ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໘ ກັນຍາ ໒໐໒໔

ສະຫະພາບຢູໂຣບ ຈະສະເໜີຕັດພາສີນຳເຂົ້າລົງໜ້ອຍນຶ່ງ ຕໍ່ ບໍລິສັດ Tesla ແລະ ລົດໄຟຟ້າອື່ນໆຈາກຈີນ


ແຟ້ມພາບ - ຄົນງານຜູ້ນຶ່ງກຳລັງເຊັດລົດໄຟຟ້າ Ora, ຂອງຈີນ, ໃນລະຫວ່າງງານວາງສະແດງລົດຍົນ (Auto Shanghai) 2023 ຢູ່ສູນກາງວາງສະແດງ ໃນນະຄອນຊຽງໄຮ້, ວັນທີ 18 ເມສາ 2023.
ແຟ້ມພາບ - ຄົນງານຜູ້ນຶ່ງກຳລັງເຊັດລົດໄຟຟ້າ Ora, ຂອງຈີນ, ໃນລະຫວ່າງງານວາງສະແດງລົດຍົນ (Auto Shanghai) 2023 ຢູ່ສູນກາງວາງສະແດງ ໃນນະຄອນຊຽງໄຮ້, ວັນທີ 18 ເມສາ 2023.

ສະຫະພາບຢູໂຣບ ຈະສະເໜີການຫລຸດພາສີຂັ້ນສຸດທ້າຍລົງຕໍ່ບໍລິສັດ Tesla ແລະຕັດອັນຕາລົງເລັກນ້ອຍສຳລັບພວກລົດໄຟຟ້າອື່ນໆທີ່ມາຈາກຈີນ ຫຼັງຈາກທີ່ໄດ້ພິຈາລະນາການຍື່ນເອກະສານໂດຍບັນດາບໍລິສັດທັງຫຼາຍ ດັ່ງທີ່ແຫຼ່ງຂ່າວທີ່ຮູ້ດີກ່ຽວກັບເລື້ອງນີ້ ໄດ້ກ່າວໃນວັນອັງຄານວານນີ້ ອີງຕາມອົງການຂ່າວຣອຍເຕີສ໌.

ຂໍ້ສະເໜີອັດຕາພາສີຂອງ Tesla ນັ້ນ ຈະຫລຸດລົງເປັນ 7.8 ເປີເຊັນ ຈາກ 9 ເປີເຊັນ ແຫຼ່ງຂ່າວໄດ້ກ່າວ. ສຳລັບ BYD ບໍ່ມີການປ່ຽນແປງຕໍ່ພາສີຂອງຕົນ ກໍຄື 17 ເປີເຊັນ. ສຳລັບ Geely ອັດຕາໃໝ່ ຈະເປັນ 18.8 ເປີເຊັນ ຈາກໃນເມື່ອກ່ອນແມ່ນ 19.3 ເປີເຊັນ. ອັນຕາສູງສຸດ 35.3 ເປີເຊັນ ຈະນຳໄປໃຊ້ກັບ SAIC ແລະພວກບໍລິສັດອື່ນໆ ທີ່ບໍ່ຮ່ວມມືກັບການສືບສວນສອບສວນຂອງສະຫະພາບຢູໂຣບ, ຕາມການກ່າວຂອງແຫລ່ງຂ່າວ.

ພາສີທັງຫຼາຍເຫຼົ່ານີ້ ແມ່ນຢູ່ຕົ້ນໆໃນມາດຕະຖານຂອງສະຫະພາບຢູໂຣບ ຄື 10 ເປີເຊັນຂອງພາສີນຳເຂົ້າສຳລັບລົດຍົນ.

The European Union will lower proposed final tariffs on Tesla (TSLA.O), opens new tab and slightly trim rates for other electric vehicles from China after taking into account submissions by the companies, a source familiar with the matter said on Tuesday.

Tesla's proposed tariff rate will drop to 7.8%, from 9%, the source said. For BYD, there was no change to its 17% tariff. For Geely, the new rate would be 18.8% from a previous 19.3%. A peak rate of 35.3% would apply to SAIC and other companies not cooperating with EU investigation, the source said.

These tariffs are on top of the EU's standard 10% import duty for cars.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG