ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກ ຮັງກາຣີ ຮຽກຮ້ອງ ໃຫ້ຊ່ວຍເຫຼືອ ອົບພະຍົບ ໃນບັນດາປະເທດ ເພື່ອນບ້ານຊີເຣຍ


ນາຍົກລັດຖະມົນຕີ ຮັງກາຣີ ທ່ານ Viktor Orban.
ນາຍົກລັດຖະມົນຕີ ຮັງກາຣີ ທ່ານ Viktor Orban.

ນາຍົກລັດຖະມນຕີ ຮັງ​ກາຣີ ທ່ານ Victor Orban ​ໄດ້​ຮຽກຮ້ອງ​
ໃຫ້ ຢູ​ໂຣບ ອະນຸມັດການ​ຊ່ວຍ​ເຫລືອ​ຂະໜາດໃຫຍ່ ​ແກ່ບັນດາ​
ປະເທດ​ເພື່ອນ​ບ້ານຊີ​ເຣຍ ​ເພື່ອ​ຫລຸດຜ່ອນການ​ຫລັ່ງ​ໄຫລ​ຂອງ
​ອົບ​ພະຍົບ ​ເຂົ້າໄປສູ່ສະຫະພາບຢູ​ໂຣບ.

ທ່ານ Orban ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ຕໍ່ໜັງສືພິມ Bild ​ຂອງເຢຍ
ຣະມັນ ເພື່ອປ້ອງ​ກັນ​ການ​ລັງ​ເລ​ໃຈ​ຂອງ​ທ່ານ ທີ່​ຈະ​ຮັບ​ເອົາ​ອົບ​
ພະຍົບເພີ້ມຕື່ມ ​ເຂົ້າ​ໄປໃນສະຫະພາບຢູ​ໂຣບ ໂດຍຜ່ານທາງ
ຮັງ​ກາຣີ ທີ່​ມີ​ອົບ​ພະຍົບຢ່າງ​ຫລວງ​ຫລາຍ ຫວັງ​ຈະ​ເດີນທາງ​ໄປ
ສູ່ຢູໂຣບຕາ​ເວັນ​ຕົກນັ້ນ.

Language Barriers Add to Migrants’ Difficulties in Europe
please wait

No media source currently available

0:00 0:01:31 0:00

ຜູ້ນຳຂອງຮັງກາຣີ ກ່າວວ່າ ອົບ​ພ​ະຍົບຊີ​ເຣຍ ​ໄດ້​ມີ​ບ່ອນຢູ່​ອາ​ໄສ​ທີ່​ປອ​ດ​ໄພ​ຢູ່ແລ້ວ ຕາມ
​ສູນ​ອົບ​ພະຍົບຕ່າງໆອ້ອມ​ແອ້​ມຊີ​ເຣຍ ​ແລະ​ກ່າວວ່າ ບັນດາ​ຜູ້​ທີ່​ເຂົ້າ​ໄປໃນຢູ​ໂຣບ ຄວາມ
​ຈິງ​ແລ້ວ​ບໍ່​ໄດ້​ຊອກ​ຫາ​ບ່ອນ​ປອດ​ໄພ​ແຕ່ເພື່ອຊອກຫາມາດ​ ຕະຖານເປັນຢູ່ທີ່​ດີ​ຂື້ນ. ​ທ່ານ
ກ່າວວ່າ ແຕ່ລະປະເທດ ໃນສະຫະພາບຢູໂຣບຄວນປະກອບສ່ວນເພີ້ມຕື່ມນຶ່ງເປີເຊັນ ເຂົ້າ
ໃນງົບປະມານ ຂອງສະຫະພາບຢູໂຣບ ທີ່ໄດ້ມາຈາກການຕັດການໃຊ້ຈ່າຍອື່ນໆ ເພື່ອ
ຈັດຕັ້ງກອງທຶນການຊ່ວຍ ເຫລືອ 3 ພັນ 400 ​ລ້ານ​ໂດ​ລາ​ ໃຫ້​ແກ່ບັນ​ດາ​ປະ​ເທດ​ເພື່ອນ​
ບ້ານ​ຊີ​ເຣຍ ຄື ​ເທິ​ກີ ​ເລ​ບາ​ນອນ ​ແລະ​ຈໍ​ແດນ.

ພວກອົບພະຍົບ ກຳລັງຢ່າງຢູ່ຮາຍເວ ທີ່ຂ້າມເຂົົ້າໄປສູ່ ອອສເຕຣຍ
ພວກອົບພະຍົບ ກຳລັງຢ່າງຢູ່ຮາຍເວ ທີ່ຂ້າມເຂົົ້າໄປສູ່ ອອສເຕຣຍ

ໃນການໃຫ້ສຳພາດແກ່ໜັງສືພິມລາຍສັບປະດາ Der Spiegel ຂອງເຢຍຣະ ມັນນັ້ນ
ນາຍົກລັດຖະມົນຕີອອສເຕຣຍ ທ່ານ Werner Faymann ໄດ້ສະ ເໜີຂໍ້ໂຕ້ແຍ້ງ ໂດຍ
ເວົ້າວ່າ ທ່ານ Orban ໄດ້ດໍາເນີນການແບບຂາດຄວາມຮັບຜິດຊອບ ເວລາທ່ານກ່າວ
ວ່າ ພວກອົບພະຍົບທັງໝົດເປັນອົບພະຍົບເສດຖະກິດ. ທ່ານກ່າວວ່າ ອອສເຕຣຍ ເຢຍຣະມັນ ແລະສະວີເດັນ ຊຶ່ງເປັນປະ ເທດທີ່ອ້າແຂນຮັບເອົາອົບພະຍົບສ່ວນໃຫຍ່ນັ້ນ ຮັບຮູ້ວ່າ ພວກອົບພະຍົບເຫຼົ່ານີ້ ແມ່ນອົບພະຍົບສົງຄາມ ແລະມີສິດທີ່ຈະຂໍລີ້ໄພໄດ້.

XS
SM
MD
LG