ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູໂຣບ ຮຽກຮ້ອງ ໃຫ້ປ່ອຍໂຕ ຜູ້ນຳພັກຝ່າຍຄ້ານ ຂອງຣັດເຊຍ ຊຶ່ງມີການຮຽກຮ້ອງເພີ້ມຂຶ້ນ ໃຫ້ໃຊ້ມາດຕະການລົງໂທດ ຕໍ່ວັງເຄຣມລິນ


ຜູ້ນຳພັກຝ່າຍຄ້ານຂອງຣັດເຊຍ ທ່ານອາເລັກເຊ ນາວາລນີ (Alexei Navalny) ກຳລັງຖືກພານຳໂຕ ໂດຍບັນດາເຈົ້າໜ້າທີ່ຕຳຫຼວດ ຫຼັງຈາກການພິຈາລະນາຂອງສານ, ໃນເມືອງ ຄິມກີ ຢູ່ຊານເມືອງຂອງນະຄອນມົສກູ, ຣັດເຊຍ. ວັນທີ 18 ມັງກອນ 2021. (Evgeny Feldman/Meduza/Handout)
ຜູ້ນຳພັກຝ່າຍຄ້ານຂອງຣັດເຊຍ ທ່ານອາເລັກເຊ ນາວາລນີ (Alexei Navalny) ກຳລັງຖືກພານຳໂຕ ໂດຍບັນດາເຈົ້າໜ້າທີ່ຕຳຫຼວດ ຫຼັງຈາກການພິຈາລະນາຂອງສານ, ໃນເມືອງ ຄິມກີ ຢູ່ຊານເມືອງຂອງນະຄອນມົສກູ, ຣັດເຊຍ. ວັນທີ 18 ມັງກອນ 2021. (Evgeny Feldman/Meduza/Handout)

ບັນດາຜູ້ນຳຂອງປະເທດຕາເວັນຕົກ ຮຽກຮ້ອງໃຫ້ປ່ອຍໂຕຜູ້ນຳພັກຝ່າຍຄ້ານຂອງຣັດເຊຍ ທ່ານອາແລັກເຊ ນາວາລນີ ຜູ້ທີ່ໄດ້ຖືກຈັບກຸມ ໃນວັນອາທິດຜ່ານມາ ເມື່ອທ່ານເດີນທາງໄປຮອດນະຄອນຫຼວງມົສກູຫຼັງຈາກທີ່ໄດ້ຮັບການ ຮັກສາປິ່ນປົວຢູ່ໃນເຢຍຣະມັນ.

ຜູ້ຕິຕຽນທ່ານປູຕິນແລະທັງເປັນຜູ້ນຳພັກອະນາຄົດຂອງຣັດເຊຍ ອາຍຸຸ 44 ປີ ທ່ານນີ້ ໄດ້ຖືກວາງຢາພິດ ຕໍ່ລະບົບເສັ້ນປະສາດ ຢູ່ໃນເຂດໄຊບີເຣຍ ເມື່ອເດືອນສິງຫາປີກາຍນີ້. ວັງເຄຣມລິນ ປະຕິເສດຕໍ່ການມີສ່ວນກ່ຽວຂ້ອງ ໃນການໂຈມຕີດັ່ງກ່າວນັ້ນ.

“ບັນດາເຈົ້າໜ້າທີ່ຂອງຣັດເຊຍ ໄດ້ຈັບກຸມຜູ້ເຄາະຮ້າຍໃນການພະຍາຍາມລອບສັງຫານດ້ວຍອາວຸດສານເຄມີ ບໍ່ແມ່ນຜູ້ກະທຳຜິດ” ນັ້ນແມ່ນຄຳເວົ້າຂອງທ່ານສເຕັບເຟັນ ຊີເບີດຕ໌ ໂຄສົກລັດຖະບານເຢຍຣະມັນ ທີ່ໄດ້ກ່າວຕໍ່ບັນດານັກຂ່າວໃນວັນຈັນວານນີ້. ທ່ານກ່າວອີກວ່າ “ລັດຖະບານເຢຍຣະມັນ ຮຽກຮ້ອງຢ່າງແຂງກ້າຕໍ່ລັດຖະບານຂອງຣັດເຊຍ ກ່ອນອື່ນໝົດໃຫ້ປ່ອຍໂຕ ທ່ານນາວາລນີ ໃນທັນທີ ແລະອັນທີສອງ ໃຫ້ທຳການສືບສວນສອບສວນຢ່າງຄົບຖ້ວນໃນສາເຫດຕ່າງໆຂອງການໂຈມຕີດ້ວຍອາວຸດເຄມີຢູ່ໃນດິນແດນຂອງຣັດເຊຍ.”

ສ່ວນບັນດາຜູ້ນຳຂອງປະເທດໃນຢູໂຣບ ກໍໄດ້ສະທ້ອນສຽງຮຽກຮ້ອງນັ້ນເຊັ່ນກັນ ໃນຂະນະດຽວກັນ ສຳນັກງານສິດທິມະນຸດຂອງອົງການສະຫະປະຊາຊາດ ໄດ້ກ່າວວ່າ ຕົນໄດ້ຮູ້ສຶກ “ເປັນຫ່ວງຢ່າງເລິກເຊິ່ງ” ຂອງການຈັບກຸມທ່ານນາວາລນີ.

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ໄດ້ໃຊ້ຄຳເວົ້າແບບດຽວກັນນັ້ນ ໃນທວິດເຕີ້ ທີ່ວ່າ “ຮູ້ສຶກເປັນຫ່ວງຢ່າງເລິກເຊິ່ງ ຍ້ອນການຕັດສິນໃຈຂອງຣັດເຊຍ ທີ່ຈັບກຸມທ່ານອາເລັກເຊ ນາວາລນີ. ບັນ ດາຜູ້ນຳດ້ານການເມືອງທີ່ໝັ້ນໃຈ ບໍ່ຄວນຢ້ານສຽງຄູ່ແຂ່ງ ຫຼື ເຫັນຄວາມຈຳ ເປັນ ທີ່ຈະກະທຳຄວາມຮຸນຕໍ່ພວກເຂົາ ຫຼືຄວບຄຸມໂຕໂດຍບໍ່ຖືກຕ້ອງ ພວກຝ່າຍຄ້ານດ້ານການເມືອງ.”

ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານເຈກ ຊູລລີວັນ ທີ່ຈະເຂົ້າດຳລົງຕຳແໜ່ງ ຂອງທ່ານໂຈ ໄບເດັນ ປະທານາທິບໍດີທີ່ຖືກເລືອກໃໝ່ ໄດ້ຂຽນລົງໃນທວິດເຕີ້ວ່າ “ທ່ານນາວາລນີ ຄວນຖືກປ່ອຍໂຕໃນທັນທີ ແລະພວກກະທຳຜິດໃນການໂຈມຕີປອງຮ້າຍຕໍ່ຊີວິດຂອງທ່ານທີ່ບໍ່ໜ້າເຊື່ອນັ້ນ ຕ້ອງຖືກນຳມາຮັບຜິດຊອບ. ການໂຈມຕີຂອງວັງເຄຣມລິນ ຕໍ່ທ່ານນາວາລນີ ແມ່ນບໍ່ພຽງເປັນການລະເມີດສິດທິມະນຸດ ແຕ່ມັນເປັນດູໝິ່ນຕໍ່ປະຊາຊົນຂອງຣັດເຊຍ ຜູ້ທີ່ຢາກໃຫ້ປາກສຽງຂອງພວກເຂົາເຈົ້າໄດ້ຍິນ.”

ທ່ານນາວາລນີ ໄດ້ຖືກຈັບກຸມ ໃນຂະນະທີ່ທ່ານເຂົ້າໄປ ໃນບ່ອນກວດໜັງສືເດີນທາງ ທີ່ສະໜາມບິນ ເຊີເຣເມັດເຢໂວ (Sheremyevo) ໃນແລງວັນອາທິດຜ່ານມາ. ພວກສະໜັບສະໜຸນຫຼາຍກວ່າສາວຄົນຜູ້ທີ່ໄດ້ໄປເຕົ້າໂຮມກັນຢູ່ທີ່ສະໜາມບິນອີກແຫ່ງນຶ່ງ ກ່ອນທີ່ເຮືອບິນຂອງທ່ານນາວາລນີ ໄດ້ຖືກຫັນປ່ຽນໄປລົງອີກບ່ອນນຶ່ງນັ້ນ ກໍຍັງໄດ້ຖືກຄວບຄຸມໂຕເຊັ່ນກັນ. ຍັງມີການຈັບກຸມຕື່ມອີກໃນວັນຈັນວານນີ້ ຢູ່ໃນນະຄອນ ເຊັນປີເຕີສເບີກ ໃນຂະນະທີ່ພວກສະໜັບສະໜຸນທ່ານນາວາລນີ ໄດ້ຈັດຕັ້ງການປະທ້ວງຢູ່ຕາມຖະໜົນຫົນທາງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG