ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພັນທະມິດ ຈະຖອນທະຫານ ອອກຈາກອັຟການິສຖານ


ຮ້ອຍເອກທະຫານຝຣັ່ງ Jeremy Reynaud (ກາງ) ຍ່າງໄປກັບທະຫານອະເມຣິກັນລຸນຫຼັງການລາດຕະເວນ ຮ່ວມກັບທະຫານອັຟການິສຖານທີ່ບ້ານ Kharuti ໃນແຂວງ Wardak
ຮ້ອຍເອກທະຫານຝຣັ່ງ Jeremy Reynaud (ກາງ) ຍ່າງໄປກັບທະຫານອະເມຣິກັນລຸນຫຼັງການລາດຕະເວນ ຮ່ວມກັບທະຫານອັຟການິສຖານທີ່ບ້ານ Kharuti ໃນແຂວງ Wardak

ອັງກິດ ເຢຍຣະມັນແລະຝຣັ່ງຕ່າງກໍກ່າວວ່າ ຕົນມີແຜນການທີ່ຈະປະຕິບັດຕາມການນຳພາ
ຂອງສະຫະລັດແລະຖອນທະຫານຂອງຕົນອອກຈາກສະໝໍລະພູມອັຟການິສຖານ.

3 ປະເທດພັນທະມິດໃນຢູໂຣບໄດ້ປະກາດຢ່າງວ່ອງໄວໃນວັນພະຫັດມື້ນີ້ ກ່ຽວກັບການສິ້ນ
ສຸດລົງໃນທີ່ສຸດການພົວພັນຂອງພວກເຂົາເຈົ້າໃນການສູ້ລົບກັບພວກກະບົດທາລີບານຢູ່ໃນ
ອັຟການິສຖານ ຫຼັງຈາກປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາໄດ້ຖະແຫຼງໃນຄືນ
ວັນພຸດວານນີ້ ກ່ຽວກັບແຜນການຂອງທ່ານ ທີ່ຈະຖອນທະຫານອະເມຣິກັນ 33,000 ຄົນ
ຂອງຈຳນວນທັງໝົດ 100,000 ຄົນອອກຈາກອັຟການິສຖານພາຍໃນໄລຍະ 2 ປີຂ້າງໜ້າ.
ປະເທດພັນທະມິດທັງ 3 ມີກຳລັງທະຫານໃນຂະໜາດທີ່ນ້ອຍກວ່າສະຫະລັດ ຢູ່ໃນອັຟກາ
ນິສຖານອັນເປັນພາກສ່ວນນຶ່ງຂອງການປະຕິບັດງານ ພາຍໃຕ້ການນຳພາຂອງສະຫະລັດ
ແລະອົງການເນໂຕ້ນັ້ນ.

ນາຍົກລັດຖະມົນຕີອັງກິດທ່ານ David Cameron ໄດ້ໂອ້ລົມກັບປະທານາທິບໍດີໂອບາມາ
ກ່ອນທີ່ທ່ານຈະທຳການຖະແຫຼງທາງໂທລະພາບແລະໃຫ້ການຢືນຢັນວ່າ ດັ່ງດຽວກັນກັບສະ ຫະລັດອັງກິດຈະສິ້ນສຸດການມີບົດບາດທາງທະຫານຢູ່ໃນອັຟການິສຖານ ພາຍໃນປີ 2014 ໂດຍມອບຄວາມຮັບຜິດຊອບ ໃຫ້ແກ່ກຳລັງອັຟການິສຖານ ໃນການຮັກສາຄວາມປອດໄພ
ສຳລັບປະເທດເຂົາເຈົ້າ. ອັງກິດມີທະຫານປະມານ 9,500 ຄົນຢູ່ໃນອັຟການິສຖານຊຶ່ງເປັນ
ກອງກຳລັງທີ່ໃຫຍ່ອັນດັບ 2 ຂອງຈຳນວນທັງໝົດ.

ຂະນະດຽວກັນ ລັດຖະມົນຕີການຕ່າງປະເທດເຢຍຣະມັນ ທ່ານ Guidio Wes-terwelle
ກ່າວວ່າ ປະເທດຂອງທ່ານກໍມີແຜນການທີ່ຈະເລີ້ມຫຼຸດກຳລັງທະຫານຈຳນວນ 5,000 ຄົນ ຂອງຕົນໃນອັຟການິສຖານ ພາຍໃນທ້າຍປີນີ້. ການພົວພັນໃນສົງຄາມ ຢູ່ອັຟການິສຖານ
ຂອງເຢຍຣະມັນແມ່ນໄດ້ຮັບການຄັດຄ້ານຢ່າງແຂງຂັນພາຍໃນປະເທດ ໂດຍມີທະຫານເຢຍ
ຣະມັນ 52 ຄົນເສຍຊີວິດນັບແຕ່ໄດ້ ເຂົ້າຮ່ວມໃນການດຳເນີນຄວາມພະຍາຍາມດັ່ງກ່າວໃນ
ປີ 2002.

ສ່ວນປະທານາທິບໍດີຝຣັ່ງ ທ່ານ Nicolas Sarkozy ກ່າວວ່າ ທະຫານຝຣັ່ງອາດຈະເລີ່ມ
ຖອນໃນສັດສ່ວນພໍປານໆກັນ ແລະມີໝາຍກຳນົດຄ້າຍຄືກັນກັບສະຫະລັດ. ຝຣັ່ງມີທະຫານ
4,000 ຄົນໃນອັຟການິສຖານ ແລະມີທະຫານ 62 ຄົນເສຍຊີວິດຢູ່ທີ່ນັ້ນ.

XS
SM
MD
LG