ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະພາບຢູໂຣບ ປະກາດ ໃຫ້ການຊ່ອຍເຫຼືອ ແກ່ຊູດານ 124 ລ້ານໂດລາ


ແມ່ຍິງຢືນຢູ່ນອກ ບ່ອນແຈກຢາຍສະບູ ຜ້າຫົ່ມ ຂອງ ອົງການອົບພະຍົບ ສປຊ ທີ່ເມືອງ Yei ໃນພາກໃຕ້ ປະເທດຊູດານ. (14 ພະຈິກ 2016)
ແມ່ຍິງຢືນຢູ່ນອກ ບ່ອນແຈກຢາຍສະບູ ຜ້າຫົ່ມ ຂອງ ອົງການອົບພະຍົບ ສປຊ ທີ່ເມືອງ Yei ໃນພາກໃຕ້ ປະເທດຊູດານ. (14 ພະຈິກ 2016)

ສະຫະພາບຢູໂຣບປະກາດ ໃຫ້ການຊ່ອຍເຫລືອທາງດ້ານມະນຸດສະທຳແລະການພັດ
ທະນາ ແກ່ປະເທດຊູດານ 124 ລ້ານໂດລາ.

ກຳມາທິການຢູໂຣບ ກ່າວໃນມື້ວັນຈັນແລ້ວນີ້ວວ່າ ເງິນຈຳນວນດັ່ງກ່າວຈະນຳໄປໃຊ້ ໃນການຊື້ອາຫານສຸກເສີນ ນ້ຳສະອາດ ດ້ານສຸຂາພິບານ​ ການຮັກສາສຸຂະພາບແລະ
ຄວາມຕ້ອງການໃນດ້ານການສຶກສາ ຕະຫລອດທັງການໃຫ້ຄວາມສະໜັບສະໜູນຕໍ່
ຜູ້ຄົນທີ່ຖືກບັງຄັບໃຫ້ຍົກຍ້າຍ ໄປຈາກເຮືອນຊານບ້ານຊ່ອງຂອງພວກເຂົາເຈົ້າ ແລະ
ປະຊາຄົມຕ່າງໆທີ່ໃຫ້ພວກເຂົາເຈົ້າອາໄສຢູ່.

ທ່ານ Christopher Stylianides ກຳມາທິການດ້ານການຊ່ອຍເຫລືອມະນຸດສະທຳ ແລະການຄຸ້ມຄອງວິກິດການຂອງສະຫະພາບຢູໂຣບກ່າວວ່າ ໃນລະຫວ່າງການເດີນ ທາງໄປເຂດດາຟົວໃຕ້ວ່າ ການຊ່ອຍເຫຼືອນີ້ແມ່ນມີຄວາມຈຳເປັນເພື່ອສະໜອງຕອບ ຕໍ່ຄວາມຕ້ອງການ ຂອງຜູ້ປະສົບໄພຊາວຊູດານ ຕະຫຼອດທັງອົບພະຍົບ ທີ່ມາຈາກຊູ
ດານໃຕ້ ທີ່ເປັນເພື່ອນບ້ານ.

ທ່ານ Stylianides ກ່າວວ່າ “ການຊ່ອຍເຫລືອທາງດ້ານມະນຸດສະທຳ ທີ່ຂ້າພະເຈົ້າ ປະກາດໃນມື້ນີ້ ຈະຊ່ອຍເຫຼືອບັນເທົາທຸກຕໍ່ປະຊາຊົນທີ່ຕົກຢູ່ໃນຄວາມຫຼໍ່ແຫຼມທີ່ສຸດ ການເຂົ້າໄປເຖິງໃນການຊ່ອຍເຫຼືອທາງດ້ານມະນຸດສະທຳຕໍ່ທຸກໆເຂດຂອງປະເທດ ແມ່ນມີຄວາມສຳຄັນ ເພື່ອວ່າ ພວກເຈົ້າໜ້າມະນຸດສະທຳ ສາມາດນຳເອົາການຊ່ອຍ
ເຫລືອທີ່ຈຳເປັນນັ້ນ ໄປສູ່ຜູ້ທີ່ຕ້ອງການດ້ວຍຄວາມປອດໄພ.”

ອີງຕາມອົງການສະຫະປະຊາຊາດ ມີ 4 ລ້ານ 8 ແສນຄົນຕ້ອງການຄວາມຊ່ອຍເຫຼືອ ທາງດ້ານມະນຸດສະທຳຢູ່ປະເທດຊູດານ ຊຶ່ງສ່ວນໃຫຍ່ແລ້ວແມ່ນຢູ່ໃນເຂດດາຟົວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG