ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນໍາຢູໂຣບ ເລີ່ມປະຊຸມ ສຸດຍອດສອງວັນ ຢູ່ Brussels


ນາຍົກລັດຖະມົນຕີສະເປນ ທ່ານ Mariano Rajoy
ນາຍົກລັດຖະມົນຕີສະເປນ ທ່ານ Mariano Rajoy

ບັນດາ​ຜູ້​ນໍາ​ປະ​ເທດສະ​ເປ​ນ ອິຕາ​ລີ ​ແລະ​ຝຣັ່ງ ກໍາລັງ​ເດີນ​ທາງ​ໄປ​ເຖິງ ກອງ​ປະຊຸມ​ສຸດ​ຍອດຂອງ​ສະຫະພາບ​ຢູ​ໂຣບທີ່​ນະຄອນຫຼວງ Brussels ປະ​ເທດ​ເບ​ລຢ້ຽມ ພ້ອມ​ກັບ​ຄວາມ​ເປັນ​ຫ່ວງ​ທີ່​ມີ​ຮ່ວມ​ກັນ ​ໂດຍ​ຮຽກຮ້ອງ​
ໃຫ້​ເຢຍຣະມັນ​ດຳ​ເນີນການ​ເພີ່ມ​ຂຶ້ນ​ເພື່ອ​ຜ່ອນ​ເບົາ​ຄວາມ​ລໍາບາກ​ດ້ານການ​ເງິນຂອງບັນດາ​ລັດຖະບານ​ທີ່ມີ​ຄວາມອ່ອນ​ແອ​ໃນ​ກຸ່ມປະ​ເທດ​ໃຊ້​ເງິນ​ຢູ​ໂຣ​ນັ້ນ.

ທ່ານ​ນາງ Angela Merkel ນາຍົກລັດຖະມົນຕີ​ເຢຍຣະມັນ ​ໄດ້​ພົບ​ປະ ກັບ​ທ່ານ Francois Hollande ປະທານາທິບໍດີ​ຝຣັ່ງ ທີ່​ກຸງປາຣີ ​ເມື່ອ​ວັນພຸດ​ວານ​ນີ້​ ກ່ອນ​ກອງ​ປະຊຸມ​ສຸດ​ຍອດ​ດັ່ງກ່າວ. ມີລາຍ​ງານ​ວ່າທ່ານ​ນາງ Merkel ໄດ້​ເຫັນ​ດີ​ທີ່​ຈະ​ໂຮມ​ເອົາ​ແຜນການເພື່ອເຮັດ​ໃຫ້​ເສດຖະກິດ​ເຕີບ​ໂຕ​ ທີ່​ສະ​ເໜີ​ໂດ​ຍທ່ານ Hollande ນັ້ນ​ ເຂົ້າ​ໃນ​ຫົວ​ຂໍ້​ປະຊຸມນໍາ.

ສ່ວນ ທ່ານ Mariano Rajoy ນາ​ຍົດ​ລັດຖະມົນຕີ​ສະເປ​ນ ​ກ່າວ​ເຕຶອນ ວ່າ ລັດຖະບານ​ຂອງ​ທ່ານ​ບໍ່​ອາດ​ສາມາດ​ປະ​ຄັບ​ປະຄອງ​ຄ່າ​ໃຊ້​ຈ່າຍເງິນກູ້​ຢືມທີ່ດອກ​ເບ້ຍ​ສູງ​ໄດ້ຕໍ່​ໄປ​ອີກ.

ທ່ານ Rajoy ​ໄດ້​ບອກ​ສະພາ​ແຫ່ງ​ຊາດ​ສະ​ເປ​ນ​ເມື່ອ​ວັນ​ພຸດ​ວານ​ນີ້​ວ່າ ບັນດາ​ຜູ້​ນໍາ​ສະຫະພາບ​ຢູ​ໂຣບ ຈະ​ຕ້ອງ​ຮັບ​ເອົາ​ຂໍ້​ຜູກດ້ານມັດ​ງົບປະມານ​ປະ​ຈໍາປີແລະ​ການ​ທະນາຄານ​ທີ່​ເຂັ້ມ​ແ​ຂງ ​ໃນ​ລະຫວ່າງ​ກອງ​ປະຊຸມ​ສຸດຍອດ​ສອງ​ມື້​ນັ້ນ.

ທ່ານ​ນາງ Merkel ກໍ​ໄດ້​ບອກ​ສະພາ​ເຢຍຣະມັນ​ວ່າ ​ເຢຍຣະມັນສາມາດ ​ເຮັດ​ໃນ​ສິ່ງ​ທີ່​ພໍ​ເຮັດໄດ້​ເທົ່າ​ນັ້ນ ​ແລະ​ວ່າ​ມາດ​ຕະການ​ປະຢັດ​ມັດ​ທະ​ຍັດ​ນັ້ນ ຍັງ​ເປັນຫຼັກການ​ສໍາຄັນ​ຢູ່ ເພື່ອ​ປັບປຸງ​ການ​ເງິນ​ຂອງ​ລັດຖະບານ​ໃຫ້​ດີ​ຂຶ້ນ.

​ເປັນ​ທີ່​ຄາດ​ກັນ​ວ່າ ບັນດາ​ຜູ້​ນໍາຂອງ​ສະຫະພາບ​ຢູ​ໂຣບ ​ຈະ​ກຳນົດແຜນ​ທີ່​ເສັ້ນທາງ ເພື່ອແກ້​ໄຂ​ຄວາມເປັນ​ຫ່ວງ​ຕ່າງໆ​ກ່ຽວ​ກັບ​ປະ​ເທດທີ່​ເສດຖະກິດກໍາລັງລົ້ມລຸກ​ຄຸນ​ຄານ​ທັງຫຼາຍເວລາ​ສະ​ລຸບກອງ​ປະ​ຊຸມ​ສຸດ​ຍອດ​ທີ່ນະຄອນ Brussels ​ໃນ​ວັນ​ສຸກ​ມື້​ອື່ນ​ນີ້.

XS
SM
MD
LG