ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ມູດດີ ຕັດຄະແນນ ຄວາມເຊື່ອຖື ດ້ານການເງິນຂອງສະເປນ ລົງ (ວີດີໂອ)


ຕະຫຼາດຮຸ້ນທີ່ຕົກຕໍ່າລົງໃນປະເທດສະເປນ
ຕະຫຼາດຮຸ້ນທີ່ຕົກຕໍ່າລົງໃນປະເທດສະເປນ

ອົງການ​ບໍລິການ​ການ​ລົງ​ທຶນ Moody ​ໄດ້​ຕັດຄະ​ແນນ​ຄວາມ​ໜ້າ​ເຊື່ອ​ຖື​ທາງດ້ານ​ການ​ເງິນ​ຂອງ​ສະ​ເປ​ນ ​ແລະ​ໄຊ​ປຣັສ ​ຂະນະ​ທີ່ຕະຫລາດ​ການ​ເງິນ​ຕຽມ​ຕົວ​ສໍາລັບ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ຢູ່ປະ​ເທດ​ກຣີສ ​ໃນວັນ​ອາທິດນີ້ ທີ່​ອາດ​ສາມາດ​ນຳ​ໄປ​ສູ່​ການ​ຖອນ​ຕົວ​ຂອງ​ກຣີສ​ອອກ​ຈາກ​ກຸ່ມ​ປະ​ເທດ​ທີ່​ໃຊ້​ເງິນຢູ​ໂຣ ​ແລະ​ສ້າງ​ຄວາມ​ອ່ອນ​ແອໃຫ້ແກ່​ເງິນຕາ​ຮ່ວມ​ຂອງ​ຢູ ​ໂຣບ.

​ເມື່ອ​ວັນ​ພຸດ​ວານ​ນີ້ ອົງການ​ມູດ​ດີ ​ໄດ້​ຕັດ​ຄະ​ແນນ​ຄວາມ​ໜ້າ​ເຊື່ອ​ຖື​ທາງ ດ້ານ​ການ​ເງິນ ກ່ຽວ​ກັບ​ໜີ້​ສິນ​ຂອງ​ລັດຖະບານ​ສະ​ເປ​ນລົງ 3 ຂັ້ນ ຄືຈາກ A3 ​ໄປ​ສູ່ Baa3 ​ທັງໆ​ທີ່​ສະເປ​ນ​ໄດ້​ຮັບ​ເງິນ​ກູ້​ຢືມ 125 ພັນລ້ານ​ໂດ​ລາ​ທີ່​ບັນດາ​ຜູ້​ນໍາ​ປະ​ເທດ​ໃຊ້​ເງິນ​ຢູ​ໂຣ ​ໃຫ້ການ​ອະນຸມັດ​ໃຫ້​ເມື່ອ​ອາທິດຜ່ານ​ມາ ​ເພື່ອ​ຊ່ວຍ​ເຫຼືອທະນາຄານ​ຕ່າງໆ​ຂອງ​ສະ​ເປ​ນທີ່​ລົ້ມລຸກ​ຄຸກ​ຄານ​ຢູ່ນັ້ນ. ອົງ ການ​ຈັດ​ລະດັບ​ຄະ​ແນນ​ຄວາມ​ໜ້າ​ເຊື່ອ​ຖືມູດ​ດີ ຍັງ​ໄດ້​ກ່າວ​ອ້າງ​ ກ່ຽວ​ກັບ ການ​ເຂົ້າ​ເຖິງ​ໃນຂອບ​ເຂດ​ຈໍາກັດ​ທີ່​ສຸດ​ຂອງ​ສະ​ເປ​ນ ຕໍ່​ຕະຫຼາດໜີ້​ສິນ​ຂອງ​ນາໆ​ຊາດ ​ແລະ​ຄວາມ​ອ່ອນ​ແອ​ຂອງ​ເສດຖະກິດ​ຂອງ​ປະ​ເທດ​ດັ່ງກ່າວ.

ນອກ​ນີ້​ແລ້ວ ອົງການມູດ​ດີ ຍັງ​ໄດ້​ລົດ​ລະດັບ​ຄວາມ​ໜ້າ​ເຊື່ອ​ຖື​ຕໍ່​ພັນທະບັດ ຂອງ​ລັດຖະບານ​ໄຊ​ປຣັສລົງ​ສອງ​ຂັ້ນ ຄື​ຈາກ Ba1 ​ເປັນ Ba3 ​ໂດຍອ້າງ ​ເຫດຜົນ​ໃນ​ການ​ເຊຶ່ອມ​ໂຍງທີ່ໃກ້ຊິດ​ຂອງ​ປະ​ເທດ​ດັ່ງກ່າວ​ກັບກຣີສນັ້ນ.

ອົງການ​ມູດດີ ກ່າວ​ອີກ​ວ່າ ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ລົດ​ລະດັບ​ຄວາມ​ໜ້າ ​ເຊື່ອ​ຖື​ຂອງ​ທັງ​ສອງ​ປະ​ເທດ​ ລົງໄປ​ອີກ.

ຕະຫຼາດການ​ເງິນ​ຢ້ານ​ວ່າ ກຣີສ ອາດ​ສາມາດ​ຖອນ​ຕົວອອກ​ຈາກ​ກຸ່ມ​ປະ​ເທດ​ໃຊ້​ເງິນ​ຢູ​ໂຣ​ໄດ້ ຖ້າ​ຫາກ​ພັກ​ການ​ເມືອງ​ຕ່າງໆ​ຂອງ​ກຣີສ ທີ່ຄັດຄ້ານ​ມາດ​ຕະການ​ການ​ປະຢັດມັດທະຍັດ ​ເພື່ອ​ແລກປ່ຽນ​ກັບ​ການ​ໃຫ້​ເງິນ​ຊ່ວຍ ​ເຫຼືອຂອງ​ນາໆ​ຊາດ ຊະນະ​ການລົງ​ຄະແນ​ນສຽງ​ ໃນ​ວັນ​ອາທິດ​ນີ້.

XS
SM
MD
LG