ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

4 ປະເທດໃນຢູໂຣບສັ່ງຫ້າມ ຂາຍຮຸ້ນອອກ​ ເວລາ​ລາຄາຫຸ້ນ​ຕົກ


ພຄາຫຸນຄົນນງຫົວອອກມາ ດວຍຄວາມດີໃຈ ເມອເຫັນລາຄາຫຸນຂນ ທແຟຣງເຟີຕ, ເຢຍລະມັນ, ວັນທີ 11 ສິງຫາ 2011.
ພຄາຫຸນຄົນນງຫົວອອກມາ ດວຍຄວາມດີໃຈ ເມອເຫັນລາຄາຫຸນຂນ ທແຟຣງເຟີຕ, ເຢຍລະມັນ, ວັນທີ 11 ສິງຫາ 2011.

ຝຣັ່ງ ອິຕາລີ ສະເປນ ແລະເບລຢ້ຽມ ໄດ້ສັ່ງຫ້າມບໍ່ໃຫ້ຂາຍຫຸ້ນອອກ​ເວລາ​ຫຸ້ນຕົກລາຄາ
ນັ້ນ ໃນ​ຄວາມ​ພະຍາຍາມເພື່ອລະງັບ​ຄວາມ​ປັ່ນ​ປ່ວນ​ໃນຕະຫລາດ ທີ່​ທະວີ​ຮ້າຍ​ແຮງ​ຂຶ້ນ
ຫລັງຈາກມີຂ່າວລືກ່ຽວກັບບັນຫາໜີ້ສິນ ຈໍານວນມະຫາສານ ຂອງພາກພື້ນຢຸໂຣບນັ້ນ.

ອົງການຄວບຄຸມຕະຫລາດຮຸ້ນຂອງສະຫະພາບຢຸໂຣບ ໄດ້ອອກປະກາດ​ໃນຕອນ​ແລງ
ວັນພະຫັດວານນີ້ ຫລັງຈາກການຊື້​ຂາຍທີ່ຂຶ້ນໆລົງໆ​ເປັນ​ເວລາ​ສອງ​ມື້ ​ໄດ້ພາໃຫ້ຮຸ້ນ
ຂອງທະນາຄານຝຣັ່ງ ຖີບຕົວສູງຂຶ້ນ ແລ້ວກໍຕົກຕໍ່າລົງ ຢ່າງ​ຫລວງຫລາຍນັ້ນ.

ການສັ່ງຫ້າມການຂາຍຫຸ້ນອອກ​ເວລາ​ລາຄາ​ຮຸ້ນ​ຕົກ ໃນສີ່ປະເທດດັ່ງກ່າວແມ່ນມີຜົນ
ບັງຄັບໃຊ້ໃນວັນສຸກນີ້ເປັນຕົ້ນໄປ. ນອກນີ້ແລ້ວ ພວກເຈົ້າໜ້າທີ່ຍັງໄດ້ຕັກເຕືອນພວກ
ຄ້າຂາຍທັງຫລາຍ ບໍ່ໃຫ້ກະຈາຍຂ່າວລືທີ່ບໍ່ມີມູນຄວາມຈິງ ​ເພື່ອ​ຫວັງໄດ້ກໍາໄລນັ້ນ.

ການຂາຍຮຸ້ນອອກ​ເວລາ​ຮຸ້ນຕົກລາຄານັ້ນ ແມ່ນ​ຈະໄດ້ກໍາໄລຈາກການຄາດ​ຄະ​ເນວ່າ
ລາຄາຮຸ້ນຈະຕົກຕໍ່າລົງ​ໄປ​ອີກ.

ໃນລະຫວ່າງດຽວ​ກັນ ຝຣັ່ງກ່າວ​ໃນວັນສຸກມື້ນີ້ວ່າ ການເສດຖະກິດຂອງ ຕົນບໍ່​ມີ​ການ
ເຕີບໂຕ​ເລີຍ ໃນໄຕຣມາດທີ່ສອງຂອງ​ປີ​ນີ້ ຫລັງຈາກມີການເຕີບໂຕຂຶ້ນ ເກືອບນຶ່ງເປີ
ເຊັນໃນໄຕຣມາດທີ່ນຶ່ງ.

ເຫດການຜັນປ່ຽນດັ່ງກ່າວເຫລົ່ານີ້ ມີຂຶ້ນໃນຂະນະທີ່ນາຍົກລັດຖະມົນຕີເຢຍລະມັນ
ທ່ານນາງ Angela Merkel ແລະປະທານາທິບໍດີຝຣັ່ງ ທ່ານ Nicolas Sarkozy ວາງແຜນການຈະພົບປະກັນໃນວັນອັງຄານໜ້ານີ້ ເພື່ອປຶກສາຫາລືຂໍ້ສະເໜີຕ່າງໆ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງເສດຖະກິດໃນກຸ່ມ 17 ປະເທດທີ່ໃຊ້
ເງິນຢູໂຣນັ້ນ ຜູ້ນໍາທັງສອງດັ່ງກ່າວນີ້ ຫວັງວ່າຈະສາມາດຈັດຂໍ້ສະເໜີກ່ຽວ​ກັບວິທີ
ຍຸຕິຄວາມວຸ້ນວາຍທີ່​ໄດ້ສັ່ນສະເທືອນຕະຫລາດຮຸ້ນທີ່ສໍາຄັນໆຂອງຢຸໂຣບໃນອາທິດນີ້ ລົງໄດ້.

XS
SM
MD
LG