ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະພາບ ຢູໂຣບ ຕົກລົງ ຊ່ອຍເຫຼືອ ອີຕາລີ ແລະສະເປນ


ສ່ວນນຶ່ງຂອງພວກຜູ້ນຳຢູໂຣບ ທີ່ເຂົ້າຮ່ວມກອງປະຊຸມສຸດຍອດ ຢູ່ນະຄອນ Brussels ປະເທດແບລຢ້ຽມ (29 ມິຖຸນາ 2012)
ສ່ວນນຶ່ງຂອງພວກຜູ້ນຳຢູໂຣບ ທີ່ເຂົ້າຮ່ວມກອງປະຊຸມສຸດຍອດ ຢູ່ນະຄອນ Brussels ປະເທດແບລຢ້ຽມ (29 ມິຖຸນາ 2012)

ພວກ​ຜູ້ນຳ​ຂອງ​ສະຫະພາບ​ຢູ​ໂຣບ​ໄດ້​ບັນລຸ​ການ​ຕົກລົງ​ກັນເພື່ອນຳ​ໃຊ້​ກອງທຶນ​ຊ່ອຍ​ເຫຼືອ​ແບບ
​ຍືນ​ຍົງ​ຂອງ​ຕົນ ເຂົ້າ​ໄປ​ເສີມ​ຄວາມ​ເຂັ້ມ​ແຂງ​ໂດຍ​ກົງ​ໃຫ້​ແກ່​ບັນດາທະນາຄານ ໃນ​ທົ່ວ​ທະວີບຢູ
​ໂຣບ ​ແລະ​ຊອກ​ຫາ​ຊ່ອງ​ທາງ ​ໃຫ້​ມີ​ການ​ຄວບຄຸມ​ ໃນ​ໄລຍະ​ຍາວ ກ່ຽວ​ກັບ​ເລື່ອງ​ງົບປະມານທີ່​
ເຄັ່ງຄັດ​ກວ່າ​ເກົ່າ​ພ້ອມ​ກັບ​ການ​ຮວມຕົວ​ກັນ​ທາງ​ດ້ານການ​ເມືອງ.

ການ​ຕັດສິນ​ໃຈ​ດັ່ງກ່າວ​ ໄດ້​ບັນລຸ​ກັນ​ ໃນ​ຕອນ​ເຊົ້າຂອງ​ວັນ​ສຸກ​ມື້ນີ້ ຫຼັງຈາກ​ໄດ້​ມີການ​ສົນທະ
ນາ​ຫາລື​ເປັນ​ເວລາ​ຫຼາຍໆ​ຊົ່ວ​ໂມງໃນ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ສະຫະພາບ​ຢູ​ໂຣບທີ່​ນະຄອນ
Brussels. ນອກ​ນັ້ນ​ແລ້ວ​ ຂໍ້​ຕົກລົງ​ສະບັບ​ນີ້ ຍັງ​ໄດ້ສ້າງຕັ້ງອົງການຄຸ້ມ​ຄອງກ​ວດກາ​ທະນາ
ຄານ​ຮ່ວມສຳລັບ 17 ປະ​ເທດ​ທີ່​ໃຊ້​ເງິນຢູ​ໂຣ ​ແລະ​ອະນຸຍາດ​ໃຫ້​ນຳ​ໃຊ້ເງິນຈາກ​ກອງ​ທຶນ​ຊ່ອຍ
​ເຫຼືອ ຊື້ພັນທະບັດ​ຂອງ​ປະ​ເທດ​ກູ້​ຢືມ​ທີ່​ພວມ​ປະສົບ​ບັນຫາ. ພາກສ່ວນ​ຫຼັງນີ້ໄດ້​ບັນລຸ​ກັນ​ເພື່ອ
​ເປັນການ​ສະໜອງ​ຕອບ ຕໍ່​ຄວາມ​ຮຽກຮ້ອງ​ຕ້ອງການ ຂອງ​ສະ​ເປ​ນ ​ແລະ​ອີ​ຕາ​ລີທີ່​ຕ້ອງການ
ຄວາມ​ຊ່ອຍ​ເຫຼືອ​ເພື່ອ​ບັນ​ເທົາ​ຕົ້ນທຶນ​ໃນ​ກາ​ນກູ້​ຢືມ​ທີ່​ເພີ່ມ​ທະວີ​ຂຶ້ນນັ້ນ.

ປະທານ​ສະພາ​ຜູ້ນຳ​ ຂອງ​ສະຫະພາບຢູ​ໂຣບ ທ່ານ Herman Van Rompuy ​ໄດ້​ກ່າວ​ຊົມ
​ເຊີຍ​ຂໍ້​ຕົກລົງ​ດັ່ງກ່າວ​ນີ້ໃນ​ລະຫວ່າງ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ລຸນ​ຫຼັງການ​ປະຊຸມ​ກັນ.

ນອກ​ນັ້ນ​ແລ້ວ ພວກ​ຜູ້ນຳ​ຂອງ​ສະຫະພາບ​ຢູ​ໂຣບ ຍັງ​ໄດ້​ຕົກລົງ​ ທີ່​ຈະ​ແຍກ​ເງິນ​ໄວ້ປະມານ
150 ພັນ​ລ້ານ​ໂດ​ລາ ເພື່ອ​ຊ່ອຍ​ກະຕຸກ​ຊຸກຍູ້​ເສດຖະກິດຂອງ​ບັນດາ​ປະ​ເທ​ດ ທີ່​ມີ​ເສດຖະກິດ
​ອ່ອນ​ແອ​ທີ່​ສຸດ​ໃນ​ກຸ່ມ​ດັ່ງກ່າວ. ອັນ​ທີ່​ເອີ້ນວ່າ ຂໍ້​ຕົກລົງ​ການ​ເຕີບ​ໂຕນີ້ຂັ້ນຕົ້ນແມ່ນ​ໄດ້​ຖືກປະ
​ຕິ​ເສດ​ຈາກ​ທັງ​ສະ​ເປ​ນ ​ແລະ​ອີ​ຕາ​ລີ​ ຈົນ​ເທົ່າພວກ​ເຂົາ​ເຈົ້າ​ໄດ້​ຮັບ​ການ​ຕົກລົງ ທີ່​ປະ​ເທດ​ທັງ​
ສອງ​ຮຽກຮ້ອງ​ຕ້ອງການ.

ທັງ​ອີ​ຕາ​ລີ​ແລະ​ສະ​ເປນ ຊຶ່ງ​ເປັນ​ປະ​ເທດ​ ທີ່ມີ​ເສດຖະກິດ​ໃຫຍ່​ເປັນອັນ​ດັບ​ສາມແລະ​ອັນ​ດັບ
​ສີ່​ຂອງ​ເຂດ​ໃຊ້​ເງິນ​ຢູ​ໂຣນັ້ນ​ ໄດ້​ຈັບ​ຕາ​ເບິ່ງ​ໃນ​ໄລຍະ​ສາມ​ສາມມື້ຜ່ານມານີ້ ຂະນະ​ທີ່​ອັດຕາ
​ດອກ​ເບ້ຍເງິນ​ກູ້​ຢືມ​ຂອງ​ພວກ​ເຂົາ​ເຈົ້າ ​ໄດ້​ຖີບ​ໂຕ​ຂຶ້ນ​ໃກ້​ກັບລະດັບ 7%. ນີ້​ແມ່ນ​ຂີດ​ໝາຍ ​
ຊຶ່ງ​ປະ​ເທດ​ທີ່​ມີ​ເສດຖະກິດ​ຂະໜາດ​ນ້ອຍ​ກວ່າ​ເຊັ່ນກຣີສ ​ໄອ​ແລນແລະ​ປອກຕຸຍ​ກາລ​ໄດ້​ຖືກ
​ບັງຄັບ​ໃຫ້​ຮັບ​ເອົາ​ເງິນ​ຊ່ອຍ​ເຫຼືອຂອງ​ນາໆ​ຊາດ ​ໃນ​ໄລຍະ​ສອງ​ປີຜ່ານມາ.

ຖ້າ​ອີ​ຕາ​ລີ​ແລະ​ສະ​ເປ​ນຫາກ​ນຳ​ໃຊ້​ເງິນ​ຊ່ອຍ​ເຫຼືອຈາກ​ກອງ​ທຶນ​ປະ​ເທດ​ທີ່​ໃຊ້​ເງິນຢູ​ໂຣ​ເພື່ອ​
ຂາຍໜີ້ສິນ​ຂອງ​ຕົນ​ແລ້ວ ມັນ​ອາດ​ສາມາດ​ຕັດ​ຕົ້ນທຶນ​ໃນ​ການ​ກູ້​ຢືມຂອງ​ປະ​ເທດ​ທັງ​ສອງ​
ລົງຍ້ອນ​ວ່າ​ປະ​ເທດ​ເຫຼົ່ານີ້ຈະ​ບໍ່​ຖືກພວກ​ເກັງ​ກຳ​ໄລ​ດຳ​ເນີນ​ການຕາມ​ອຳ​ເພີ​ໃຈ​ໄດ້​ອີກ​ຕໍ່​ໄປ
​ໃນ​ຕະຫຼາດ​ໂລກ.

ນາຍົກລັດຖະມົນຕີສະ​ເປ​ນ ທ່ານ Mariano Rajoy​ ໄດ້​ເຕືອນ​ໃນ​ສັບປະດາ​ນີ້ວ່າ ລັດຖະ
ບານ​ຂອງ​ທ່ານ​ຈະ​ບໍ່​ສາມາດ​ປະ​ຄັບ​ປະຄອງ​ຄ່າ​ກູ້​ຢືມ​ໃນອັດຕາ​ສູງ​ໄດ້ອີກ​ຕໍ່​ໄປ​ແລ້ວ. ທ່ານ
​ໄດ້​ຮັບ​ການ​ສະໜັບສະໜຸນ ​ຈາກ​ປະທາ​ນາ​ທິບໍດີ​ຂອງຝຣັ່ງ ທ່ານ Fancois Holland ທີ່​
ກ່າວ​ ໃນ​ຂະນະ​ເດີນທາງ​ໄປ​ເຖິງ​ ກອງ​ປະຊຸມ​ສຸດຍອດ​ວ່າ ທ່ານ​ພວມ​ຊອກ​ຫາ​ການ​ແກ້​ໄຂ​
ຢ່າງ​ວ່ອງ​ໄວ ​ເພື່ອ​ໃຫ້ການ​ສະໜັບສະໜຸນ​ແກ່​ອີ​ຕາ​ລີ​ແລະ​ສະ​ເປ​ນ.

XS
SM
MD
LG