ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຢູ ຕິຕຽນ ຣັດເຊຍ ທີ່ກົດດັນ ຢູເຄຣນ ບໍ່ໃຫ້ເຊັນ ຂໍ້ຕົກລົງ ການຄ້າເສລີ (ສະໄລດ໌/ວີດີໂອ)


Ukraine
please wait
Embed

No media source currently available

0:00 0:00:52 0:00
ສະຫະພາບຢູໂຣບຫລືອີຢູ ຕຳໜິຕິຕຽນຣັດເຊຍ ທີ່ໄດ້ກົດດັນໃຫ້
ຢູເຄຣນຍົກເລີກຂໍ້ຕົກລົງການຄ້າເສລີທີ່ມີຄວາມສຳຄັນປະຫວັດ ສາດກັບສະຫະພາບຢູໂຣບ.

ການຍົກເລີກ ຊຶ່ງໄດ້ມີການປະກາດໃນອາທິດແລ້ວ ໂດຍປະທາ
ນາທິບໍດີຢູເຄຣນ ທ່ານ Viktor Yanukovych ໄດ້ດັງກ້ອງກັງ
ວານທີ່ກອງປະຊຸມສຸດຍອດຂອງສະພາບຢູໂຣບທີ່ນະຄອນຫຼວງ
Vilnius ຂອງລີທົວເນຍ ບ່ອນທີ່ນາຍົກລັດຖະມົນຕີເຢຍຣະມັນ
ທ່ານນາງ Angela Merkel ໄດ້ກ່າວຢູ່ໃນວີດີໂອຕໍ່ຜູ້ນຳຂອງຢູ
ເຄຣນໃນມື້ວັນສຸກວານນີ້ວ່າ “ພວກເຮົາຄາດຫວັງຫຼາຍໄປກວ່າ
ນີ້.”

ທ່ານ Yanukovych ໄດ້ຕອບໂດຍແຈ້ງໃຫ້ຜູ້ນຳເຢຍຣະມັນຊາບວ່າ ສະຖານະການທາງ ດ້ານເສດຖະກິດໃນຢູເຄຣນ ແມ່ນໜັກໜ່ວງຫລາຍ ແລະພວກເຮົາມີບັນຫາຫຍຸ້ງຍາກອັນ ໃຫຍ່ຫລວງກັບມົສກູ.”

ກອງປະຊຸມສຸດຍອດ ຂອງສະຫະພາບຢູໂຣບ ທີ່ສິ້ນສຸດລົງ ໃນວັນສຸກວານນີ້ ແມ່ນມີການ ຄາດກັນວ່າ ຈະເປັນພິທີລົງນາມໃນຂໍ້ຕົກລົງຄັ້ງໃຫຍ່.

ແຕ່ ໃນຂະນະທີ່ການເຈລະຈາຂັ້ນສຸດທ້າຍແຕກຫັກລົງ ພວກປະທ້ວງຝ່າຍຄ້ານຫຼາຍພັນ ຄົນທີ່ນະຄອນຫຼວງ Kyiv ໄດ້ໄປໂຮມຊຸມນຸມກັນເປັນເທື່ອທີ 2 ໃນອາທິດນີ້ ຢູ່ໃນເຂດໃຈ ກາງຂອງນະຄອນດັ່ງກ່າວເພື່ອຮຽກຮ້ອງໃຫ້ປະທານາທິບໍ ດີລາອອກ.

ຕຳຫຼວດປາບຈະລາຈົນໄດ້ໃຊ້ໄມ້ຄ່ອນແລະລະເບີດທີ່ມີສຽງດັງແລະແສງຈ້າໃນຕອນເຊົ້າ ມືດຂອງວັນເສົາມື້ນີ້ ເພື່ອຂັບໄລ່ພວກປະທ້ວງໃຫ້ໜີອອກໄປຈາກເຂດໃຈກາງເມືອງ.

XS
SM
MD
LG