ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະພາບຢູໂຣບ ຈະຕັດສິນໃຈ ສັກຢາວັກຊີນໂຄວິດ-19 ໂດສທີສາມ ໃນຕົ້ນເດືອນຕຸລາ


ປະທານຄະນະກຳມະການ ສະຫະພາບຢູໂຣບ ທ່ານນາງວອນ ເດີຣ ເລເຢນ (von der Leyen) ກ່າວເຖິງຢຸດທະສາດຢາວັກຊິນຂອງສະຫະພາບຢູໂຣບ ໃນນະຄອນບຣັສເຊີລ.
ປະທານຄະນະກຳມະການ ສະຫະພາບຢູໂຣບ ທ່ານນາງວອນ ເດີຣ ເລເຢນ (von der Leyen) ກ່າວເຖິງຢຸດທະສາດຢາວັກຊິນຂອງສະຫະພາບຢູໂຣບ ໃນນະຄອນບຣັສເຊີລ.

ອົງການຄຸ້ມຄອງຢາຂອງສະຫະພາບຢູໂຣບ ກ່າວໃນວັນພະຫັດວານນີ້ວ່າ ຕົນມີແຜນ
ໃນຕົ້ນເດືອນຕຸລານີ້ ວ່າຈະອະນຸມັດໃຫ້ສັກຢາວັກຊີນຟາຍເຊີ-ໄບໂອແອນ ເທັກກັນ
ໂຄວິດ-19 ໂດສທີສາມ ໃຫ້ແກ່ຜູ້ມີອາຍຸ 16 ປີ ຂຶ້ນໄປຫຼືບໍ່.

ອົງການຄຸ້ມຄອງຢາຢູໂຣບ ຫຼື EMA ທຳອິດໄດ້ໃຫ້ການອະນຸມັດ ຕໍ່ຂັ້ນຕອນໃນການ
ສັກຢາສອງໂດສ ແຕ່ໄດ້ກ່າວວ່າ ຍ້ອນການຕິດແປດຢູ່ໃນພວກທີ່ໄດ້ ສັກຢາວັກຊີນ
ແລ້ວນັ້ນ ຈຶ່ງມີຄວາມຮີບດ່ວນ ໃຫ້ມີການທົບທວນກ່ຽວກັບການ ໂດສທີສາມໃຫ້ແກ່ຜູ້
ທີ່ມີອາຍຸ 16 ປີ ແລະສູງກ່ອນນັ້ນ ຫົກເດືອນຫຼັງຈາກໄດ້ ສັກຢາວັກຊີນຢ່າງເຕັມທີ່ແລ້ວ.

ເຈົ້າໜ້າທີ່ອົງການ EMA ທ່ານມາໂກ ກາວາເລຣີ (Marco Cavaleri) ກ່າວໃນ ວັນ
ພະຫັດວານນີ້ ຢູ່ກອງປະຊຸມນັກຂ່າວວ່າ “ຜົນຂອງການຊັ່ງຊານີ້ ຄາດວ່າຈະ ມີຂຶ້ນໃນ
ຕົ້ນເດືອນຕຸລາ ນອກຈາກວ່າຈະຕ້ອງການຂໍ້ມູນເພີ້ມເຕີມ.”

ຢູ່ໃນສະຫະລັດໃນວັນພຸດວານນີ້ ອົງການອາຫານ ແລະຢາ ໄດ້ອະນຸມັດໂດສທີສາມ
ຂອງຢາວັກຊີນຟາຍເຊີຣໃຫ້ແກ່ຜູ້ທີ່ມີອາຍຸ 65 ປີ ແລະສູງກວ່ານັ້ນ ສຳລັບພວກທີ່ມີ
ຄວາມສ່ຽງສູງຕໍ່ການຕິດພະຍາດ ແລະຜູ້ຄົນທີ່ຢູ່ໃກ້ກັບໄວຣັສໂຄໂຣນາ ເປັນປະຈຳ.

ປອກຕຸຍການຈະຍົກເລີກຂໍ້ຫ້າມສ່ວນໃຫຍ່ ກ່ຽວກັບໂຄວິດ-19 ທີ່ຍັງເຫຼືອຢູ່ນັ້ນ ໃນ
ວັນທີ 1 ຕຸລາ ຈະມາເຖິງນີ້ ອີງຕາມຄຳເວົ້າຂອງນາຍົກລັດຖະມົນຕີ ແອນ ໂຕນຽວ
ໂກສຕາ (Antonio Costa) ໃນວັນພະຫັດ.

ອ່ານຂ່າວນີ້ເພິ້ມເປັນພາສາອັງກິດ

XS
SM
MD
LG