ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູໂຣບ ຕົກລົງ ໃຫ້ສະເປນ ກູ້ຢືມເງິນ 37 ພັນ ລ້ານໂດລາ

ນາຍົກລັດຖະມົນຕີສະເປນ ທ່ານ Mariano Rajoy ກ່າວຕໍ່ບັນດານັກຂ່າວ ທີ່ທຳນຽບ Moncloa ໃນກຸງ Madrid ວັນອາທິດທີ 10 ເດືອນມິຖຸນາ 2012. ສະເປັນ ເປັນປະເທດ ທີ 4 ແລະເປັນປະເທດໃຫ່ຍທີ່ສຸດ ທີ່ຮ້ອງຂໍການຊ່ວຍ ເຫລືອໃນການ ກູ້ຢືມເງິນຈາກຢູໂຣບ.

ບັນດາ​ລັດຖະມົນ​ຕີການ​ເງິນ​ຂອງປະ​ເທດ​ທີ່​ໃຊ້​ເງິນຢູ​ໂຣ ​ໄດ້​ຕົກລົງ​ໃຫ້ການ​ຊ່ວຍ ​ເຫຼືອ​ແກ່​
ທະນາ​ຄານ​ທີ່​ພົວປະສົບ​ບັນຫາ​ຂອງ​ສະ​ເປ​ນ 37 ພັນ​ລ້ານ​ໂດ​ລາ.

ປະ​ທານຂອງ​ບັນດາ​ປະ​ເທດ​ທີ່​ໃຊ້​ເງິນ​ຢູ​ໂຣ ທ່ານ Jean-Claude Junker ​ກ່າວ​ໃນ​ວັນ​ອັງ
ຄາ​ນມື້​ນີ້​ວ່າ ​ເງິນຈໍານວນ​ດັ່ງກ່າວ​ຄວນ​ຈະ​ໄດ້​ຮັບ​ໃນ​ທ້າຍ​ເດືອນ ​ຊຶ່ງ​ໃນ​ເວລາ​ນີ້ກຳລັງ​ລໍຖ້າ
​ການ​ອະນຸມັດ​ຢູ່.

ສະ​ເປນ​ໄດ້​ຂໍ​ຮ້ອງ $125 ພັນ​ລ້ານ​ໂດ​ລາ ​ເພື່ອ​ເປັນ​ການ​ຊ່ວຍ​ເຫ​ລື​ອ ​ໃນ​ຂະນະ​ທີ່​ຕົ້ນທຶນ
ຂອງ​ການ​ຢືມ​ໄດ້​ຖີບ​ໂຕ​ສູງ​ຂຶ້ນ. ບັນດາ​ເຈົ້າ​ໜ້າ​ທີ່ ​ໄດ້​ກ່າວ​ໃນ​ວັນ​ອັງ ຄານ​ນີ້ວ່າ ຈໍາ​ນວນ​
ໃຫ້ການ​ກູ້​ຢືມ​ທັງໝົດ​ ອາດ​ຈະ​ເຖິງ​ລະດັບ​ດັ່ງກ່າວ ​ແຕ່​ວ່າ​ຂໍ້ ຕົກລົງໃນ​ການ​ກູ້​ຢືມ ​ບັງຄັບ
​ໃຫ້ສະ​ເປ​ນ ຕ້ອງຈັດຕັ້ງປະຕິບັດ​ການ​ປະຕິ​ຮູບ​ດ້ານ ​ທະ​ນາຄາ​ນ.

ນອກ​ນັ້ນບັນດາ​ລັດຖະມົນຕີຍັງ​ໄດ້​ຕົກລົງ​ກັນໃຫ້​ເວລາອີກ​ປີ​ນຶ່ງ​ພິ​ເສດ​ແກ່​ສະ​ເປ​ນ ຈົນ​ເຖິງ​ປີ
2014 ​ເພື່ອ​ຕັດການ​ຂາດ​ດຸນງົບປະ​ມານ​ລົງຊຶ່ງສະຫະ​ພາບຢູ​ໂຣບໄດ້​ ກໍາໜົດ​ໄວ້ 3 ​ເປີ​ເຊັ​ນ.

XS
SM
MD
LG