ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກຣັກໄກ້ຈະບັນຂໍ້ຕົກລົງ ກັບໄອແອັມແອັຟແລ້ວ


ນາຍົກລັດຖະມຸນຕີປະ​ເທດ​ເກຣັກ ຫລື​ກຣີສ ກ່າວ​ວ່າ ລັດຖະບານ​ຂອງ​ທ່ານ​ໄດ້ບັນລຸ​ຂໍ້​ຕົກລົງ​ກັບ​ສະຫະພາບ​ຢູ​ໂຣບ ​ແລະ​ກອງ​ທຶນ​ສາກົນ​ກ່ຽວ​ກັບ​ໂຄງການ​ຊ່ອຍ​ກູ້​ເສດຖະກິດຂອງ​ເກຣັກ ມູນ​ຄ່າ​ 160 ​ພັນ​ລ້ານ ດອນລາ. ທ່ານ George Papandreou ນາຍົກລັດຖະມຸນຕີ​ເກຣັກ ກ່າວ​ໃນ​ວັນ ອາທິດ​ມື້​ນີ້​ວ່າ ​ເງິນ​ກ້ອນ​ນີ້​ແມ່ນ​ຈຳ​ເປັນ ​ເພື່ອ​ຊ່ອຍ​ປະ​ເທດ​ເກຣັກຫລີກ​ລ່ຽງຈາກ​ການ​ລົ້ມ​ລະລາຍ ​ແລະ​ວ່າ​ປະ​ເທດ​ຊາດຈະ​ຕ້ອງ​ເຕັມ​ໃຈ​ທ່ີ​ຈະ​ ທຳ​ການ​ເສຍ​ສະລະ​ຢ່າງໃຫຍ່.
ໃນ​ວັນ​ເສົາ​ວານ​ນີ້ ປະຊາຊົນຫລາຍ​ພັນ​ຄົນ​ໄດ້​ພາກັນ​ໂຮມ​ຊຸມນຸມຢູ່​ນະຄອນຫລວງ​ Athens ຕໍ່ຕ້ານ​ແຜນການ​ຂອງ​ລັດຖະບານ​ທ່ີ​ຈະ​ຕັດ​ງົບ
ປະມານ​ລົງ​ຢ່າງ​ຫລວງ​ຫລາຍ​ນັ້ນ. ພວກ​ປະ​ທ້ວງ​ທຳ​ການ​ໂຈມ​ຕີ​ລົດ​ຕຳຫລວດ​ດ້ວຍ​ໄມ້ຄ້ອນ ​ແລະ​ແກວ່ງ ລະ​ເບີດ​ໄຟ​ໃນເມືອງຫລວງ​ຂອງ​ເກຣັກ​
ໃນວັນ​ກັມມະກອນສາກົນ ຫລື May Day ວັນ​ທີ 1 ພຶດສະພາ​ວານ​ນີ້. ຕຳຫລວດ​ໄດ້​ຍິງແກ​ສນ້ຳຕາ​ ໃສ່​ພວກໂຮມ​ຊຸມນຸມ ເພື່ອ​ໃຫ້​ເຂົາ​ເຈົ້າ​ແຕກ
ໜີ​ໄປ.

XS
SM
MD
LG