ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວຢູເຄຣນ ສືບຕໍ່ປະທ້ວງ ຕໍ່ຕ້ານລັດຖະບານ (ສະໄລດ໌/ວີດີໂອ)


ພວກ​ປະ​ທ້ວງປະມານ 200.000 ຄົນ ທີ່​ສະໜັບສະໜູນສະ
ຫະພາບຢູ​ໂຣບ ​ໄປ​ຮວມຕົວ​ກັນໃນ​ວັນ​ອາທິດ​ວານ​ນີ້ ​ໃນ
​ເມືອງ​ຫລວງ​ຂອງຢູເຄຣນ ​ເພື່ອ​ໂຮມ​ຊຸມນຸມ​ປະ​ທ້ວງ ຕໍ່ຕ້ານ
ປະທານາທິບໍດີ Viktor Yanukovych ທີ່​ຍືນ​ມື​ໄປ​ຫາຣັດ​ເຊຍ
ໃ​ນຂະນະ​ທີ່​ສະຫະພາບ​ຢູ​ໂຣບ ໃຫ້​ຮ່ອງ​ຮອຍ​ວ່າ​ ຕົນ​ກໍາລັງ
​ງົດ​ການເຈລະຈາ​ເລື້ອງ​ການ​ຮ່ວມ​ມື​ຕ່າງໆ ກັບ​ຢູ​ເຄຣນ.

ບໍ່​ເທົ່າ​ໃດ​ນາ​ທີ່ ກ່ອນ​ການ​ຊຸມນຸມ​ປະ​ທ້ວງ ຫົວໜ້າ​ຝ່າຍຂະ
ຫຍາຍ ສະຫະ​ພາບ​ຢູ​ໂຣບ ທ່ານ Stefan Fuele ກ່າວ​ຢູ່​ໃ​ນ
ໜ້າ Twitter ວ່າ ​ກຸ່ມຈັດ​ຕັ້ງ 28 ປ​ະເທດ ອີ​ຢູ ​ໄດ້ໂຈະ​ການ​
ເຈລະ​ຈາ​ໄວ້ ຈົນ​ກວ່າ​ໄດ້​ຮັບ​ຄໍາ​ໝັ້ນ​ສັນຍາ​ທີ່ແນ່ນອນ​ຈາກ
ທ່ານ Yanukovych ວ່າ Ukraine ​ເອົາ​ຈິງ​ເອົາ​ຈັງ ​ກ່ຽວ​ກັບການ​ເຊັນ​ສັນຍາ​ການ​ຄ້າ​
ກັບ​ອີ​ຢູນັ້ນ.

ທ່ານ Yanukovych ​ມີ​ກໍານົດເດີນທາງ​ໄປກຸງ​ມົສກູ ໃນ​ວັນ​ອັງຄານ​ມື້​ອຶ່ນນີ້ ​ເພື່ອ​ສົນທະນາ​
ກັບ ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ຊຶ່ງພວກ​ປະ​ທ້ວງ​ຢູ່ທີ່ຈະຕຸ​ລັດເອກ​ກະ
ລາດ ​ໃນ​ໃຈກາງ​ນະຄອນ ຫຼວງ Kyiv ນັ້ນ​ຢ້ານ​ວ່າ ອາດນໍາ​ໄປ​ສູ່​ການ​ເປັນ​ພັນທະ​ມິດ​ທີ່​ໜັກ​
ແໜ້ນ​ຂຶ້ນ​ກ່ວາ​ເກົ່າ ລະຫວ່າງສອງປະ​ເທດ​ເພື່ອນ​ບ້ານນີ້.

ພວກ​ປະ​ທ້ວງໄດ້ຮັບການ​ຄໍ້າປະກັນ ວ່າ​ສະຫະລັດຈະ​ສືບ​ຕໍ່​ສະໜັບ​ສະໜຸນ​ເຂົາ​ເຈົ້າ ​ຈາກ​ຜູ້​
ແທນ​ສະພາ​ສູງສະຫະລັດ​ສອງ​ທ່ານ ຄື ທ່ານ John McCain ​ແລະ ທ່ານ Chris Murphy
ທີ່​ກໍາລັງ​ຢ້ຽມຢາມ​ຢູ​ເຄຣນ ​ແລະ​ໄດ້​ຂົ່ມຂູ່​ຈະ​ລົງ​ໂທດ ຖ້າ​ຫາກ​ວ່າ ​ເຈົ້າ​ໜ້າ​ທີ່​ໃຊ້ຄວາມ​ຮຸນ
ແຮງ​ເພີ້​ມຂື້ນ ​ເພື່ອຂັບ​ໄລ່​ພວກ​ປະ​ທ້ວງນັ້ນ.

ວີດີໂອກ່ຽວກັບ ພວກປະທ້ວງສອງຝ່າຍ ໃນຢູເຄຣນ:

Kyiv's Two Tent Camps Reflect Ukraine East-West Divide
please wait

No media source currently available

0:00 0:03:01 0:00
ລິງໂດຍກົງ


XS
SM
MD
LG