ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

19 ຄົນແລ້ວເສຍຊີວິດ ຍ້ອນການລະບາດ ຂອງເຊື້ອ E.Coli (ເບິ່ງກຣາຟຟິກ)


ຄົນເຈັບຜູ້ນຶ່ງ ທີ່ຕິດເຊື້ອ E-Coli ນອນຢູ່ຕຽງທີ່ແຍກດ່ຽວ ຢູ່ສູນກາງການແພດມະຫາວິທະຍາໄລ Hamburg-Eppendorf ທີ່ເມືອງ Hamburg ໃນພາກເໜືອຂອງເຢຍຣະມັນ (2 ມິຖຸນາ 2011)
ຄົນເຈັບຜູ້ນຶ່ງ ທີ່ຕິດເຊື້ອ E-Coli ນອນຢູ່ຕຽງທີ່ແຍກດ່ຽວ ຢູ່ສູນກາງການແພດມະຫາວິທະຍາໄລ Hamburg-Eppendorf ທີ່ເມືອງ Hamburg ໃນພາກເໜືອຂອງເຢຍຣະມັນ (2 ມິຖຸນາ 2011)

ຈຳນວນຜູ້ເສຍຊີວິດຍ້ອນການລະບາດຂອງເຊື້ອບັກເຕເຣຍ
E.Coli ທີ່ຮ້າຍກາດໄດ້ເພີ່ມຂຶ້ນເປັນ 19 ຄົນໃນມື້ວັນສຸກ
ວານນີ້ ເວລາຜູ້ປ່ວຍອີກຄົນນຶ່ງ ທີ່ເຢຍຣະມັນ ໄດ້ເຖິງແກ່
ຄວາມຕາຍ.

ການເສຍຊີວິດທັງໝົດຍ້ອນການລະບາດຂອງເຊື້ອ E.Coli
ແມ່ນມີຂຶ້ນທີ່ເຢຍຣະມັນຍົກເວັ້ນແມ່ຍິງຄົນນຶ່ງທີ່ເສຍຊີວິດຢູ່
ປະເທດສະວີເດັນ ຫຼັງຈາກຜູ້ກ່ຽວໄດ້ເດີນທາງໄປຢ້ຽມຢາມ
ເຢຍຣະມັນ.

ເຈົ້າໜ້າທີ່ສາທາລະນະສຸກກ່າວວ່າປະມານ 2,000 ຄົນຊຶ່ງ
ສ່ວນໃຫຍ່ແລ້ວກໍແມ່ນຢູ່ປະເທດເຢຍຣະມັນໄດ້ຕິດເຊື້ອດັ່ງ
ກ່າວ. ມີລາຍງານວ່າ 10 ປະເທດໃນຢູໂຣບແລະສະຫະລັດມີຜູ້ຕິດເຊື້ອຢູ່ 90 ຄົນຊຶ່ງເກືອບ
ທັງໝົດແມ່ນໄດ້ເດີນທາງໄປຍັງເຂດພາກເໜືອຂອງເຢຍຣະມັນເມື່ອບໍ່ດົນມານີ້.

ປະທານສະມາຄົມປ້ອງກັນພະຍາດກ່ຽວກັບໝາກໄຂ່ຫຼັງຂອງເຢຍຣະມັນກ່າວຕໍ່ພວກນັກຂ່າວ
ໃນມື້ວັນສຸກວານນີ້ທີ່ເມືອງ Hamburg ຊຶ່ງເປັນຈຸດສູນກາງຂອງການລະບາດນັ້ນວ່າ ເບິ່ງຄື
ວ່າຈຳນວນຜູ້ທີ່ຕິດເຊື້ອໃໝ່ແມ່ນຢູ່ໃນລະດັບທີ່ທຸ່ນທ່ຽງແລ້ວ.

ອົງການອະນາໄມໂລກໄດ້ເຕືອນ ກ່ຽວກັບການໃຊ້ຢາປະຕິຊີວະນະແລະຢາຊະນິດອື່ນໆແບບ
ສົ່ງເດດແລະພ້ອມດຽວກັນກໍໄດ້ຮຽກຮ້ອງໃຫ້ປະຊາຊົນໄປຫາແພດໝໍໂດຍໄວໃນຂະນະທີ່ເຊື້ອ
ບັກເຕເຣຍທີ່ຕິດຕໍ່ໄດ້ຢ່າງຮ້າຍແຮງນີ້ສາມາດເຮັດໃຫ້ໝາກໄຂ່ຫຼັງລົ້ມແຫຼວໄດ້ໂດຍໄວ.

ແຫຼ່ງທີ່ມາຂອງເຊື້ອບັກເຕເຣຍດັ່ງກ່າວຍັງບໍ່ສາມາດລະບຸໄດ້ເທື່ອ.

XS
SM
MD
LG