ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໄກ້ທ໌ເນີ ໝັ້ນໃຈວ່າຢູໂຣບ ສາມາດແກ້ໄຂ ວິກິດການໜີ້ສິນໄດ້


ທ່ານ Timothy Geithner ລັດຖະມົນຕີການເງິນສະຫະລັດ
ທ່ານ Timothy Geithner ລັດຖະມົນຕີການເງິນສະຫະລັດ

ທ່ານ Timothy Geithner ລັດຖະມົນຕີ​ການ​ເງິນ​ສະຫະລັດ ກ່າວ​ວ່າ ທ່ານໝັ້ນ​ໃຈ​ວ່າ
ສະຫະພາບ​ຢູ​ໂຣບຈະ​ມີ​ຊ່ອງ​ທາງຊ່ອຍ​ໃຫ້​ລອດ​ພົ້ນ​ຈາກ​ວິ​ກິດການ​ໜີ້​ສິນ​ທີ່​ໄດ້​ສ້າງ​ຄວາ​ມ
ຕື່ນ​ຕົກ​ໃຈ​ໄປ​ທົ່ວ​ຕະຫຼາດການເງິນຂອງໂລກ​ນັ້ນ.

ທ່ານ ​ໄກ້​ທ໌​ເນີ ​ເວົ້າ​ເຊັ່ນ​ນີ້ ຫລັງ​ຈາກ​ກອງ​ປະຊຸມ​ປະ​ກັບ​ທ່ານ Francois Baroin ລັດ
ຖະມົນຕີ​ການ​ເງິນ​ຝຣັ່ງ ທີ່​ນະ​ຄອນ​ຫລວງ​ປາຣີ​ເມື່ອ​ວັນ​ພຸດ​ມື້​ນີ້ ຊຶ່ງ​ເປັນ​ການ​ຢຸດ​ແວ່​ບັ້ນ
ສຸດ​ທ້າຍ​ຂອງ​ການ​ຢ້ຽມຢາມ ທີ່​ຕັ້ງ​ໃຈ​ຈະໃຫ້​ພວກ ຜູ້​ນໍາ​ແຫ່ງ​ພາກ​ພື້ນ​ຢູ​ໂຣບເອົາມາຕະ
ການແບບເດັດຂາດ.

ທ່ານ​ນາງ Angela Merkel ນາຍົກລັດຖະມົນຕີ​ເຢຍຣະມັນ ແລະ​ທ່ານ Nicolas Sar
kozy ປະທາ​ນາ​ທິບໍດີ​ຝຣັ່ງ ​ໄດ້​ເປີ​ດ​ເຜີຍ​ແຜນການ​ນຶ່ງ​ເມື່ອ ວັນ​ຈັນ​ຜ່ານ​ມາ​ນີ້ ​ເພື່ອ​ໃຫ້​ມີ
ການ​ຄວບ​ຄຸມ​ການ​ໃຊ້​ຈ່າຍ​ຂອງ​ແຕ່​ລະ​ລັດຖະ ບາ​ນ​ໃນ 17 ປະ​ເທດ​ທີ່​ໃຊ້​ເງິນ​ຢູ​ໂຣນັ້ນ​ໃຫ້​
ເຄັ່ງ​ຄັດ​ຂຶ້ນກວ່າ​ເກົ່າ. ​ແຕ່​ແຜນການ​ດັ່ງກ່າວ​ຍັງ​ຖືກ​ຕ້ານ​ຢັນ​ຈາກ​ອັງກິດ ປະ​ເທດ​ທີ່​ບໍ່​ໃຊ້​
ເງິນຢູ​ໂຣ ນັ້ນ.

ໃນ​ອາທິດ​ນີ້​ຂອງອົງການ​ໃຫ້​ຄະ​ແນນ​ສິນ​ເຊື່ອ Standard & Poor ​ໄດ້​ຈັດ​ເອົາ 15 ຂອງ
17 ປະ​ເທດ​ທີ່​ໃຊ້​ເງິນ​ຢູ​ໂຣ ໂຮມ​ທັງ​ປະ​ເທດ​ເສດຖະກິດ​ຍັກ​ໃຫຍ່ ​ເຢຍຣະມັນ ​ແລະ ຝຣັ່ງ
ໃຫ້​ຢູ່​ໃນລະດັບ​ການ​ສິ້ງ​ຊອມ​ທາງ​ລົບ. ນອກ​ນີ້​ແລ້ວ​ອົງການ​ຈັດ​ລະດັບ​ສິນ​ເ​ຊື່ອຍັງ​ເຕືອນ
ວ່າ​ຕົນ ​ຈະ​ລົດ​ລະດັບພວກ​ປະ​ເທດ​ທີ່​ມີ​ຄວາມໜ້າເຊື່ອຖືສູງ​ສຸດທີ່ໃຫ້ການຊ່ອຍ ເຫຼືອ​ດ້ານ
ການເງິນແກ່ພວກ​ປະ​ເທດ​ທີ່​ມີ​ໜີ້​ສິນ​ຖ້ວມ​ລົ້ນ​ຂອງ​ຢູ​ໂຣບ ເຊັ່ນ ປະ​ເທດກຣີສ ນັ້ນ​ນໍາ.

XS
SM
MD
LG