ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຢູເຄຣນ ວ່າ ການເຂົ້າເປັນ ສະມາຊິກ ຂອງອີຢູ ຂຶ້ນຢູ່ກັບ ການຊ່ອຍເຫຼືອ (ສະໄລດ໌/ວີດີໂອ)


ປະທານາທິບໍດີຢູເຄຣນ Viktor Yanukovych (ກາງ) ພວມຈະຖ່າຍຮູບຮ່ວມກັນ ທີ່ກອງປະຊຸມສຸດຍອດ ກັບພາຄີ ຕາເວັນອອກ ທີ່ນະຄອນຫຼວງ Vilnius ປະເທດລີທົວເນຍ (29 ພະຈິກ 2013)
ປະທານາທິບໍດີຢູເຄຣນ Viktor Yanukovych (ກາງ) ພວມຈະຖ່າຍຮູບຮ່ວມກັນ ທີ່ກອງປະຊຸມສຸດຍອດ ກັບພາຄີ ຕາເວັນອອກ ທີ່ນະຄອນຫຼວງ Vilnius ປະເທດລີທົວເນຍ (29 ພະຈິກ 2013)
ປະທານາທິບໍດີຢູເຄຣນ ທ່ານ Viktor Yanukovych ກ່າວວ່າ
ປະເທດຂອງທ່ານຕ້ອງການໆສະໜັບສະໜຸນທາງດ້ານເສດຖະ
ກິດ ແລະການເງິນ ຈາກສະຫະພາບຢູໂຣບ ຫລື EU ກ່ອນທີ່ຢູ
ເຄຣນຈະລົງນາມໃນຂໍ້ຕົກລົງທາງດ້ານການເມືອງແລະການຄ້າ
ເສລີກັບສະຫະພາບຢູໂຣບ.

ປະທານາທິບໍດີ Yanukovych ກ່າວຕໍ່ກອງປະຊຸມສຸດຍອດຜູ້
ນຳຂອງສະຫະພາບຢູໂຣບໃນວັນສຸກມື້ນີ້ວ່າ ການຕົກລົງໃດໆ
ກໍຕາມ ແມ່ນຈະຂຶ້ນຢູ່ກັບໂຄງການໃຫ້ຄວາມຊ່ອຍເຫລືອຮ່ວມ
ທາງດ້ານເສດຖະກິດແກ່ຢູເຄຣນ.

ຢູເຄຣນໄດ້ປະຕິເສດບໍ່ຍອມລົງນາມໃນຂໍ້ຕົກລົງເຂົ້າເປັນສະມາຊິກຂອງສະຫະພາບຢູໂຣບ ໃນວັນສຸກມື້ນີ້ ເຖິງແມ່ນວ່າຈໍເຈຍແລະແລະໂມລໂດວາ ໄດ້ລົງນາມໃນບົດບັນທຶກຄວາມຕັ້ງ ໃຈ ທີ່ຈະເຂົ້າຮ່ວມສະຫະພາບຢູໂຣບ ທີ່ມີສະມາຊິກ 28 ປະເທດນັ້ນ.



ຂໍ້ຕົກລົງດັ່ງກ່າວໄດ້ລົງນາມຫຍໍ້ໃນວັນສຸກມື້ນີ້ ໃນມື້ທີສອງຂອງກອງປະຊຸມສຸດຍອດປະເທດ ສະມາຊິກຂອງສະຫະພາບຢູໂຣບເປັນເວລາສອງມື້ທີ່ນະຄອນຫຼວງ Vilnius ຂອງລີທົວເນຍ.

ກອງປະຊຸມສຸດຍອດໃນຄັ້ງນີ້ ແມ່ນຄາດກັນວ່າຈະເປັນຂີດໝາຍ ໃນພິທີເຊັນສັນຍາຄັ້ງປະ ຫວັດສາດ ເພື່ອຂະຫຍາຍເຂດການຄ້າເສລີລະຫວ່າງສະຫະພາບຢູໂຣບ ແລະຢູເຄຣນແຕ່ ປະທານາທິບໍດີຂອງຢູເຄຣນ ທ່ານ Viktor Yanukovych ໄດ້ໂຈະ ການເຊັນຂໍ້ຕົກລົງດັ່ງ ກ່າວ ໃນອາທິດແລ້ວ ເພື່ອຢາກໃຫ້ມີຄວາມສຳພັນເພີ້ມຂຶ້ນກັບຣັດເຊຍ.

ການຕັດສິນໃຈທີ່ວ່ານີ້ ໄດ້ກໍ່ໃຫ້ມີການປະທ້ວງຂະໜາດໃຫຍ່ ຢູ່ໃນຢູເຄຣນ ໂດຍພວກເດີນ ຂະບວນທີ່ນິຍົມສະຫະພາບຢູໂຣບ. ຫຼາຍພັນຄົນໄດ້ໄປເຕົ້າໂຮມກັນ ທີ່ນະຄອນຫຼວງ Kyiv ໃນຮອບອາທິດຜ່ານມາ ເພື່ອຮຽກຮ້ອງໃຫ້ຢູເຄຣນ ເຊັນຂໍ້ຕົກລົງການຄ້າ ກັບສະຫະພາບຢູ ໂຣບ. ການປະທ້ວງຍັງດຳເນີນຢູ່ຕໍ່ມາ ທີ່ນະຄອນ Kyiv ໃນວັນສຸກມື້ນີ້.

ປະທານາທິບໍດີຝຣັ່ງທ່ານ Francois Holland ກ່າວທີ່ກຸງ Vilnius ໃນວັນສຸກມື້ນີ້ວ່າການ ສະເໜີໃຫ້ເຂົ້າເປັນພາຄີ ແມ່ນຍັງເປີດກວ້າງ ຢູ່ຖ້າຫາກຢູເຄຣນ ຕັດສິນໃຈວ່າ ຕົນຍັງຕ້ອງ
ການ.

Ukraine
please wait
Embed

No media source currently available

0:00 0:00:28 0:00
XS
SM
MD
LG