ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ພວກຜູ້ນຳພັກການເມືອງກຣີສ ໃກ້ຈະຕົກລົງກັນໄດ້ແລ້ວ ກ່ຽວກັບການຕັດຄ່າໃຊ້ຈ່າຍ (ເບິ່ງວີດີໂອ)


ພວກຜູ້ນໍາ 3 ພັກການເມືອງທີ່ກຣີສ.
ວັນທີ 9 ກຸມພາ 2012.
ພວກຜູ້ນໍາ 3 ພັກການເມືອງທີ່ກຣີສ. ວັນທີ 9 ກຸມພາ 2012.

ການ​ໂອ້​ລົມ​ສົນທະນາ​ກັນ​ ຂອງ​ຄະນະ​ນໍາພາ​ດ້ານ​ການ​ເມືອງ​ຂອງກຣີສ ກ່ຽວ​ກັບວ່າ​ຈະ​ຮັບ
ເອົາ​ຄໍາ​ຮຽກຮ້ອງ​ຂອງ​ສະຫະພາບ​ຢູ​ໂຣບຫລື​ບໍ່ ທີ່​ຮຽກຮ້ອງ​ໃຫ້ກຣີສຕັດ​ລາຍ​ຈ່າຍ​ຂອງ​ຕົນ
ລົງ​ອີກນັ້ນ​ ໄດ້​ຢຸດ​ສະ​ງັກລົງໃນ​ຕອນ​ເຊົ້າ​ວັນ​ພະຫັດ​ມື້​ນີ້ ຊຶ່ງ​ຍັງ​ເຫຼືອ​ພຽງ​ແຕ່​ເລື້ອງ​ດຽວ​ເທົ່າ
ນັ້ນທີ​ຍັງ​ຕົກລົງ​ກັນ​ບໍ່​ໄດ້.ພວກ​ຜູ້​ນໍາ​ຂອງ 3 ພັກ​ການ​ເມືອງ​ທີ່​ປະກອບສ່ວນ​ຢູ່​ໃນ​ຄະນະ​ລັດ
ຖະບານ​ປະສົມ​ຈະ​ຕ້ອງເຫັນ​ພ້ອມ​ນໍາ​ກັນ​ກ່ຽວ​ກັບ​ການ​ຕັດ​ລາຍ​ຈ່າຍລົງນີ້ ກ່ອນ​ທາງ​ສະ
ຫະພາບ​ຢູ​ໂຣບ​ແລະ​ກອງ​ທຶນ​ສາກົນ ຫລື IMF ຈະອະນຸມັດ​ໃຫ້​ເງິນ​ຊ່ອຍ​ກູ້​ໜີ້​ສິນ​ອີກງວດ​
ໃໝ່​ທີ່ກຣີສຕ້ອງການ​ເປັນທີ​ສຸດ ນັ້ນ.

ລາຍ​ງານ​ເວົ້າ​ວ່າ ພວກ​ຫົວໜ້າ​ພັກ​ຕ່າງໆ​ແລະ​ນາຍົກລັດຖະມົນຕີ Lucas Papademos
ໄດ້​ເຫັນ​ດີ​ນໍາ​ຂໍ້​ສະ​ເໜີ​ທຸກໆ​ຂໍ້ ນອກຈາກ ການ​ຕັດ​ຄ່າ​ໃຊ້​ຈ່າຍ​ເບ້ຍ​ບໍານານ​ເທົ່າ​ນັ້ນ. ພວກ
ເຂົາ​ເຈົ້າ​ວາງ​ແຜນຈະທໍາ​ການ​ພົບ​ປະ​ຫາລື​ກັນ​ອີກ​ໃນ​ຕອນ​ບ່າຍ​ວັນ​ພະຫັດ​ມື້​ນີ້.

ໃນ​ຂະນະ​ດຽວ​ກັນ​ ລັດຖະມົນຕີ​ການ​ເງິນ ທ່ານ Evangelos Venizelos ກໍາລັງ​ເດີນ
ທາງມຸ້ງ​ໜ້າ​ໄປ​ຍັງ​ກຸງ Brussels ​ເພື່ອເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມ​ບັນດາ​ລັດຖະມົນຕີ​ການ
ເງິນ​ຂອງ​ພາກ​ພື້ນ​ທີ່​ໃຊ້​ເງິນ​ຢູ​ໂຣ​ໃນ​ຕອນ​ແລງ​ວັນ​ພະຫັດ​ມື້​ນີ້​ຕາມ​ເວລາ​ໃນ​ທ້ອງ​ຖິ່ນ. ພວກ
ລັດຖະມົນຕີ​ການ​ເງິນ​ເຫລົ່າ​ນີ້​ຈະ​ຕ້ອງ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ໃດໆ​ກໍ​ຕາມທີ່​ກຣີສຮັບ​ເອົາ
ຫລັງຈາກໄດ້​ມີ​ການນຳ​ໃຊ້​ມາດ​ຕະການ​ປະຢັດ​ມັດທະຍັດ​ແລ້ວ.

ຄໍາ​ຮຽກ​ຮ້ອງ​ຂອງ​ພວກ​ເຈົ້າ​ໜີ້​ລະຫວ່າງ​ຊາດ​ຕໍ່​ກຣີສນີ້ ​ແມ່ນ​ຮວມທັງໃຫ້ກຣີສຕັດ​ຄ່າ​ຈ້າງ​
ເງິນ​ເດືອນ​ໃນ​ອັດຕາ​ຕໍ່າ​ສຸດ​ລົງ 20​ ເປີ​ເຊັນ, ຕັດ​ໂຄງການ​ເບ້ຍ​ບໍານານ​ບາງ​ຢ່າງລົງ 15
ເປີ​ເຊັນ ​ແລະ​ໃຫ້​ລົບ​ລ້າງ​ໜ້າວຽກ​ຂອງ​ພວກ​ຂ້າ​ລັດຖະກອນພົນລະ​ເຮືອນ 15 ພັນ​ໜ້າ​
ວຽກ. ຖ້າ​ບໍ່​ມີ​ການ​ຮັບ​ຜ່ານຈາກ​ບັນດາ​ຜູ້​ນໍາ​ພັກ​ການ​ເມືອງ​ຂອງ​ກຣີສ​ແລ້ວທາງ​ບັນດາ​ຜູ້​
ໃຫ້​ເງິນກູ້​ຢືມ ​ກໍຈະ​ບໍ່​ອະນຸມັດ​ເງິນ​ກູ້ຢືມ​ງວດ​ໃໝ່​ໃນ​ຈໍານວນ 170 ຕື້​ໂດ​ລາ ອັນ​ເປັນ​ເງິນ​
ງວດ​ທີ​ສອງ ​ໃນ​ຮອບ 2 ປີ.

ກຣີສຕ້ອງການ​ເງິນ​ກ້ອນ​ນີ້​ ເພື່ອ​ຫລີກ​ລ້ຽງ​ການຜິດ​ສັນຍາ​ຊໍາລະ​ໜີ້​ສິນເວລາ​ຄ່າ​ໃຊ້​ຈ່າຍ
ສໍາລັບ​ພັນທະບັດ​ມູນ​ຄ່າ 19 ຕື້​ໂດ​ລາ​ກໍານົດຈະ​ມີ​ຂຶ້ນໃນ​ເດືອນ​ມີນາ​ຕໍ່ໜ້າ​ນີ້. ກຣີສກໍາ
ລັງ​ທໍາ​ການ​ເຈລະຈາເພື່ອ​ແລກປ່ຽນ​ພັນ ທະບັດ​ກັບ​ບັນດາ​ຜູ້​ໃຫ້​ກູ້​ຢືມ​ເງິນ ​ໂດຍ​ຂໍ​ຮ້ອງ
ໃຫ້​ພວກ​ເຈົ້າ​ໜີ້​ເຫລົ່າ​ນີ້​ຍອມຮັບ​ເອົາ​ເງິນ​ຈໍານວນ​ໜ້ອຍ​ກວ່າ​ທີ່​ກຣີສເປັນ​ໜີ້​ນັ້ນ.

ພວກ​ແຮງ​ງານ​ກຣີສ​ໄດ້​ທໍາ​ການ​ນັດ​ຢຸດ​ງານ​ທົ່ວ​ໄປມາແລ້ວຫລາຍ​ຄັ້ງ​ແລະ​ທໍາ​ການ​ເດີນ
ຂະ​ບວນປະ​ທ້ວງ​ຄັ້ງ​ໃຫຍ່​ຕາມ​ຖະໜົນ​ຫົນທາງ ໂດຍ​ກ່າວວ່າ ພວກ​ຕົນ​ບໍ່​ສາມາດ​ເສຍ
ສະລະ​ຕື່ມ​ອີກ​ໄດ້.

XS
SM
MD
LG