ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໘ ມິຖຸນາ ໒໐໒໓

EU ງົດວຽກງານ ທຸກຢ່າງ ກ່ຽວກັບສັນຍາການຄ້າ ແລະການຮ່ວມມື ກັບຢູເຄຣນ (ວີດີໂອ)


ຊາວຢູເຄຣນ ຫຼາຍພັນຄົນ ທີ່ນິຍົມ ສະຫະພາບຢູໂຣບ ພາກັນໂຮມຊຸມນຸມ ປະທ້ວງ ຢູ່ຈະຕຸລັດເອກກະລາດ ໃນນະຄອນຫຼວງ Kyiv, ວັນທີ 15 ທັນວາ 2013.
ສະຫະພາບ​ຢູ​ໂຣບ ຫຼືອີ​ຢູ ກ່າວ​ວ່າ ຕົນ​ກໍາລັງ​ງົດ​ວຽກ​ງານ​
ທຸກ​ຢ່າງ​ກັບ​ຢູ​ເຄຣນ ທີ່​ກ່ຽວ​ກັບ​ຂໍ້​ຕົກລົງ​ດ້ານ​ການ​ຄ້າ​ແລະ​
ການ​ຮ່ວມ​ມື​ກັນ​ນັ້ນ ຫຼັງ ຈາກ​ທີ່ປະທານາທິບໍດີ Viktor
Yanukovych ບໍ່​ຍອມ​ຮັບປາກ ທີ່​ຈະ​ເຊັນ​ສັນຍາ​ດັ່ງກ່າວ
ທີ່​ທ່ານ​ໄດ້​ປະຕິ​ເສດ​ໄປ ເມື່ອ​ທ້າຍ​ເດືອນແລ້ວ​ນີ້.

ອີ​ຢູກ່າວ​ອອກ​ມາ​ຈາກ​ນະຄອນຫຼວງ Brussels ຂອງ​ປະ
​ເທດແບ​ລຈຽມ ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ຕົນ​ໄດ້​ບອກ​ຢູ​ເຄຣນ​
ແລ້ວ​ວ່າ ການ​ສົນທະນາ​ຫາລື​ກັນ​ຕື່ມ​ອີກ ​ແມ່ນ​ຈະ​ຕ້ອງ​ມີ
​ການ​ໃຫ້​ຄໍາ​ໝັ້ນ​ໝາຍ​ອອກ​ມາ​ຢ່າງ​ແຈ້ງ​ຂາວ ວ່າ​ຈະ​ເຊັນ
​ສັນຍາ​ດັ່ງກ່າວ​ນັ້ນ.

​ໃນ​ວັນ​ເສົາ​ວານ​ນີ້ ຜູ້​ແທນສະພາ​ສູງ​ສະຫະລັດ ທ່ານ John McCain ​ໄດ້​ພົບ​ປະ​ຢູ່​ນະຄອນຫຼວງຂອງ​ຢູ​ເຄຣນ ກັບ​ບັນດາ​ຜູ້​ນໍາ​ຄົນ​ສໍາຄັນ​ຂອງ​ທັງ​ຝ່າຍ​ລັດຖະບານ​ແລະ
​ຝ່າຍ​ຄ້ານ ລ່ວງ​ໜ້າການ​ໂຮມ​ຊຸມນຸມ​ປະ​ທ້ວງ​ຢ່າງ​ຂະໜານ​ໃຫຍ່ ​ໃນ​ວັນ​ອາທິດ​ມື້​ນີ້
ທີ່​ແນ​ໃສ່​ເພື່ອ​ບີບ​ບັງຄັບ ​ໃຫ້​ລັດຖະບານ​ແລະປະທານາທິບໍດີ Yanukovych ລົງ​
ຈາກ​ອໍານາດ.

ທ່ານ McCain ໄດ້​ກ່າວ​ສະໜັບ​ສະນຸນພວກ​ປະ​ທ້ວງ ທີ່​ໄດ້​ເຂົ້າ​ຄອບ​ຄອງ​ໃນ​ກາງ​ນະຄອນຫຼວງ Kyiv ຕະຫຼອດ​ເວລາ​ສ່ວນ​ໃຫຍ່​ຂອງ​ໄລຍະ ສາມ​ອາທິດ​ຜ່ານ​ມາ​ນີ້.
ທ່ານ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ ທ່ານ​ຮູ້ສຶກ​ພາກ ພູມ​ໃຈ​ໃນ​ສິ່ງ​ທີ່​ປະຊາຊົນ​ຢູ​ເຄຣນ
ກໍາລັງ​ກະທໍາ​ກັນ​ຢູ່​ໃນ​ເວລາ​ນີ້ ​ເພື່ອທີ່ເຂົາ​ເຈົ້າ​ຈະ​ສາມາດ​ກອບ​ກູ້​ເອົາ​ປະຊາທິປະ
​ໄຕ ມາສູ່​ປະ​ເທດ​ຊາດ​ຂອງ​ເຂົາ​ເຈົ້າ​ນັ້ນ.

Ukraine Dec 15
please wait
Embed

No media source currently available

0:00 0:00:58 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG