ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກປະທ້ວງ ໂຮມຊຸມນຸມ ກັນອີກ ຮຽກຮ້ອງໃຫ້ ປ. ຢູເຄຣນ ລາອອກ (ສະໄລດ໌/ວີດີໂອ)


Ukraine Protesters Regroup as West Condemns Violence
please wait

No media source currently available

0:00 0:02:22 0:00
ລິງໂດຍກົງ
ພວກປະທ້ວງໄດ້ໄປໂຮມຊຸມນຸມກັນອີກ ທີ່ນະຄອນຫຼວງຢູເຄຣນ
ໃນວັນອາທິດມື້ນີ້ ເພື່ອທວງໃຫ້ ປະທານນາທິບໍດີ Viktor Yanu-
kovych ລາອອກ ຫລັງຈາກທ່ານບໍ່ໄດ້ລົງນາມ ໃນຂໍ້ຕົກລົງທາງ ດ້ານເສດຖະກິດກັບສະຫະພາບຢູໂຣບໃນລະຫວ່າງກອງປະຊຸມ ສຸດຍອດເມື່ອອາທິດແລ້ວນີ້.

ປະທານາທິບໍດີຢູເຄຣນ ໄດ້ປະນາມການກໍ່ຄວາມຮຸນແຮງທີ່ຈະ
ຕຸລັດເອກກະລາດ ໃນນະຄອນຫຼວງ Kyiv ຫຼັງຈາກທ່ານໄດ້ປະ
ຕິເສດບໍ່ຍອມລົງນາມໂດຍເວົ້າວ່າ ເປັນການກະທຳທີ່ໂຫດຫ້ຽມ
ຫຼາຍ.



ຕຳຫຼວດປາບຈະລາຈົນຂອງຢູເຄຣນໄດ້ໃຊ້ໄມ້ຄ້ອນແລະລະເບີດທີ່ມີສຽງດັງແລະແສງຈ້າ ເພື່ອທັບມ້າງພວກປະທ້ວງ ໃນຕອນເຊົ້າຂອງມື້ວານນີ້ ຫລັງຈາກປະທານາທິບໍດີ ບໍ່ໄດ້ລົງ ນາມໃນຂໍ້ຕົກລົງການຄ້າເສລີ ກັບສະຫະພາບຢູໂຣບ.

ການປະຕິເສດຂອງທ່ານ Yanukovych ຕໍ່ຂໍ້ຕົກລົງດັ່ງກ່າວ ທີ່ກອງປະຊຸມສຸດຍອດຂອງ ສະຫະພາບຢູໂຣບທີ່ນະຄອນຫຼວງ Vilnius ຂອງລີທົວເນຍນັ້ນແມ່ນເປັນການປະຕິເສດ ແບບສົມປະໝາດຕໍ່ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel.

ໃນຂະນະທີ່ການເຈລະຈາລົ້ມແຫຼວລົງໃນນາທີສຸດທ້າຍນັ້ນພວກປະທ້ວງຝ່າຍຄ້ານຫຼາຍ ພັນຄົນກໍໄດ້ໄປໂຮມຊຸມນຸມກັນເປັນເທື່ອທີສອງໃນຮອບອາທິດຜ່ານມາຢູ່ໃນເຂດໃຈກາງ ຂອງນະຄອນຫຼວງຢູເຄຣນ ເພື່ອຮຽກຮ້ອງໃຫ້ປະທານາທິບໍດີລາອອກ.

EU - Ukraine
please wait
Embed

No media source currently available

0:00 0:00:25 0:00
XS
SM
MD
LG