ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຫົວ​ໜ້າ​ການ​ຄ້າ ຂອງສະ​ຫະ​ພາບ ​ຢູ​ໂຣບ ເວົ້າວ່າ ຈະ​ຕອບ​ໂຕ້​ຄືນ​ ຖ້າ​ ສ​ຫລ ເກັບ​ພາ​ສີ ​ນຳ​ເຂົ້າລົດ


ທ່ານໂຣ​ເບີດ ໄລ​ທາຍ​ເຊີ (Robert Lighthizer) ຜູ້​ຕາງ​ໜ້າດ້ານ​ການ​ຄ້າຂອງ​ສະຫະ​ລັດ ແລະທ່ານ​ນາງ ເຊ​ຊີ​ເລຍ ມາມ​ສ​ໂຕ​ຣມ (Cecilia
Malmstrom) ກຳ​ມາ​ທິ​ການ​ດ້ານ​ການ​ຄ້າ ​ຂອງ​ຢູ​ໂຣບ ຢູ່ກອງ​ປະ​ຊຸມ ທີ່​ນະ​ຄອນ ບ​ຣັ​ສ​ເຊີ​ລ​ສ໌, ປະ​ເທດ​ແບ​ລ​ຢ້ຽ​ມ ໃນ​ວັນ​ທີ 10 ມີ​ນາ 2018.
ທ່ານໂຣ​ເບີດ ໄລ​ທາຍ​ເຊີ (Robert Lighthizer) ຜູ້​ຕາງ​ໜ້າດ້ານ​ການ​ຄ້າຂອງ​ສະຫະ​ລັດ ແລະທ່ານ​ນາງ ເຊ​ຊີ​ເລຍ ມາມ​ສ​ໂຕ​ຣມ (Cecilia Malmstrom) ກຳ​ມາ​ທິ​ການ​ດ້ານ​ການ​ຄ້າ ​ຂອງ​ຢູ​ໂຣບ ຢູ່ກອງ​ປະ​ຊຸມ ທີ່​ນະ​ຄອນ ບ​ຣັ​ສ​ເຊີ​ລ​ສ໌, ປະ​ເທດ​ແບ​ລ​ຢ້ຽ​ມ ໃນ​ວັນ​ທີ 10 ມີ​ນາ 2018.

ສະ​ຫະ​ພາບ​ຢູ​ໂຣບຈະ​ຕອບ​ໂຕ້​ຄືນ​ ຖ້າ​ຫາກ​ລັດ​ຖະ​ບານ​ທ່ານທ​ຣຳ ຕັດ​ສິນ​ໃຈ​ທີ່​ຈະ
​ເກັບ​ພາ​ສີ ຕໍ່​ການ​ນຳ​ເຂົ້າ​ລົດ, ອີງ​ຕາມທ່ານ​ນາງ ເຊ​ຊີ​ເລຍ ມາມ​ສ​ໂຕ​ຣມ (Cecilia
Malmstrom) ກຳ​ມາ​ທິ​ການ​ດ້ານ​ການ​ຄ້າ​ຂອງ​ຢູ​ໂຣບ.

“ພາ​ສີ​ພວກນີ້ ຈະ​ເປັນ​ການທຳ​ລາຍ ບໍ່​ພຽງ​ແຕ່ເສ​ດ​ຖະ​ກິດ​ຂອງ​ຢູ​ໂຣບ​ເທົ່າ​ນັ້ນ ແຕ່​ຍັງ​
ຈະເປັນ​ການ​ທຳ​ລາຍ​ເສດ​ຖະ​ກິດ​ຂອງ​ສະ​ຫະ​ລັດ​ນຳ​ອີກ,” ນັ້ນ​ຄື​ຄຳ​ເວົ້າ ຂອງທ່ານ​ນາງ
ມາມ​ສ​ໂຕ​ຣມ (Malmstrom) ທີ່ກ່າວ​ໃນວັນ​ພຸດ​ວານນີ້ ຢູ່​ນະ​ຄອນ​ວໍ​ຊິງ​ຕັນພາຍ​ຫລັງ
​ທີ່ໄດ້​ພົບ​ກັບທ່ານໂຣ​ເບີດ ໄລ​ທາຍ​ເຊີ (Robert Lighthizer) ຜູ້​ຕາງ​ໜ້າດ້ານ​ການ​ຄ້າ
ຂອງ​ສະຫະ​ລັດແລ້ວ.

ທັງ​ສອງ​ຝ່າຍ​ກຳ​ລັງ​ຫາ​ທາງ​ແກ້​ໄຂ​ຄວາມ​ຂັດ​ແຍ້ງກ່ຽວ​ກັບ​ພາ​ສີ​ລົດທີ່​ທ່ານທ​ຣຳໄດ້​ນາບ
​ຂູ່​ວ່າ ຈະ​ເກັບ​ເພີ້​ມ​ເຕີມໃສ່ພາ​ສີ​ທີ່​ໄດ້​ເກັບ​ຕໍ່​ເຫລັກ​ກ້າ ແລະ​ອາ​ລູ​ມີ​ນຽມ​ຢູ່ແລ້ວນັ້ນອີກ.

ທ່ານ​ນາງ ມາມ​ສ​ໂຕ​ຣມ (Malmstrom) ເວົ້າ​ອີກວ່າ ອີ​ຢູ (EU) ກຳ​ລັງ​ກຽມ​ລາຍ​ການ
​ສິນ​ຄ້າ​ສະ​ຫະ​ລັດ​ທີ່​ຈະ​ຖືກ​ເກັບ​ພາ​ສີ​ເພື່ອ​ເປັນ​ການ​ຕອບ​ກັບໂດຍ​ມີ​ມູນ​ຄ່າ​ທີ່​ເທົ່າ​ກັນ​
ນັ້ນໄວ້ຢູ່. ທ່ານ​ນາງບໍ່​ໄດ້​ເວົ້າ​ຢ່າງ​ເຈາະ​ຈົງ​ວ່າ ສິນ​ຄ້າ​ອາ​ເມ​ຣິ​ກັນ​ປະ​ເພດ​ໃດ ຈະ​ຢູ່​ໃນ
​ເປົ້າ​ໝາຍ​ຂອງ​ການ​ເກັບ​ພາ​ສີ​ແບບນັ້ນ ໂດຍບອກວ່າ ລາຍ​ການ​ສິນ​ຄ້າ​ດັ່ງ​ກ່າວກຳ​ລັງ​
ຖື​ກ​ທົບ​ທວນ​ຄືນ​ຢູ່.

ທ່ານ​ນາງກ່າວ​ວ່າ "ມັນ​ຈະ​ເປັນ​ລາຍການສິນ​ຄ້າທີ່​ພາ​ໃຫ້​ມີ​ການ​ເທົ່າ​ທຽມ​ກັນ​ຄືນ​ອີກ
ໂດຍກວາມ​ເອົາ​ຫລາຍ​ຂະ​ແໜງ​ການ." ທ່ານນາງເວົ້າ​ເພີ້ມ​ອີກວ່າ "ລາຍ​ການນັ້ນຈະ​
ມີກຽມໄວ້ ຖ້າ​ຫາກ​ພວກ​ເຮົາ​ຄິດ​ວ່າ ມາດ​ຕະ​ການ​ພາ​ສີ​ດັ່ງ​ກ່າວ ຈະ​ກະ​ທົບ​ຕໍ່​ພວກ​ເຮົາ​.
ແຕ່ພວກຫວັງ​ວ່າ ມັນ​ຈະ​ບໍ່​ກະ​ທົບ​ພວກ​ເຮົາ​ເລີຍ."

ພາຍ​ຫລັງ​ທີ່​ສະ​ຫະ​ລັດເກັບພາ​ສີ​ເຫລັກ​ກ້າ ແລະ​ອາ​ລູ​ມີ​ນຽມ​ຂອງ​ປະ​ເທດຢູ​ໂຣບ ແລ້ວ
ສະ​ຫະ​ພາບ​ຢູ​ໂຣບ ຫລື EU ກໍ​ໄດ້​ຕອບ​ໂຕ້​ຄືນ ໂດຍການ​ເກັບ​ພາ​ສີ​ຕໍ່​ສິນ​ຄ້າ​ຂອງ​ສະ
​ຫະ​ລັດໃນ​ມູນ​ຄ່າ 3.4 ຕື້​ໂດ​ລາ ນັບ​ແຕ່ເຫລົ້າ​ວິ​ສ​ກີ ແລະລົດ​ຈັກ ຕະ​ຫລອດຮອດ
ໝາກ​ຖົ່ວ​ດິນ ແລະ​ໝາກແຄ​ຣນ​ເບີ​ຣີ.

ທ່ານ​ນາງ ມາມ​ສ​ໂຕ​ຣມ (Malmstrom) ເວົ້າ​ວ່າ ການ​ພົບ​ປະ​ຂອງ​ທ່ານ​ນາງ ກັບ​ທ່ານ
ໄລ​ທາຍ​ເຊີ (Robert Lighthizer) ໄດ້​ເພັ່ງ​ເລັງ​ໃສ່​ການຫາ​ທາງ​ຫລຸດ​ສິ່ງ​ກີດກັ້ນ​ທາງ​
ການ​ຄ້າ​ໂດຍ​ລະ​ບຽບການ​ລົງ ແລະ​ເຮັດ​ໃຫ້​ປະ​ເທດ​ຢູ​ໂຣບສາ​ມາດ ນຳ​ເຂົ້າ​ສິນ​ຄ້າ
​ອາ​ເມ​ຣິ​ກັນ​ ເຊັ່ນ ຖົ່ວ​ເຫລືອງ ແລະ​ອາຍແກັ​ສທຳ​ມະ​ຊາດ​ແຫລວ ເພີ້ມ​ຂຶ້ນອີກ.

The European Union will retaliate if the Trump administration decides to impose tariffs on car imports, European Trade Commissioner Cecilia Malmstrom said.

"These tariffs would be damaging, not only for the European economy but for the U.S. economy," Malmstrom said Wednesday in Washington after meeting U.S. Trade Representative Robert Lighthizer.

The two sides are trying to resolve the dispute over auto tariffs that Trump has threatened to impose on top of the ones he has already imposed on steel and aluminum.

Malmstrom said the EU is preparing a list of American goods that would be slapped with tariffs of equal value. She did not specify which American products would be targeted, saying the list was still being reviewed.

"It would be a rebalancing list covering a lot of different sectors," Malmstrom said. "That would be ready if we thought those measures would hit us. We hope not."

After the U.S. imposed tariffs on European steel and aluminum, the EU retaliated with $3.4 billion in tariffs on American products from whiskey and motorcycles to peanuts and cranberries.

Malmstrom said her meeting with Lighthizer had focused on looking for ways to lower regulatory barriers and enable EU countries to import more American products such as soybeans and liquefied natural gas.

XS
SM
MD
LG