ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂໍ້ຕົກລົງ ກ່ຽວກັບ ອົບພະຍົບ ລະຫວ່າງ ອີຢູ ກັບ ເທີກີ ບໍ່ສາມາດ ຢັບຢັ້ງ ຊາວອົບພະຍົບ ເດີນທາງໄປຍັງກຣິສ


ຊາຍຄົນນຶ່ງ ຕັດຜົມໃຫ້ ອົບພະຍົບຄົນນຶ່ງຄືກັນ ຢູ່ທີ່ Idomeni,ຊາຍແດນທາງພາກເໜືອ ຂອງກຣິສ, ວັນອາທິດ ທີ 20 ມີນາ 2016.
ຊາຍຄົນນຶ່ງ ຕັດຜົມໃຫ້ ອົບພະຍົບຄົນນຶ່ງຄືກັນ ຢູ່ທີ່ Idomeni,ຊາຍແດນທາງພາກເໜືອ ຂອງກຣິສ, ວັນອາທິດ ທີ 20 ມີນາ 2016.

ພວກອົບພະຍົບຫຼາຍຮ້ອຍຄົນ ສ່ວນໃຫຍ່ ແມ່ນຊາວຊີເຣຍ
ຜູ້ທີ່ຫລົບໜີຈາກສົງຄາມ ທີ່ແກ່ຍາວມາໄດ້ 5 ປີແລ້ວນັ້ນ ຍັງ
ສືບຕໍ່ຂຶ້ນຝັ່ງ ຂອງປະເທດກຣິສ ໃນວັນອາທິດວານນີ້ ໂດຍໄດ້
ເດີນທາງໄປເຖິງ ເກາະຕ່າງໆຂອງກຣິສ ດ້ວຍເຮືອທີ່ບໍ່ແໜ້ນໜາ
ເຖິງແມ່ນວ່າ ນານາຊາດ ຈະໄດ້ຕົກລົງວ່າ ຈະສົ່ງພວກອົບພະຍົບ ດັ່ງກ່າວກັບຄືນໄປຍັງເທີກີ ກໍຕາມ.

ພວກທີ່ເຫັນເຫດການ ກ່າວວ່າ ອົບພະຍົບເກືອບ 900 ຄົນ
ລວມມີ ຊາວຊີເຣຍ ຊາວອີຣັກ ແລະ ຊາວອັຟການິສຖານ ໄດ້
ເດີນທາງ ຂ້າມຄືນວັນເສົາ ຫາວັນອາທິດ ໄປເຖິງ 4 ເກາະ ຂອງ Aegean. ທາງການ
ກ່າວວ່າ ໄດ້ມີການພົບເຫັນວ່າ ຜູ້ຊາຍຊີເຣຍ ສອງຄົນເສຍຊີວິດ ຢູ່ໃນເຮືອລຳນຶ່ງ ແລະ
ຜູ້ຍິງສອງຄົນຈົມນ້ຳຕາຍ ຢູ່ໃກ້ກັບແຜ່ນດິນໃຫຍ່ ຂອງເທີກີ ນອກຝັ່ງຂອງເກາະ Rhodes
ທີ່ຄວບຄຸມໂດຍກຣິສ. ອົງການກາແດງ ລາຍງານວ່າ ອົບພະຍົບອີກ 9 ຄົນ ເສຍຊີວິດ ຢູ່
ນອກຝັ່ງຂອງລີເບຍ.

ພາຍໃຕ້ ຂໍ້ຕົກລົງຂອງສະຫະພາບຢູໂຣບ ທີ່ໄດ້ບັນລຸໃນວັນສຸກຜ່ານມາ ກັບ ລັດຖະບານ
Ankara ຂອງເທີກີ ທີ່ວ່າ ຊາວອົບພະຍົບທັງໝົດ ລວມທັງ ຊາວຊີເຣຍ ທີ່ເດີນທາງໄປເຖິງ
ກຣິສ ໂດຍທາງທະເລ ຈາກເທີກີ ຫຼັງຈາກວັນທີ 20 ຈະຖືກສົ່ງກັບຄືນ ທັນທີຫຼັງຈາກ ທີ່ໄດ້
ຂຶ້ນຖະບຽນ ແລະ ການອ້າງຂໍລີ້ໄພຂອງພວກເຂົາເຈົ້າໄດ້ຖືກດຳເນີນການຕໍ່ໄປ.

ແຕ່ບັນດາເຈົ້າໜ້າທີ່ ສືບຕໍ່ເຕືອນວ່າ ລະບຽບການໆສົ່ງກັບຄືນນັ້ນ ບໍ່ພ້ອມທີ່ຈະປະຕິບັດໄດ້
ກ່ອນວັນທີ 4 ເມສາ ແລະ ຂຶ້ນກັບ ປະເທດໃນສະຫະພາບຢູໂຣບ ທີ່ຈະສະໜອງ ພະນັກງານ
ເກືອບ 4,000 ຄົນ ທີ່ລວມທັງ ຜູ້ພິພາກສາ ຜູ້ແປພາສາ ແລະ ພະນັກງານຮັກສາ ຄວາມ
ປອດໄພ ເພື່ອຈັດແຈງບຸກຄົນທີ່ອ້າງວ່າເປັນອົບພະຍົບ.

ຂໍ້ຕົກລົງນັ້ນ ຍັງຮຽກຮ້ອງ ລັດຖະບານ Ankara ຊຶ່ງໄດ້ເປັນເຈົ້າພາບຮັບເອົາອົບພະຍົບ
ຊີເຣຍ ຫຼາຍກວ່າ 2 ລ້ານ 5 ແສນຄົນຢູ່ແລ້ວ ໃຫ້ເສີມຂະຫຍາຍ ຄວາມພະຍາຍາມພາຍໃນ
ປະເທດ ເພື່ອປາບປາມອົບພະຍົບທີ່ຜິດກົດໝາຍ. ພ້ອມກັນນັ້ນ ສະຫະພາບຢູໂຣບ ກໍໃຫ້
ຄຳໝັ້ນສັນຍາວ່າ ຈະໃຫ້ທຶນການຊ່ອຍເຫຼືອ 6.6 ຕື້ໂດລາ ເພື່ອຮັບມືກັບ ວິກິດການທີ່ມີຢູ່
ແລ້ວ ໃນປະເທດເທີກີ.

ພວກອົບພະຍົບເຫຼົ່ານັ້ນ ຜູ້ທີ່ໄດ້ໄປເຖິງດິນແດນຂອງກຣິສ ກ່ອນຕອນເຊົ້າວັນອາທິດ
ວານນີ້ ຈະຖືກດຳເນີນການ ພາຍໃຕ້ກົດລະບຽບເກົ່າ ທີ່ກ່າວວ່າ ຊີເຣີຍຄົນນຶ່ງ ຈະໄດ້ຕັ້ງ
ຖິ່ນຖານຢູ່ປະເທດ ໃນທະວີບຢູໂຣບ ຕໍ່ອົບພະຍົບຄົນນຶ່ງ ທີ່ຖືກສົ່ງກັບຄືນໄປຍັງ ປະເທດ
ເທີກີ.

Europe Migrants
please wait
Embed

No media source currently available

0:00 0:01:13 0:00

XS
SM
MD
LG