ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຢຍຣະມັນ ແລະຝຣັ່ງ ພະຍາຍາມຮັດແໜ້ນ ການຮ່ວມມື ໃນຂົງເຂດໃຊ້ເງິນຢູໂຣ ຄືນໃໝ່


ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel ແລະ ປະທານາທິບໍດີຝຣັ່ງ ທ່ານ Nicolas Sarkozy ທີ່ໄດ້ກ່າວວ່າ ຈະດໍາເນີນການຊຸກຍູ້ຄືນໃໝ່ ເພື່ອຮັດແໜ້ນການຮ່ວມມືທາງ ເສດຖະກິດ ໃນຂົງເຂດທີ່ໃຊ້ເງິນຢູໂຣ
ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel ແລະ ປະທານາທິບໍດີຝຣັ່ງ ທ່ານ Nicolas Sarkozy ທີ່ໄດ້ກ່າວວ່າ ຈະດໍາເນີນການຊຸກຍູ້ຄືນໃໝ່ ເພື່ອຮັດແໜ້ນການຮ່ວມມືທາງ ເສດຖະກິດ ໃນຂົງເຂດທີ່ໃຊ້ເງິນຢູໂຣ

ນາຍົກລັດຖະມົນຕີ​ເຢຍຣະມັນ ທ່ານ​ນາງ Angela Merkel ​ແລະ ປະທານາທິບໍດີ​ຝຣັ່ງ ທ່ານ Nicolas Sarkozy ​ໄດ້​ດໍາ​ເນີນ​ການ​ຊຸກຍູ້ຄືນ​ໃໝ່ ​ເພື່ອຮັດ​ແໜ້ນການຮ່ວມມື​ທາງ​ເສດຖະກິດ​ໃນ​ຂົງ​ເຂດທີ່​ໃຊ້​ເງິນ ຢູໂຣ ລຸນ​ຫລັງ​ທີ່ອົງກາ​ນ​ໃຫ້​ຄະ​ແນນ​ດ້ານ​ຄວາມ​ເຊື່ອ​ຖື Standard & Poor ຫລື S&P ​ເວົ້າວ່າ ອົງການ​ດັ່ງກ່າວ ອາດຈະຫລຸດຄະ​ແນນຄວາມ​ໜ້າເຊື່ອ​ຖື​ຂອງປະ​ເທດຕ່າງໆ ຢູ່​ທົ່ວພາກພື້ນ​ຢູ​ໂຣບ.

ໃນແລງ​ວັນ​ຈັນ​ວານ​ນີ້ ພວກ​ຜູ້​ນໍາຂອງ​ສອງເສດຖະກິດ​ໃຫຍ່​ທີ່​ສຸດໃນຢູ​ໂຣບ​ໄດ້ "​ເອົາ​ໃຈ​ໃສ່​ຕໍ່" ຄໍາ​ເຕືອນ​ຂອງອົງການ S&P ແລະ​ເວົ້າວ່າ ເຢຍຣະມັນ ​ແລະ​ຝຣັ່ງ “​ມີຄວາມ​ສາມັກຄີ​ກັນ​ຢ່າງ​ເຕັມ​ປ່ຽມ” ໃນການຕັດສິນ​ໃຈ ທີ່​ຈະ​ດໍາ​ເນີນ "ທຸກ​ມາດ​ຕະການ” ທີ່ຈຳເປັນ​ເພື່ອຄໍ້າ
ປະກັນສະ​ເຖຍລະພາບ​ຂອງ​ເຂດທີ່​ໃຊ້​ເງິນ​ຢູ​ໂຣ.

ອົງການ Standard & Poor ​ໄດ້​ປະກາດ​ວ່າ ຕົນອາດ​ຕັດ​ຄະ​ແນນສູງ ສຸດ ​3 ​ໂຕ A ຂອງ 15 ປະ​ເທດ​ໃນ​ຈໍານວນ 17 ປະ​ເທດ​ທີ່​ໃຊ້​ເງິນ​ຢູ​ໂຣ ລວມທັງຝຣັ່ງ ​ແລະເຢຍຣະ
ມັນນັ້ນລົງ ຖ້າຫາກບັນດາ​ປະ​ເທດ​ເຫຼົ່ານີ້ ບໍ່ ທໍ​າການ​ເຄື່ອນ​ໄຫວ​ທີ່​ໜັກ​ແໜ້ນ ​ແລະຮອບ
ດ້ານ ​ເພື່ອ​ເຮັດ​ໃຫ້​ວິ​ກິດ​ການໜີ້ສິນ​ຂອງທະວີບຢູ​ໂຣບ ສິ້ນສຸດ​ລົງ.

ໃນ​ຕອນ​ເຊົ້າຂອງວັນ​ດຽວກັນ​ ທ່ານ​ນາງ Angela Merkel ​ແລະທ່ານ Nicolas Sarkozy ​ໄດ້ຮຽກຮ້ອງ​ໃຫ້​ມີສົນທິສັນຍາ​ໃໝ່ ຂອງ​ສະຫະພາບ​ຢູ​ໂຣບ ​ເພື່ອ​ຄວບຄຸມ​ການ​ໃຊ້​ຈ່າຍ. ຜູ້​ນໍາ​ທັງ​ສອງ​ທ່ານ ​ຢາກ​ຈະ​ນໍາ​ເອົາ ມາດຕະຖານ​ດ້ານ​ງົບປະມານ​ທີ່​ເຄັ່ງ​ຄັດ​ແບບ​ດຽວກັນໝົດ ມາ​ໃຊ້​ຕໍ່ 27 ປະ​ເທດ​ໃນສະຫະພາບ​ຢູ​ໂຣບ ​ແລະ​ກໍ​ຈະ​ລົງ​ໂທດ​ໃນ​ທັນ​ທີ​ທັນ​ໃດ​ ຕໍ່ປະ​ເທດ​ຕ່າງໆ ຖ້າ​ຫາກ​ວ່າມີ​ການລະ​ເມີດ​ກົດ​ລະບຽບ​ການ​ໃຊ້​ຈ່າຍ.

ເປົ້າໝາຍກໍ​ຄື​ວ່າ ​ເພື່ອ​ເຮັດ​ໃຫ້ມີ​ການກວດກາ​ ການ​ຂາດ​ດຸ​ນງົບປະມານ ​ແລະ​ຫລີກລ້ຽງການ​ຊ່ວຍ​ກອບກູ້ຂອງ​ນາໆຊາດ ດັ່ງ​ທີ່​ໄດ້​ເຮັດ​ໃຫ້​ເຫັນມາ​ແລ້ວ ໃນກຣີກ, ​ໄອແລນ ​ແລະ ປອກ​ຕຸຍ​ໂກ. ​ແຜນການ​ດັ່ງກ່າວ ຈະ​ໄດ້​ຖືກ ນໍາ​ສະ​ເໜີ​ໃຫ້​ຕໍ່​ພວກ​ຜູ້​ນໍາປະ​ເທດຢູ​ໂຣບ​ອື່ນໆ ກ່ອນໜ້າ ​ກອງ​ປະຊຸມ​ສຸດ​ຍອດ 2 ສອງ​ມື້ທີ່​ຈະ​ເລີ່ມຂຶ້ນ​ໃນວັນ​ພະຫັດທີ່​ຈະ​ມາ​ເຖິງ​ນີ້ ເພື່ອ
ສົນທະນາຫາລື​ກັນ ຊອກ​ຫາ​ວິທີ​ແກ້​ໄຂ​ວິ​ກິດ​ການໜີ້ສິນຂອງຢູ​ໂຣບ.

ທ່ານ Nicolas Sarkozy ​ກ່າວວ່າ ບັນດາ​ປະ​ເທດ​ທີ່​ໃຊ້​ເງິນ​ຢູ​ໂຣຄວນ​ທໍາ​ການ​ປ່ຽນ​ແປງ ພາຍ​ໃນ​ທ້າຍເດືອນ​ມີນາ​ນີ້. ທ່ານ​ກ່າວ​ຢໍ້າອີກ​ວ່າ ມັນ​ເປັນ​ການ​ສໍາຄັນ​ຫລາຍ​ທີ່​ເຢຍລະ​ມັນ ​ແລະ​ຝຣັ່ງ​ຕ້ອງເປັນ​ປະ​ເທດ​ນໍາໜ້າ​ໃນ​ການ​ແກ້​ໄຂ​ວິ​ກິດ​ການ​ອັນ​ນີ້.

XS
SM
MD
LG