ບັນດາຜູ້ນຳຂອງຢູໂຣບໄດ້ເສັດສິ້ນກອງປະຊຸມສຸດຍອດຢູນະຄອນບຣັສເຊີລສ໌ ໂດຍ
ຕົກລົງກັນວ່າ ອັງກິດໄດ້ດຳເນີນການຢ່າງພຽງພໍທີ່ຈະກ້າວໄປສູ່ຂັ້ນຕອນທີສອງຂອງ
ການເຈລະຈາ ເພື່ອຖອນໂຕອອກຈາກສະຫະພາບຢູໂຣບ ແຕ່ປາສະຈາກການຕົກລົງ
ໃດໆ ກ່ຽວກັບເລື້ອງຄົນເຂົ້າເມືອງ.
ຜູ້ນຳສະພາຢູໂຣບ ທ່ານດໍໂນລ ທັສຄ໌ ໄດ້ຈັດໃຫ້ຫົວຂໍ້ຄົນເຂົ້າເມືອງຢູ່ໃນລະດັບສູງ
ຂອງການປະຊຸມສຸດຍອດເປັນເວລາສອງວັນ. ທ່ານກ່າວຢູ່ຕອນສຸດທ້າຍໃນ ວັນສຸກ
ວານນີ້ວ່າ ບັນດາຜູ້ນຳຂອງສະຫະພາບຢູໂຣບຈະພົບວ່າ “ເປັນການຍາກຫຼາຍ” ທີ່ຈະ
ບັນລຸການປະນີປະນອມ ໃນການສົນທະນາກ່ຽວກັບນະໂຍບາຍໃໝ່ ເພື່ອຈະຮັບເອົາ
ອົບພະຍົບ ໃຫ້ທັນກັບເສັ້ນຕາຍ ໃນເດືອນມິຖຸນາ.
ທ່ານທັສຄ໌ໄດ້ກ່າວຕໍ່ກອງປະຊຸມນັກຂ່າວ ເວລາປິດກອງປະຊຸມສຸດຍອດວ່າ “ຈຳນວນທີ່ເປັນຂໍ້ບັງຄັບ ຍັງເປັນບັນຫາໂຕ້ແຍ້ງ ເຖິງແມ່ນວ່າບັນຍາກາດໄດ້ຫລຸດຜ່ອນລົງຢ່າງ
ຫລວງຫລາຍແ້ລວ.”
ທ່ານກ່າວວ່າ “ການປະນີປະນອມຈະເປັນໄປໄດ້ບໍ່? ປາກົດວ່າຍາກຫລາຍ.”
ພວກເຈົ້າໜ້າທີ່ກ່າວວ່າ ບັນດາຜູ້ນຳຢູໂຣບໄດ້ສົນທະນາກັນກ່ຽວກັບເລື່ອງຄົນເຂົ້າເມືອງ
ໃນວັນສຸກວານນີ້ ຫລັງຈາກໂຕ້ຖຽງກັນດົນກວ່າສອງຊົ່ວໂມງໃນການ ອະພິປາຍກ່ຽວກັບເລື່ອງຄົນເຂົ້າເມືອງ ໃນຕອນແລງວັນພະຫັດທີ່ຜ່ານມາ.
ນາຍົກລັດຖະມົນຕີໂຮນລັງ ທ່ານມາຣຄ໌ ຣູຕຕ໌ ກ່າວຫລັງຈາກການໂອ້ລົມວ່າ “ການສົນ
ທະນາໄດ້ເຜັດຮ້ອນ ເພາະວ່າຄວາມແຕກຕ່າງດ້ານແນວຄິດ ຍັງມີ ກວ້າງຂວາງຢູ່.”
ທ່ານທັສຄ໌ ຜູ້ທີ່ເປັນອະດີດນາຍົກລັດຖະມົນຕີໂປແລນ ໄດ້ຖາມບັນດາຜູ້ນຳ ຢູໂຣບ ໃຫ້
ເຫັນພ້ອມກັບຂໍ້ແກ້ໄຂວິກິດການຄົນເຂົ້າເມືອງໃນເດືອນມິຖຸນາປີ 2018 ຈະມາເຖິງນີ້.