ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານ Navalny ຖືກຈັບ ຍ້ອນຈະໄປຮ່ວມ ການປະທ້ວງ


ຜູ້ນຳ​ຝ່າ​ຍຄ້ານຣັດ​ເຊຍ ທ່ານ Alexei Navalny ​ໄດ້​ຖືກ​ກັກ
​ຂັງ​ໂດຍຕຳຫຼວດ ​ໃນ​ຂະນະ​ທີ່​ທ່ານ ເດີນທາງໄປ​ຮ່ວມພວກ
​ເດີນ​ຂະ​ບວນ ເພື່ອ​ປະ​ທ້ວງຕໍ່ການ​ຕັດສິນລົງໂທດທ່ານ ໃນ
ຄວາມຜິດຖານສໍ້ໂກງເງິນ​ ໃນ​ຕອນ​ເຊົ້າ​ຂອງມື້ວານນີ້.

ນອກນັ້ນ ຕຳຫລວດ​ຍັງ​ໄດ້​ຈັບ​ພວກ​ປະ​ທ້ວງ​ ຫລາຍ​ສິບ​ຄົນ
ໃກ້​ກັບ​ຈະຕຸ​ລັດ​ແດງ ​ແລະວັງ Kremlin. ການ​ປະ​ທ້ວງໂດຍ
ທົ່ວໄປແລ້ວແມ່ນໄດ້ດຳເນີນໄປຢ່າງສັນຕິ ດັ່ງທີ່ໄດ້​ເຫັນກັນ
​ ​ຢູ່​ໃນ​ໂທລະ​ພາບທີ່ຖ່າຍທອດອອກອາກາດສົດ.

ຫລາຍ​ພັນ​ຄົນ​ໄດ້​ໄປໂຮມຊຸມນຸມກັນຢູ່ຈະຕຸ​ລັດແດງ ​ເພື່ອ​ປະ​
ທ້ວງ​ການ​ຕັດສິນ​ທ່ານAlexei Navalny ​ແລະ​ນ້ອງ​ຊາຍ ທ່ານ Oleg.

ກະຊວງ​ຕ່າງປະ​ເທດ ສະຫະລັດ ​ແລະ​ສະຫະພາບ​ຢູ​ໂຣບ ​ປະນາມ​ການ​ຕັດສິນ ໂທດນີ້
ວ່າ ເປັນ​ທີ່ລົບ​ກວນ ແລະເປັນການ​ຕັດສິນ​ທີ່​ມີຈຸດປະສົງທາງ​ການ​ເມືອງ ​ທີ່ແນໃສ່ເພື່ອ​
ປິດ​ປາກ​ຜູ້​ຕິຕຽນຄົນສຳຄັນ ຕໍ່ປະທານາທິບໍດີ Vlademir Putin.

ໃນການຖະແຫຼງ​ທີ່ນະຄອນຫລວງວໍຊິງ​ຕັນໃນວັນອັງຄານວານນີ້ ​ໂຄສົກ​ກະຊວງ​ຕ່າງປະ
​ເທດສະຫະລັດ ທ່ານ Jeff Rathke ກ່າວ​ວ່າ ປະຊາຊົນຣັດເຊຍ ສົມ​ຄວນ​ມີລັດຖະບານ
ທີ່ໃຫ້ການສະໜັບສະໜຸນຕໍ່​ການມີແນວຄິດທີ່​ເປີດກວ້າງ.

ນອກນັ້ນສະຫະພາບຢູໂຣບຍັງໄດ້ປະນາມການຕັດສິນໂທດຕໍ່ທັງສອງອ້າຍນ້ອງໂດຍກ່າວ
ວ່າ ເບິ່ງແລ້ວຄືວ່າມີຈຸດປະສົງທາງການເມືອງ. ສະຫະພາບຢູໂຣບ ຮຽກຮ້ອງໃຫ້ໃຊ້ຄວາມ
ຢັບຢັ້ງ ໃນລະຫວ່າງການປະທ້ວງໃດໆກໍຕາມ ຕໍ່ຄຳຕັດ ສິນດັ່ງກ່າວ.

ໃນຕອນເຊົ້າຂອງມື້ວານນີ້ ສານຣັດເຊຍພົບເຫັນວ່າ ທ່ານ Alexei Navalny ມີຄວາມຜິດ
ໃນຖານສໍ້ໂກງບໍລິສັດເຄື່ອງສຳອາງຝຣັ່ງ ຢ່າງໜ້ອຍ 500,000 ໂດລາ.

Russian Opposition Leader Detained for Trying to Join Protest
please wait

No media source currently available

0:00 0:03:45 0:00

XS
SM
MD
LG