ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຢູ ລົງຄະແນນສຽງ ຢ່າງເປັນເອກກະສັນ ຮັບເອົາລະບຽບ ການຖອນໂຕຂອງອັງກິດ


ນາຍົກລັດຖະມົນຕີແບລຢ້ຽມ ທ່ານ Charles Michel ຖະແຫຼງ ຕໍ່ພວກນັກຂ່າວ ຂະນະທີ່ທ່ານເດີນທາງໄປເຖິງ
ກອງປະຊຸມສຸດຍອດອີຢູ ໃນນະຄອນບຣັສເຊີລສ໌, 29 ເມສາ​ 2017)
ນາຍົກລັດຖະມົນຕີແບລຢ້ຽມ ທ່ານ Charles Michel ຖະແຫຼງ ຕໍ່ພວກນັກຂ່າວ ຂະນະທີ່ທ່ານເດີນທາງໄປເຖິງ ກອງປະຊຸມສຸດຍອດອີຢູ ໃນນະຄອນບຣັສເຊີລສ໌, 29 ເມສາ​ 2017)

ສະຫະພາບ​ຢູ​ໂຣບ ​ໄດ້​ລົງ​ຄະ​ແນນ​ສຽງ​ຢ່າງ​ເປັນ​ເອກ​ກະສັນ ຮັບຮອງ​ເອົາຫຼັກການ​ທົ່ວ​
ໄປ ​ໃນ​ການ​ເຈລະຈາ​ກ່ຽວ​ກັບ​ການ​ຖອນ​ໂຕ​ຂອງ​ອັງກິດ​ອອກ​ຈາກ​ກຸ່ມດັ່ງກ່າວ ອີງ​ຕາມ
ຄຳ​ເວົ້າຂອງ​ປະທານ​ກອງ​ປະຊຸມ​ສຸດ​ຍອດ ​ໃນ​ວັນ​ເສົາ​ວານ​ນີ້.

ທ່ານ Donald Tusk ປະທານ​ຂອງ​ສະພາ​ຢູ​ໂຣບຊຶ່ງ​ໄດ້​ຂຽນ​ລົງ​ໃນ Twitter ຈາກ​ກອງ​
ປະຊຸມ​ສຸດ​ຍອດ ບ່ອນ​ທີ່​ພວກ​ຜູ້ນຳ​ຂອງ​ສະຫະພາບ​ຢູ​ໂຣບພົບ​ປະກັນຢູ່​ນະຄອນ Brus-
sels ​ໂດຍ​ບໍ່​ມີທ່ານ​ນາງ Theresa May ນາ​ຍົກ​ລັດຖະມົນຕີ​ອັງກິດ​ເຂົ້າຮ່ວມນຳ​ນັ້ນວ່າ “ຫຼັກການ​ນີ້ ໄດ້​ຖືກ​ຮັບຮອງ​ເອົາ​ ດ້ວຍ​ຄະ​ແນນ​ສຽງ ຢ່າງ​ເປັນ​ເອກ​ກະສັນ. ອຳນາດ​ທາງ​
ດ້ານ​ການ​ເມືອງ ອັນໜັກ​ແໜ້ນ ​ແລະ​ເປັນ​ທຳ ໄດ້​ຖືກ​ມອບ​ໝາຍ​ໃຫ້ ​ຈາກ ສະຫະພາບ​ຢູ​
ໂຣບທັງ​ 27 ປະ​ເທດ ກ່ຽວ​ກັບ​ການ​ເຈລະ​ຈາ​ໃນ​ການ​ຖອນ​ໂຕ​ແມ່ນ​ພ້ອມ​ແລ້ວ.”

ພວກ​ຜູ້ນຳ​ຂອງ 27 ປະ​ເທດ ​ໄດ້​ລົງ​ຄະ​ແນນ​ສຽງ​ໃຫ້ການ​ອະນຸມັດ​ຕໍ່ຫຼັການ​ດັ່ງກ່າວພາຍ
​ໃນ​ເວລາ​ບໍ່​ຮອດ 15 ນາທີ.

ການ​ເຈລະຈາ​ກັບ​ອັງກິດຈະ​ເລີ້ມຂຶ້ນບໍ່​ດົນ​ຫລັງ​ຈາກ​ການ​ເລືອກ​ຕັ້ງທົ່ວ​ໄປ​ໃນ​ວັນ​ທີ 8 ມິ
ຖຸນາ​ຈະ​ມານີ້.

ການ​ເຈລະຈາ​ດັ່ງກ່າວ ​ແມ່ນ​ຈະ​ເພັ່ງ​ເລັງ​ໃສ່​ບັນຫາ​ຕ່າງໆ ​ເຊັ່ນ​ສະຫວັດດີ​ພາບ​ຂອງປະ
ຊາຊົນ ​ແລະ​ບັນດາ​ຄອບຄົວ ​ຂອງ​ສະຫະພາບ​ຢູ​ໂຣບ ທີ່​ອາ​ໄສ​ຢູ່​ໃນ​ປະ​ເທດ​ອັງກິດ ຕະ
ຫລອດ​ທັງ​ຄຳ​ຖາມ​ຕ່າງໆ​ກ່ຽວ​ກັບ​ໜີ້ສິນ​ຂອງ​ອັງກິດທີ່​ຍັງ​ຕິດ​ສະຫະພາບ​ຢູ​ໂຣບ ​ໃນ​ຂະ
ນະ​ທີ່​ສະຫະພາບ​ຢູ​ໂຣບຢືນ​ຢັດ​ວ່າ ອັງກິດ​ເປັນ​ຜູ້​ຮັບຜິດຊອບ​ທາງ​ດ້ານ​ການ​ເງິນ​ທັງ​ໝົດ ​
ໃນ​ການ​ຖອນ​ໂຕ​ອອກ​ຈາກ​ກຸ່ມ​ດັ່ງກ່າວທີ່​ອາດຈະ​ສູງ​ເຖິງ 65 ຕື້​ໂດ​ລາ.

ຄ່າ​ໃຊ້​ຈ່າຍ​ທີ່​ສະ​ເພາະ​ເຈາະ​ຈົງ​ແມ່ນ​ນຶ່ງ​ໃນ​ຫຼາຍໆ​ຈຸດ​ທີ່​ຍັງ​ເປັນ​ບັນຫາ​ໂຕ້​ຖຽງລະຫວ່າງ
​ອັງກິດ​ແລະ​ສະຫະພາບ​ຢູ​ໂຣບ ຊຶ່ງ​ປະທານ​ກຳມາ​ທິການ​ສະຫະພາບ​ຢູ​ໂຣບ ທ່ານ Jean-
Claude Juncker ກ່າວ​ໃນ​ວັນ​ເສົາ​ວານ​ນີ້ວ່າ​ປັດຈຸບັນອັງກິດ​ກຳລັງຂັດຂວາງ​ແຜນການ​ງົບປະມານ​ໄລຍະ​ຍາວ​ຂອງ​ສະຫະພາບ​ຢູ​ໂຣບ.

ທ່ານ Juncker ກ່າວ​ວ່າ “ມັນ​ຈະ​ເປັນ​ການ​ດີ​ຫຼາຍ ແລະ​ມັນ​ຈະ​ເຮັດ​ໃຫ້ ການ​ເລີ່​ມຕົ້ນ​ໃນ​
ການ​ເຈລະຈາ​ງ່າຍ​ຂຶ້ນ ຖ້າ​ອັງກິດ​ຫາກ​ຍົກ​ເລີກ​ການ​ຄັດຄ້ານ​ຂອງ​ຕົນ.”

ກອງ​ປະຊຸມ​ສຸດ​ຍອດ ​ທີ່​ໃຊ້​ເວລາ ​ຂ້ອນ​ຂ້າງ​ສັ້ນ ມີ​ຂຶ້ນນຶ່ງ​ເດືອນ​ເຕັມ ຫຼັງຈາກ ​ທ່ານນາງ
May ລິເລີ້ມຂັ້ນຕອນ​ໃນ​ການ​ຖອນ​ໂຕທີ່​ໃຊ້​ເວລາ​ສອງ​ປີຫຼັງຈາກ​ອັງກິດ​ໄດ້ລົງ​ປະຊາ​ມະ
ຕິ ຖອນ​ໂຕ​ອອກ​ຈາກ​ສະຫະພາບ​ຢູ​ໂຣບ ​ເມື່ອ​ວັນ​ທີ 23 ມິ​ຖຸນາ ປີ 2016.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG