ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

26 ຄົນແລ້ວເສຍຊີວິດ ຍ້ອນການລະບາດ ຂອງເຊື້ອ E-Coli (ເບິ່ງວີດີໂອ)


ໝາກແຕງ ທີ່ຈະຖືກທຳລາຍ ຢູ່ທີ່ສາງແຫ່ງນຶ່ງ ນອກນະຄອນຫຼວງ Bucharest ປະເທດຣູເມເນຍ (8 ມິຖຸນາ 2011)
ໝາກແຕງ ທີ່ຈະຖືກທຳລາຍ ຢູ່ທີ່ສາງແຫ່ງນຶ່ງ ນອກນະຄອນຫຼວງ Bucharest ປະເທດຣູເມເນຍ (8 ມິຖຸນາ 2011)

ເຈົ້າໜ້າທີ່ເຢຍຣະມັນກ່າວວ່າ ຈຳນວນຜູ້ເສຍຊີວິດຍ້ອນການລະບາດຂອງເຊື້ອ E-Coli
ທີ່ຮ້າຍແຮງສຸດໃນຢູໂຣບໄດ້ເພີ່ມຂຶ້ນເປັນຢ່າງນ້ອຍ 26 ຄົນແລ້ວ.

ເຈົ້າໜ້າທີ່ເວົ້າວ່າ ນອກນັ້ນຍັງມີອີກ 2,600 ຄົນໄດ້ລົ້ມປ່ວຍນັບແຕ່ທ້າຍເດືອນແລ້ວນີ້
ເປັນຕົ້ນມາ ອັນເປັນຜົນເນື່ອງມາຈາກ ເຊື້ອບັກເຕເຣຍລຶກລັບທີ່​ວ່າ​ນີ້. ພວກເຄາະຮ້າຍ
ເກືອບທັງໝົດແມ່ນອາໄສຢູ່​ໃນ​ເຢຍຣະມັນຫຼືບໍ່ກໍເຄີຍໄປຢ້ຽມຢາມພາກເໜືອຂອງປະເທດ
ເຢຍຣະມັນມາກ່ອນ.

ພວກເຈົ້າໜ້າທີ່ຍັງບໍ່ສາມາດຄົ້ນພົບແຫຼ່ງທີ່ມາຂອງເຊື້ອດັ່ງກ່າວນີ້ເທື່ອ.

ໃນການຕ່າວປີ້ນ ຄວາມສົງໄສໃນຂັ້ນຕົ້ນນັ້ນ ພວກນັກສືບສວນເຢຣະມັນ ໄດ້ປະຕິເສດ
ກ່ຽວກັບຄວາມເປັນໄປໄດ້ທີ່ວ່າ ເຊື້ອດັ່ງກ່າວມາຈາກພືດພັກທີ່ປອດສານເຄມີທີ່ປູກຢູ່ໃນ
ເຢຍຣະມັນເອງ ຕະຫຼອດທັງສະລັດ ໝາກເລັ່ນ ແລະໝາກແຕງ ທີ່ສົ່ງມາແຕ່ປະເທດສະ
ເປນ. ລັດຖະມົນຕີກະເສດຂອງສະເປນ ທ່ານນາງ Rosa Aguilar ໄດ້ທວງໃຫ້ເຢຍຣະ
ມັນຊົດເຊີຍໂດຍເຕັມຕໍ່ການເສຍຫາຍຂອງພວກຊາວໄຮ່ຊາວສວນຢູ່ໃນປະເທດຂອງທ່ານ
ນາງ.

ໃນມື້ວັນພຸດວານນີ້ ພວກຊາວໄຮ່ຊາວສວນສະເປນທີ່ລາຍໄດ້ ໄດ້ຮັບຜົນກະທົບຢ່າງໜັກ
ຈາກການລະບາດຂອງເຊື້ອ E-Coli ນັ້ນ ໄດ້​ເອົາໝາກໄມ້ແລະພືດຜັກ 30 ໂຕນ​ໄປແຈກ
ຢາຍໃຫ້ແກ່ຜູ້ຄົນທີ່ນະຄອນຫຼວງມາດຣິດ.

ລຸນຫຼັງທີ່ໄດ້ມີການເຈລະຈາຫາລືກັນຢ່າງເຜັດຮ້ອນ ໃນມື້ວັນພຸດວານນີ້ແລ້ວ ຫົວໜ້າກະ
ເສດຂອງສະຫະພາບຢູໂຣບ ທ່ານ Dacian Ciolos ກໍໄດ້ເພີ່ມ ການສະເໜີໃຫ້ຄວາມ
ຊ່ອຍເຫຼືອຂອງທ່ານ ຂຶ້ນເປັນ 306 ລ້ານໂດລາເພື່ອຊ່ອຍໃຫ້ພວກຊາວໄຮ່ຊາວສວນຟື້ນ
ໂຕຄືນຈາກການສູນເສຍຈຳນວນນຶ່ງ ຍ້ອນຜົນລະປູກທີ່ບໍ່ໄດ້ຂາຍ ເນື່ອງມາຈາກວິກິດການ
ໃນການລະບາດຂອງເຊື້ອ E-Coli. ໃນຂັ້ນຕົ້ນນັ້ນທ່ານໄດ້ສະເໜີໃຫ້ເງິນຊ່ອຍເຫຼືອ 220
ລ້ານໂດລາ.

XS
SM
MD
LG