ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

EU ຢ້ານວ່າ ຈະ​ເກີດ ສົງຄາມການຄ້າ ລະຫວ່າງ ຢູໂຣບກັບຈີນ (ວີດິໂອ)


ພະນັກງານແບກແຜ່ນເກັບແສງຕາເວັນ ຢູ່ໂຮງງານຜະລິດໄຟຟ້າດ້ວຍແສງຕາເວັນ ຢູ່ເມືອງ Aksu, ເຂດປົກຄອງຕົນເອງຂອງຊາວ Uyghur ຢູ່ແຂວງ Xinjiang ຂອງຈີນ.
ພະນັກງານແບກແຜ່ນເກັບແສງຕາເວັນ ຢູ່ໂຮງງານຜະລິດໄຟຟ້າດ້ວຍແສງຕາເວັນ ຢູ່ເມືອງ Aksu, ເຂດປົກຄອງຕົນເອງຂອງຊາວ Uyghur ຢູ່ແຂວງ Xinjiang ຂອງຈີນ.
ມີຄວາມຢ້ານກົວກັນວ່າ ຈະ​ເກີດສົງຄາມການຄ້າລະຫວ່າງ
ຢູໂຣບ ແລະຈີນ ລຸນຫລັງທີ່ກຳມາ​ທິການຢູໂຣບ ​ໄດ້ນໍາສະ
ເໜີອັດຕາພາສີຂາເຂົ້າທີ່ຖີບຕົວສູງ ຂຶ້ນຢ່າງຫຼວງຫລາຍຕໍ່
ແຜ່ນເກັບແສງຕາເວັນທີ່ຜະລິດຈາກຈີນ. ຜູ້ຜະລິດສິນຄ້າ
ໃນຢູໂຣບອ້າງວ່າ ຜູ້ຜະລິດແຜ່ນເກັບແສງຕາເວັນຈີນຂາຍ
ສິນຄ້າຕໍ່າກວ່າຕົ້ນທຶນ​ໃນ​ການຜະລິດ. ແຕ່ບາງປະເທດ​ໃນ
ຢູໂຣບຢ້ານວ່າຈະມີການແກ້ແຄ້ນຄືນຈາກຈີນ. Mil Arcega
ຜູ້ສື່ຂ່າວວີໂອເອມີລາຍລະອຽດກ່ຽວກັບເລື້ອງນີ້ຊຶ່ງບົວສະຫວັນ
ຈະນໍາມາສະເໜີທ່ານ ໃນອັນດັບຕໍ່ໄປ.


ການຄາດຄະເນໃໝ່ສະແດງໃຫ້ເຫັນວ່າແຜ່ນເກັບແສງຕາເວັນ
ທີ່ຜະລິດຢູ່ຈີນ ແມ່ນກວມເອົາ 80 ເປີເຊັນຂອງຕະຫລາດໂລກ. ແຕ່ບັນດາຜູ້ຜະລິດສິນຄ້າໃນຢູໂຣບອ້າງວ່າ ເນື່ອງຈາກຜູ້ຜະລິດສິນຄ້າຈີນບໍ່ເຮັດການ ຄ້າແບບຖືກຕ້ອງ​ແລະເປັນ​ທຳ ໂດຍຂາຍສິນຄ້າຂອງຕົນ ຕໍ່າກວ່າຕົ້ນທຶນໃຊ້ຈ່າຍໃນ ການຜະລິດ ຊຶ່ງຜັກດັນໃຫ້ຄູ່ແຂ່ງຕ້ອງຫລຸບທຶນ ​ແລະ​ຖອນ​ຕົວ​ຈາກ​ທຸລະ​ກິດ​ນີ້​ໄປ.

ທ່ານ Laurent Quittre ຫົວໜ້າບໍລິສັດຜະລິດແຜ່ນເກັບ​ແສງຕາເວັນ ISSOL ຂອງ
Belgium ເວົ້າວ່າ ການເຮັດການຄ້າທີ່ບໍ່ຍຸດຕິທໍາແມ່ນສາເຫດທີ່ຄວນຖືກຕ້ອງຕິສໍາ
ລັບການເສຍວຽກ​ເ​ຮັດງານທໍາຂອງຄົນຈໍານວນຫລວງຫລາຍ ໃນບໍລິສັດຂອງທ່ານ.

ທ່ານ Laurent Quittre ເວົ້າວ່າ: “ພວກເຮົາ ປັດຈຸບັນນີ້ມີ 55 ຄົນ ແຕ່ຖ້າຫາກ
ພວກເຮົາກັບມາປະຕິບັດລະບຽບໃນການເຮັດການຄ້າທີ່ມີຄວາມຍຸດຕິທໍາ
​ແລ້ວ ຂ້າພະເຈົ້າຄິດວ່າພວກເຮົາສາມາດເພີ້ມພະນັກງານຂຶ້ນເຖິງ 200 ຄົນ
ຄືນອີກ. ເປັນທີ່ຈະແຈ້ງວ່າ ຕ້ອງການມີກົດລະບຽບທີ່ດີກວ່ານີ້ເພື່ອວ່າທຸກ
ຄົນ, ທັງຈີນ ແລະຢູໂຣບ ຈະສາມາດເຮັດທຸລະກິດແບບຍຸດຕິທໍາໄດ້.”


ໃນວັນພຸດທີ​ຫ້າ​ເດືອນ​ນີ້ ສະຫະພາບຢູໂຣບຫລື EU ເວົ້າວ່າ ຕົນກໍາລັງກ້າວໄປຕາມ
ແຜນການ ເພື່ອເກັບພາສີທີ່ສູງຂຶ້ນກວ່າເກົ່າຢ່າງຫລວງຫລາຍ ຕໍ່ແຜ່ນເກັບແສງຕາເວັນ
ຂອງຈີນ ແຕ່ກໍ​ພວມ​ປະ​ເຊີນ​ກັບ​ການຄັດຄ້ານຈາກບາງປະເທດສະມາຊິກຂອງ EU,
ທ່ານ Karel de Gucht ຫົວໜ້າ​ຮັບຜິດຊອບດ້ານການຄ້າຂອງ EU ສະເໜີໃຫ້ມີການ
ເກັບພາສີຂາເຂົ້າທີ່ສູງກວ່າເກົ່າແບບເປັນໄລຍະ ໄລຍະໄປ.

ທ່ານ Karel de Gucht ອະທິບາຍວ່າ: “ມາຮອດວັນທີ 6 ມິຖຸນານີ້ ພາສີຂາ
ເຂົ້າໃນອັດຕາ 11.8 ເປີເຊັນຈະຖືກນໍາມາໃຊ້ຕໍ່ແຜ່ນເກັບແສງຕາເວັນທີ່
ນໍາເຂົ້າ ຈາກຈີນ. ສອງເດືອນຕໍ່ໄປ, ຄືຮອດວັນທີ 6 ສິງຫາ, ອັດຕາພາ
ສີສະເລ່ຍ ຈະ ​ຂຶ້ນເປັນ 47.6 ເປີເຊັນ. ໂດຍລວມແລ້ວ, ພາສີຈະແຕກ
ຕ່າງກັນໄປ ນັບແຕ່ 37.2 ເປີເຊັນ ຫາ 67.9 ເປີເຊັນ ຢູ່ໃນລະດັບນັ້ນ.”


ໃນເວລາບໍ່ພໍເທົ່າໃດກໍມີການຕອບໂຕ້ຈາກກຸງປັກກິ່ງ ທີ່ເວົ້າວ່າ ຕົນກໍາລັງສອບສວນ ເບິ່ງການໃຫ້ເງິນຊ່ວຍເຫລືອເກື້ອກຸນຂອງ EU ຕໍ່ເຫລົ້າແວງຂອງ​ຢູໂຣບ.

EU ເປັນພາຄີການຄ້າລາຍໃຫຍ່ສຸດລາຍນຶ່ງຂອງຈີນ. ທ່ານ Hong Lei, ໂຄສົກປະຈໍາ
ກະຊວງການຕ່າງປະເທດຈີນ ເວົ້າວ່າ ທ່ານຫວັງວ່າ ຊາວຢູໂຣບຈະພິຈາລະນາເລື້ອງນີ້ຄືນ.

ທ່ານ Hong Lei ຖະແຫລງວ່າ: “ພວກເຮົາຫວັງວ່າ EU ຈະຕົກລົງກັນໄດ້ໃນ​
ລະດັບໃດລະດັບນຶ່ງກັບ​ຈີນ ແລະຈະບໍ່ເອົາມາດຕະການໃດໆ ໄປ​ສູ່ປົກປ້ອງ
ຕະຫລາດ. ຖ້າບໍ່ດັ່ງນັ້ນແລ້ວ, EU ກໍມີແຕ່ຈະເຮັດໃຫ້ຜູ້ອື່ນເສຍຫາຍ ແລະ
ກໍຈະບໍ່ໄດ້ຮັບຜົນປະໂຫຍດຫຍັງເລີຍ.”


ຈີນນໍາເຂົ້າເຫລົ້າແວງຫລາຍກວ່າ 400 ລ້ານລິດໃນປີກາຍນີ້ ຊຶ່ງຫລາຍກວ່າ 2 ສ່ວນ
ສາມຂອງເຫລົ້ານັ້ນ ແມ່ນມາຈາກທະວີບຢູໂຣບ ອີງຕາມຂໍ້ມູນທາງດ້ານ ພາສີ.

ບາງປະເທດ​ໃນຢູໂຣບຢ້ານວ່າ ການເກັບພາສີສູງ​ຂຶ້ນຂອງຈີນຕໍ່ເຫລົ້າແວງຂອງ ຢູໂຣບ
ອາດສາມາດມີ​ຜົນກະທົບຕໍ່ອຸດສາຫະກໍາຂະແໜງອື່ນ ໃນເວລາທີ່ຢູໂຣບພວມຕ້ອງ
ການຢາກ​ໃຫ້ເສດຖະກິດຂະຫຍາຍ​ໂຕ​ຢ່າງ​ເຕັມທີ່​ຢູ່​ນັ້ນ.

ເບິ່ງວີດິໂອກ່ຽວກັບລາຍງານນີ້

XS
SM
MD
LG