ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະບານກຣີສ ສະໜັບສະໜຸນ ຕໍ່ແຜນການ ລົງປະຊາມະຕິ ຂອງນາຍົກ (ເບິ່ງວີດີໂອ)


ທ່ານ George Papandreou, ນາຍົກລັດຖະມົນຕີກຣິສ.
ວັນທີ 1 ພະຈິກ 2011
ທ່ານ George Papandreou, ນາຍົກລັດຖະມົນຕີກຣິສ. ວັນທີ 1 ພະຈິກ 2011


















ບັນດາ​ລັດຖະມົນຕີ​ໃນ​ຄະນະ​ລັດຖະບານ​ຂອງ​ກຣິສ​ໄດ້​ໃຫ້ການ​ສະໜັບ ສະ​ໜຸນ​ຕໍ່​ແຜນການ​
ຂອງ​ນາຍົກລັດຖະມົນຕີ George Papandreou ທີ່​ຈະ​ຈັດການ​ລົງ​ປະຊາ​ມະຕິ​ກ່ຽວ​ກັບ​ຂໍ້
ຕົກລົງ​ຊ່ອຍ​ບັນ​ເທົາ​ໜີ້​ສິນ​ຂອງ​ສະຫະພາບ​ຢູ​ໂຣບນັ້ນ.

ໂຄສົກ​ລັດຖະບານ​ກຣິສ ກ່າວ​ຫລັງ​ຈາກ​ການ​ພົບ​ປະກັນ​ຢ່າງ​ຂຸ້ນຂ້ຽວ​ຂອງ​ຄະນະ​ລັດຖະບານ
ໃນ​ເຊົ້າ​ວັນ​ພຸດ​ມື້​ນີ້ວ່າ ການ​ລົງ​ປະຊາ​ມະຕິ​ຈະ​ມີ​ຂຶ້ນ​ໂດຍໄວເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້ຫລັງ​ຈາກ
ລາຍລະອຽດ​ຕ່າງໆ​ຂອງ​ຂໍ້ຕົກລົງ​ບັນເທົາໜີ້ສິນສະບັບ​ຫລ້າ​ສຸດ​ໄດ້​ບັນລຸ​ກັນ​ນັ້ນ.

ຄໍາ​ປະກາດ​ກ່ຽວ​ກັບ​ການ​ລົງ​ປະຊາ​ມະຕິ​ຂອງ​ທ່ານ Papandreou ​ໄດ້​ເຮັດ​ໃຫ້​ໂລກ​ງົງ​ງັນ​
ກັນໃນ​ວັນ​ອັງຄານ​ວານ​ນີ້ ​ແລະ​ໄດ້​ເຮັດ​ໃຫ້​ລາຄາ​ຕະຫຼາດ​ຮຸ້ນ​ຂອງ​ໂລກ​ລົດລົງ​ຢ່າງ​ຫລວງ
ຫລາຍຂະນະ​ທີ່​ພວກ​ນັກ​ລົງ ທຶນ​ສະ​ແດງ​ປະຕິ​ກິລາ​ຕໍ່​ຄວາມ​ບໍ່​ແນ່​ໃຈ​ຂຶ້ນ​ມາ​ຢ່າງ​ສໍາຄັນ​ໃນ
ເສດຖະກິດຂອງ​ຢູ​ໂຣບນັ້ນ. ພວກ​ຕະຫຼາດ​ຮຸ້ນ​ບາງ​ແຫ່ງ​ໃນ​ຢູ​ໂຣບ​ໄດ້​ຟື້ນ​ໂຕ​ຄືນ​ໃນ​ວັນ​ພຸດ
ມື້​ນີ້.

ນາຍົກລັດຖະມົນຕີກຣິສກ່າວ​ຕໍ່​ຄະນະ​ລັດຖະບານ​ຂອງ​ທ່ານ​ວ່າ ພວກ​ປະຊາຊົນ​ຈະ​ຖືກ​ຊັກ
ຖາມວ່າ ​ເຂົາ​ເຈົ້າ​ຢາກໃຊ້​ເງິນຢູ​ໂຣຕໍ່​ໄປອີກ​ຫລື​ບໍ? ຊຶ່ງ​ທ່ານ​ກ່າວ​ຕໍ່​ໄປ​ວ່າ ຂໍ້​ຕົກລົງ​ກັນ​ໃດໆ​
ກໍຕາມຈະ​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິ​ບັດ​ຕາມ​ກໍ​ຕໍ່​ເມືອ​ໃດ​ໄດ້​ຮັບ​ຄວາມ​ຍິນ​ຍອມ​ເຫັນ​ດີ​ຈາກ​ປະ
ຊາຊົນ​ກຣິສເທົ່າ​ນັ້ນ ​ແລະ​ວ່າ ທ່ານ​ຫວັງ​ວ່າ ຄວາມ​ປັ່ນ​ປ່ວນວຸ້ນວາຍ​ໃດໆ​ເກີດ​ຂຶ້ນ​ຈາກ​ຄໍາ
ປະກາດ​ທີ່​ບໍ່​ຄາດ​ໄວ້​ລ່ວງ​ໜ້າ​ນີ້ ກໍ​ຈະ​ດໍາ​ເນີນ​ໄປ​ເປັນ​ການ​ຊົ່ວຄາວ​ເທົ່າ​ນັ້ນ.

ນາຍົກລັດຖະມົນຕີກຣີສ​ໄດ້​ຖືກ​ຊັກ​ຖາມ​ມາ​ເພື່ອ​ໃຫ້​ຄໍາ​ຊີ້​ແຈງ​ກ່ຽວ​ກັບ​ພຶດຕິ​ກໍາ​ຂອງ​ທ່ານຕໍ່
ພວກຜູ້​ນໍາ​ຝຣັ່ງ​ແລະ​ເຢຍຣະມັນ​ກ່ອນ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ກຸ່ມ G20 ທີ່​ຈະ​ມີ​ຂຶ້ນ​ທີ່ປະ
ເທດ​ຝຣັ່ງນັ້ນ.

ພວກ​ສະມາຊິກ​ສະພາ​ຈໍານວນ​ນຶ່ງ​ໃນ​ພັກ​ສັງຄົມ​ນິຍົມ​ຂອງ​ນາຍົກລັດຖະມົນຕີ ຄັດ​ຄ້ານ​ຕໍ່
ການ​ລົງປະຊາ​ມະຕິກ່ຽວກັບການຮັບເອົາແຜນການ ດັ່ງກ່າວຂອງປະຊາຊົນ. ພວກ​ສະມາ​ຊິກ
ຂອງ​ພັກ​ບາງຄົນ​ຮຽກຮ້ອງ​ໃຫ້​ທ່ານ Papandreou ລາ​ອອກ​ຈາກ​ຕໍາ​ແໜ່​ງ​ແລະ​ລັດຖະບານ
ຂອງ​ທ່ານ​ຈະ​ປະເຊີນ​ກັບ​ການ​ລົງມະຕິ​ບໍ່​ໄວ້​ວາງ​ໃຈ​ຢູ່ໃນສະພາແຫ່ງຊາດໃນ​ວັນ​ສຸກ​ສັບປະ
ດານີ້​.

ພັກ Pasok ຂອງ​ນາຍົກລັດຖະມົນຕີມີສຽງ​ຂ້າງ​ຫລາຍ​ພຽງ​ແຕ່ 2 ສຽງເທົ່າ​ນັ້ນ​ໃນ​ສະພາ
ຫລັງຈາກ​ສະມາຊິກ​ຄົນ​ນຶ່ງ​ລາ​ອອກ​ຈາກ​ພັກ.

XS
SM
MD
LG