ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເສດຖະກິດ ຂອງ ຢູໂຣບ


ທ່ານ Olli Rehn ລັດຖະມົນຕີການເງິນ ຂອງ ສະຫະພາບຢູໂຣບ (29 ເມສາ 2010)
ທ່ານ Olli Rehn ລັດຖະມົນຕີການເງິນ ຂອງ ສະຫະພາບຢູໂຣບ (29 ເມສາ 2010)

ຫົວໜ້າ ກຳມາທິການຢູໂຣບ ກ່າວວ່າ ທ່ານມີຄວາມເຊື່ອໝັ້ນວ່າ ແຜນການ ໃຫ້ຄວາມຊ່ອຍເຫລືອສຸກເສີນ ຕໍ່ກຣີສ ຈະປ້ອງກັນບໍ່ໃຫ້ ວິກິດການ ທາງດ້ານໜີ້ສິນ ຢູ່ໃນປະເທດດັ່ງກ່າວ ເປັນໄພຂົ່ມຂູ່ ຕໍ່ສຸຂະພາບ ທາງດ້ານການເງິນ ຢູ່ໃນປະເທດ ສະມາຊິກອື່ນໆ ຂອງສະຫະພາບຢູໂຣບ. ໃນການຖະແຫລງ ຕໍ່ກອງປະຊຸມ ສຳພາດຂ່າວ ທີ່ກຸງປັກກິ່ງ ໃນວັນສຸກມື້ນີ້ ປະທານ ກຳມາທິການຢູໂຣບ ທ່ານ MANUEL BARROSO ກ່າວວ່າ ມາຕະການຕ່າງໆ ເພື່ອຄວບຄຸມ ວິກິດການ ຈະມີການຈັດຕັ້ງ ປະຕິບັດ ພາຍໃນໄລຍະ ສອງສາມມື້ ຂ້າງໜ້ານີ້. ເຈົ້າໜ້າທີ່ເວົ້າວ່າ ກຳລັງມີການ ສົນທະນາຫາລືກັນ ລະຫວ່າງ ສະຫະພາບຢູໂຣບ ແລະອົງການ ກອງທຶນສາກົນ IMF ກ່ຽວກັບແຜນການ ໃຫ້ຄວາມຊ່ອຍເຫລືອ ແກ່ກຣິສ ຊຶ່ງມີ ທ່າທາງວ່າ ຈະຕົກເປັນເງິນ ໃນມູນຄ່າ 160 ພັນລ້ານໂດລາ ແລະຈະບັງຄັບ ໃຫ້ກຣີສ ຕ້ອງໄດ້ຕັດ ການຂາດດຸນ ງົບປະມານລົງ ຢ່າງຫຼວງຫລາຍ ພາຍໃນປີໜ້າ ຫລືປີ 2011 ຈະມານີ້. ນາຍົກລັດຖະມົນຕີ ຂອງກຣີສ ທ່ານ GEORGE PAPANDREOU ໄດ້ພົບປະ ກັບພວກຜູ້ນຳ ສະຫະພັນ ກຳມະບານ ແລະພັກສັງຄົມນິຍົມ ຊຶ່ງເປັນພັກ ລັດຖະບານ ຂອງກຣີສ ໃນວັນພະຫັດວານນີ້ ໂດຍໃຫ້ຄຳໝັ້ນ ສັນຍາວ່າ ທ່ານຈະດຳເນີນການ ທຸກສິ່ງຢ່າງ ເພື່ອຊ່ອຍໃຫ້ກຣີສ ຢູ່ລອດ. ສ່ວນເຈົ້າໜ້າທີ່ ສະຫະພັນກຳມະບານ ຂອງກຣີສ ເວົ້າວ່າ ຂໍ້ຕົກລົງ ທີ່ໄດ້ມີການ ສະເໜີໄປນັ້ນ ອາດພາໃຫ້ເກີດ ຄວາມທຸກຍາກ ລຳບາກ ແສນສາຫັດ.

XS
SM
MD
LG