ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທຶນຢູໂຣບ ກ່າວວ່າ ກຣິສ ສຳເລັດ ໂຄງການກອບກູ້ເສດຖະກິດ ຢ່າງເປັນທາງການແລ້ວ


ນາຍົກລັດຖະມົນຕີກຣິສ ທ່ານອາເລັກຊິສ ຕີປຣາສ໌ ກ່າວຢູ່ໃນສະພາ ໃນນະຄອນຫຼວງ ເອເທນ ວັນທີ 14 ມິຖຸນາ 2018.
ນາຍົກລັດຖະມົນຕີກຣິສ ທ່ານອາເລັກຊິສ ຕີປຣາສ໌ ກ່າວຢູ່ໃນສະພາ ໃນນະຄອນຫຼວງ ເອເທນ ວັນທີ 14 ມິຖຸນາ 2018.

“​ເປັນ​ເທື່ອ​ທຳ​ອິດ​ນັບ​ແ​ຕ່ຕົ້ນ​ປີ 2010 ເປັນຕົ້ນມາ ທີ່ປະເທດ​ກຣິສ ສາມາດ​ຢືນ​ຢູ່ ດ້ວຍ
ລຳ​ແຂ່ງ​ຂອງຕົນ​ເອງ” ດັ່ງທີ່​ອົງການປົວ​ແປງຄວາມ​ທຸ່ນທ່ຽງ​ຢູ​ໂຣບ (ESM) ທຶນ​ກູ້​ໄພ​ໄດ້
ກ່າວ​ໃນວັນ​ຈັນ​ມື້​ນີ້ວ່າ ​ນະຄອນຫຼວງເອ​ເທັນຢູ່ມາໄດ້

ຈົນເຖິງປີ​ສຸດ​ທ້າຍ ​ຂອງ​ໂຄງການກອບ​ກູ້ເສດຖະກິດໄລຍະສາມ​ປີແລ້ວ.

ESM ​ໄດ້​ອະ​ນຸມັດ​ປະມານ 71 ພັນ​ລ້າ​ນ​ໂດ​ລາ​ ​ໃນ​ສາມ​ປີ​ທີ່​ຜ່າ​ນມາ ຫຼັງ​ຈາກ​ການຕົກ
​ລົງ​ໄດ້​ບັນລຸ​ໃນ​ເດືອນ​ສິງຫາ​ປີ 2015 ​ເພື່ອ​ຊ່ວຍ​ປະ​ເທດທີ່​ປະສົບ ກັບ​ວິ​ກິດ​ການດ້ານ
​ໜີ້​ສິນ.

ທ່ານ​ມາຣິ​ໂອ ​ເຊນ​ເຕີ​ໂນ ປະທານຄະນະ​ກຳມະການປົກຄອງ​ອົງການ ESM ກ່າວ​ຢູ່​
ໃນ​ຖະ​ແຫຼ​ງການວ່າ “ມື້​ນີ້​ພວກ​ເຮົາ​ສາມາດ​ລົງ​ຄວາ​ມ​ເຫັນ​ວ່າໂຄງການ ESM ​ບໍ່​ຈຳ
ເປັນຕ້ອງໄດ້ໃຊ້ ໂຄງການ​ຕິດຕາມກູ້​ໄພ​ຕໍ່​ໄປ​ອີກ. ທັງນີ້​ເປັນ​ເປັນໄປໄດ້ກໍຍ້ອນ ​ຄວາມ​ພະຍາຍາມ​ພິ​ເສດ​ຂອງ​ປະຊາຊົນ​ກຣິສ ການ​ຮ່ວມ​ມື​ທີ່​ດີ​ກັບ​ລັດຖະບານ​ກຣິສປັດຈຸບັນ
​ແລະ​ການ​ສະໜັບສະໜູນ​ຈາກສະຫະພາບ​ຢູ​ໂຣບ ຜ່ານ​ການບັນ​ເທົາໜີ້​ສິນ​ເງິນ​ກູ້​ຢືມ​.”

ໃນ​ປີ 2010 ໄດ້​ມີການປະກາດວ່າ​ກຣິສມີ​ຄວາມ​ສ່ຽງຕໍ່ໄພອັນຕະລາຍ ຫຼັງ​ຈາກ​ໄດ້​ດິ້ນ
ລົນ​ກັບ​ໜີ້​ສິນ​ອັນ​ໃຫຍ່​ຫຼວງ ​ເສຍ​ການ​ລົງ​ທຶນ ​ແລະມີ​ການ​ຫວ່າງ​ງານ​ອັນ​ໃຫຍ່​ຫຼວງ. ​
ໂດຍ​ລວມ​ແລ້ວ ​ເກືອບ 300 ພັນ​ລ້ານ​ໂດ​ລາ​ ໃນການ​ກູ້​ຢືມ​ສຸກ​ເສີນ​ທີ່​ໄດ້​ໃຫ້​ເປັນ​ສາມ
ງວດ​ຕິດ​ຕໍ່​ກັນ ໃນໂຄງການການກອບ​ກູ້​ເສດຖະກິດ ຈາກ​ທຶນ​ກອບ​ກູ້​ຂອງ​ສະຫະພາບ​
ຢູ​ໂຣບ ​ແລະ​ກອງ​ທືນສາກົນ (IMF​.) ​ເພື່ອເປັນ​ການ​ແລກປ່ຽນ ​ເອ​ເທ​ນ​ຕ້ອງໄດ້​ຍົກ
ເລີກມາດ​ຕະການບັງຄັບ​ໃຫ້​ມັດທະຍັດທີ່ຮ້າຍ​ແຮງ ແລະ​ການ​ປະຕິ​ຮູບປ່ຽນແປງຕ່າງໆ.

ການ​ເສັດສິ້ນ​ໂຄງການ​ກູ້​ຢືມ​ ​ເປັນ​ຜົນສຳ​ເລັດ​ທີ່​ສຳຄັນແກ່​ກຣິສ ​ແຕ່​ວ່າ​ປະ​ເທດ​ຍັງ
​ປະ​ເຊີນ​ໜ້າ​ກັບ​ການ​ຕໍ່​ສູ້ຢ່າງ​ໜັກເພື່ອ​ຈະ​ໄດ້​ເສດຖະກິດ​ຖຸ່ນທ່ຽງນັ້ນ​ຄືນ​ມາ.


ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Greece Bailout
please wait
Embed

No media source currently available

0:00 0:01:04 0:00

XS
SM
MD
LG