່ໃຫ້ມີ​ການ​ຊັກ​ຊ້າ​ໃນ​ການຊຳລະໜີ້ສິນ ຊຶ່ງຈຳນວນນຶ່ງນັ້ນກຣີສຈະມີກຳໜົດ​ຈະ​ຕ້ອງ​ໃຊ້​ຄືນໃນ ວັນທີ 19 ພຶສະພາຈະມານີ້.

XS
SM
MD
LG