ການສຳຫຼວດຫາງສຽງປະຊາຊົນຄັ້ງໃໝ່ສະແດງໃຫ້ເຫັນວ່າ ປະຊາຊົນໃນຢູໂຣບພວມຮຽກ
ຮ້ອງໃຫ້ສະຫະພາບຢູໂຣບເອົາມາດຕະການທີ່ເຂັ້ມງວດກວ່າເກົ່າເພື່ອປັບປຸງຄຸນນະພາບນໍ້າ
ໃນບັນດາປະເທດສະມາຊິກ 27 ປະເທດ. ເກືອບ 70% ຂອງປະຊາຊົນຈຳນວນ 2,500
ຄົນທີ່ຖືກສຳຫຼວດ ໃນເດືອນນີ້ກ່າວວ່າ ບັນຫາທີ່ກ່ຽວພັນກັບນໍ້າ ແມ່ນມີຄວາມຮ້າຍແຮງຢູ່
ໃນຢູໂຣບ.
ພວກທີ່ຕອບຄຳຖາມສ່ວນໃຫຍ່ ກ່າວວ່າ ຄວາມເປື້ອນເປິະຈາກສານພິດເຄມີເປັນໄພຂົ່ມຂູ່
ໃຫຍ່ທີ່ສຸດ ຕໍ່ແຫຼ່ງຊັບພະຍາກອນນໍ້າ. ພວກເຂົາເຈົ້າເວົ້າວ່າ ສະຫະພາບຢູໂຣບຄວນຈະພິ
ຈາລະນາ ເພື່ອປັບໄໝໜັກຂຶ້ນຕໍ່ພວກທີ່ສ້າງຄວາມເປື້ອນເປິະຕ່າງໆ
ຄະນະກຳມາທິການຢູໂຣບທ່ານ Janez Potocnik ໄດ້ກ່າວປ້ອງກັນ ຄວາມກ້າວໜ້າໃນ
ການປັບປຸງຄຸນນະພາບນໍ້າ ໂດຍເວົ້າວ່າ ນໍ້າດື່ມແລະນໍ້າໃຊ້ໃນທຸກມື້ນີ້ ແມ່ນດີຂຶ້ນກວ່າແຕ່
ກ່ອນຫຼາຍ ແລະມີຫົວເມືອງນ້ອຍໃຫຍ່ຫຼາຍຂຶ້ນມີສະຖານທີ່ບຳບັດນໍ້າເສຍທີ່ເໝາະສົມ.
ທ່ານ Potocnik ຍັງໄດ້ກ່າວອ້າງເຖິງການກັບຄືນໄປມີໜ້າຂອງປາຊາລມອນຢູ່ໃນແມ່ນໍ້າ
ຫຼາຍສາຍຂອງຢູໂຣບນັ້ນວ່າ ເປັນຮ່ອງຮອຍຂອງຄຸນນະພາບນໍ້າທີ່ດີຂຶ້ນ.
ການສຳຫຼວດທີ່ວ່ານີ້ເວົ້າວ່າການຢັ່ງຄວາມເຫັນຂອງປະຊາຊົນແມ່ນເພື່ອຄໍ້າປະກັນສະຖຽນ
ລະພາບກ່ຽວກັບຄຸນນະພາບນໍ້າຄວນຈະໄດ້ຮັບການຈັດຕັ້ງປະຕິບັດ ໂດຍຫັນຄວາມສົນໃຈ
ເປັນພິເສດໃສ່ຜົນກະທົບຈາກອຸສາຫະກຳ ການກະສິກຳ ການນຳໃຊ້ນໍ້າເກີນຂອບເຂດ ຕະ
ຫຼອດທັງໄພແຫ້ງແລ້ງແລະໄພນໍ້າຖ້ວມ.
ຄະນະກຳມາທິການຢູໂຣບກ່າວວ່າ ຄຳແນະນຳທີ່ໄດ້ຮັບຈາກການສຳຫຼວດຈະຖືກນຳໄປພິ
ຈາລະນາຢູ່ໃນແຜນແມ່ບົດ ເພື່ອຄຸ້ມຄອງແຫຼ່ງນໍ້າຂອງຢູໂຣບທີ່ກຳນົດໃສ່ເດືອນພະຈິກປີນີ້.
ແຜນແມ່ບົດດັ່ງກ່າວ ຈະລະບຸໃຫ້ຊາບ ກ່ຽວກັບຂົງເຂດວຽກງານທີ່ຈຳເປັນ ຕ້ອງໄດ້ມີການ
ປັບປຸງແລະຂໍ້ສະເໜີຕ່າງໆ ເພື່ອກຳນົດນະໂຍບາຍເລື່ອງນໍ້າຂອງສະຫະພາບຢູໂຣບໄປຈົນ
ຮອດປີ 2020.
ເບິ່ງວີດີໂອລາຍງານກ່ຽວກັບ ການຂາດແຄນນໍ້າໃນທົ່ວໂລກ ຍ້ອນມີຄວາມຮຽກຮ້ອງ ຕ້ອງການນໍ້າຫລາຍຂຶ້ນ: