ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງປະຊຸມສຸດຍອດ ຢູໂຣບ ເກີດຂຶ້ນພາຍຫຼັງປີແຫ່ງຄວາມສັບສົນວຸ້ນວາຍ


ບັນດາທຸງທີ່ເຫັນຢູ່ໃນຫ້ອງການໃຫຍ່ ສະພາຢູໂຣບ ທີ່ນະຄອນ “ Brussels ປະເທດ Belgium, 14 ທັນວາ, 2016.
ບັນດາທຸງທີ່ເຫັນຢູ່ໃນຫ້ອງການໃຫຍ່ ສະພາຢູໂຣບ ທີ່ນະຄອນ “ Brussels ປະເທດ Belgium, 14 ທັນວາ, 2016.

ບັນດາ​ຜູ້ນຳ​ສະຫະພາບ​ຢູ​ໂຣບ ພົບ​ປະກັນ​ຢູ່​ນະຄອນ Brussels ​ໃນ​ວັນ​ພະຫັດ​ມື້​ນີ້​ໃນ​ກອງ​ປະຊຸມ​ສຸດ​ຍອດ ລຸນຫລັງປີ​ທີ່ສັບສົນ​ວຸ້ນວາຍ​ສຳລັບ​ບັນດາກຸ່ມ​ສະມາຊິກ 28 ປະ​ເທດ ​ໃນ​ຂະນະ​ທີ່​ມີ​ບັນຫາຕ່າງໆ​ປົກ​ຄຸມ​ຄວາມເຊື່ອ​ຖື ​ແລະ​ອະນາ​ຄົດຂອງ​ການຈັດ​ຕັ້ງດັ່ງກ່າວຢູ່.

ຢູ່​ໃນ​ບັນດາການ​ທ້າທາຍ​ສູງ​ສຸດ ທີ່​ຈະ​ນຳ​ມາ​ຖະ​ແຫລ​ງ ຢູ່​ກອງ​ປະ​ຊຸມ​ນຶ່ງ​ມື້​ ຢູ່​ນະຄອນ Brussels ​ໃນ​ວັນ​ພະຫັດ​ມື້​ນີ້​ກໍແມ່ນ​ວ່າ ຈະ​ດຳ​ເນີນ​ການ​ລົງ​ໂທດຕ້າ​ນ ຣັດ​ເຊຍ​ກ່ຽວ​ກັບ Ukraineຢ່າງໃດວິ​ກິ​ດການ​ອົບ​ພະຍົບ​ໃນ​ຢູ​ໂຣບ ​ແລະ​ການ​ຕັດສິນ​ໃຈ​ຂອງ​ອັງກິດ​ທີ່​ອອກ​ຈາກ​ສະມາຊິກ​ຢູ​ໂຣ​ບໃນ​ເດືອນ​ມິຖຸນາ​ແລ້ວ​ນີ້.

ນາຍົກ​ລັດຖະມົນຕີ​ອັງກິດ ທ່ານ​ນາງ Theresa May ມີ​ກຳນົດ​ ທີ່​ຈະ​ອອກ​ຈາກ​ການ​ເຕົ້າ​ໂຮມ​ກ່ອນ​ໜ້າ​ບັນດາສະມາຊິກຜູ້​ນໍາ 27 ປະ​ເທດ ຜູ້​ທີ່​ຈະ​ພົບ​ປະກັນ​ຢູ່​ໃນ​ການ​ຮັບ​ປະທານ​ອາຫານ​ແລງ ​ແລະ​ເປັນ​ການ​ສົນ​ທະນາແບບ​ບໍ່​ເປັນ​ພິທີ​ກ່ຽວກັບ​ສາຍຕາ​ຂອ​ງ​ເຂົາ​ເຈົ້າ​ກັບ​ການ​ອອກ​ໄປ​ຂອງ​ອັງກິດ.

ການ​ບໍ່​ມີໜ້າ​ຂອງ​ທ່ານ​ນາງ May ຢູ່​ໃນການ​ຮັບ​ປະທານ​ອາຫານແລງ ​ໄດ້​ເຫັນ​ເປັນ​ຮ່ອງ​ຮອຍ​ເທື່ອ​ທຳ​ອິດ​ໃນ​ຄວາມ​ຈິງ​ຂອງ​ອັງກິດ ທີ່​ເປັນ​ເສດຖະກິດ​ໃຫຍ່​ທີ​ສອງ​ຂອງ​ຢູ​ໂຣບ ຊຶ່ງ ໃນ​ບໍ່ຊ້າ​ນີ້ ຈະ​ບໍ່​ມີໜ້າຢູ່ໃນ​ພາກສ່ວນຂອງ​ກຸ່ມດັ່ງກ່າວ. ຢູ່​ໃນ​ຖະ​ແຫລ​ງການນີ້ ​ໂຄສົກ​ຂອງ​ທ່ານ​ນາງ May ບໍ່​ໄດ້​ເຕື້ອງ​ເຖິງ​ສິ່ງທີ່ບັນດາ​ຜູ້​ສັງ​ເກດ​ການ​ໄດ້​ຕີ​ລາຄາວ່າ ​ເປັນ​ການ​ຕ້ານ​ນ້ອຍນຶ່ງ​ຕໍ່​ຜູ້ນຳ​ອັງກິດ.

​ໂຄສົກ​ກ່າວ​ວ່າ “ຄວາມ​ຈິງ​ທີ່​ມີ​ກອງ​ປະຊຸມ​ສະມາຊິກ 27 ປະ​ເທດ ສະທ້ອນ​ເຖິງ​ການທີ່​ພວກ​ເຮົາ​ກຳລັງ​ອອກ​ຈາກ​ສະຫະພາບ​ຢູ​ໂຣບ ​ແລະ​ໃນ​ຂະນະ​ທີ່​ພວກ​ເຮົາ​ເລີ້ິມການດຳ​ເນີນ ພວກ​ເຮົາ​ໄດ້ສະແດງ​ເປັນ​ທີ່​ແຈ່ມ​ແຈ້ງວ່າ​ ໃນ​ຂະນະ​ທີ່ ອັງກິດ ຕ້ອງການ​ໆ​ກະກຽມ​ເຈລະຈາ ​ເຊັ່ນ​ດຽວ​ກກັບສະມາຊິກ 27 ປະ​ເທດ​ຢູ​ໂຣບ ​ແລະ​ເປັນ​ທີ່​ແຈ່ມ​ແຈ້ງວ່າ​ກອງ​ປະຊຸມທີ່​ຢູ່ໃນ​ແບບ​ແຜນຂອງ​ຕອນ​ແລງວັນ​ພະຫັດ​ມື້​ນີ້ ຈະ​ໃຫ້​ໂອກາດສຳລັບການສົນທະນາ​ກັນຂອງ​ເຂົາ​ເຈົ້າ​ເພື່ອຫັນໜ້າເຂົ້າ​ຫາ​ກັນ.”

ກ່ຽວ​ກັບຣັດ​ເຊຍນັ້ນ ບໍ່​ມີ​ຫຍັງ​ຄາດ​ວ່າ​ຈະແປ​ກປະຫລາດ. ນາຍົກລັດຖະມົນຕີ​ເຢຍຣະມັນ ທ່ານ​ນາງ Angela Merkel ​ແລະ​ປະທານາທິບໍດີຝຣັ່ງ ທ່ານ Francois Hollande ​ໃນ​ຕົ້ນ​ອາທິດ​ນີ້​ໄດ້​ກ່າວ​ວ່າ ​ເຂົາ​ເຈົ້າ​ຈະ​ສະໜັບສະໜູ​ນ​ການ​ລົງ​ໂທດ ເລື້ອງຢູເຄຣນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG