ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະພາບ ຢູໂຣບ ປິດເຂດຊາຍແດນ ຂອງເຂົາເຈົ້າ ຕໍ່ຄົນຕ່າງປະເທດ ເປັນເວລາ 30 ວັນ


ແມ່ຍິງຄົນນຶ່ງພ້ອມກັບລູກ ແລະ ໝາຂອງລາວຍ່າງຢູ່ນະຄອນຫຼວງ ປຣາກ ປະເທດ ສາທາລະນະລັດ ເຊັກ. 17 ມີນາ, 2020.
ແມ່ຍິງຄົນນຶ່ງພ້ອມກັບລູກ ແລະ ໝາຂອງລາວຍ່າງຢູ່ນະຄອນຫຼວງ ປຣາກ ປະເທດ ສາທາລະນະລັດ ເຊັກ. 17 ມີນາ, 2020.

ສະຫະພາບ ຢູໂຣບ ໄດ້ປິດເຂດຊາຍແດນຕ່າງໆຂອງເຂົາເຈົ້າຕໍ່ຄົນ ຕ່າງປະ ເທດສຳລັບ 30 ວັນຂ້າງໜ້າ ເພື່ອພະຍາຍາມຢຸດການ ແຜ່ລາມຂອງໄວຣັສ ໂຄໂຣນາ.

ດ້ວຍພຽງກໍລະນີດຽວຖືກລາຍງານໃນເມືອງ ວູຮານ ປະເທດ ຈີນ ໃນວັນອັງ ຄານວານນີ້, ຢູໂຣບ ໂດຍສະເພາະແມ່ນປະເທດ ອິຕາລີ ແມ່ນໄດ້ກາຍເປັນ ຈຸດສູນກາງສຳລັບການແຜ່ລະບາດ.

ຈຳນວນຜູ້ເສຍຊີວິດສູງສຸດຈາກໄວຣັສໂຄໂຣນາເກືອບ 7,500 ຄົນນັ້ນ, ນຶ່ງ ສ່ວນສາມແມ່ນໃນປະເທດ ອິຕາລີ. ປະເທດ ສເປນ ແລະ ຝຣັ່ງ ມີຕົວເລກ ຂອງກໍລະນີການຕິດເຊື້ອທີ່ຫຼາຍທີ່ສຸດເປັນອັນດັບສອງ ແລະ ສາມໃນທະວີບ ຢູໂຣບ. ປະຊາຊົນທີ່ອາໄສຢູ່ໃນສາມປະເທດນັ້ນແມ່ນຢູ່ພາຍໃຕ້ການບັງຄັບ ໃຫ້ກັກຕົວ.

ໃນປະເທດ ອິຕາລີ, ຖ້າຄົນໃດຈະອອກມາຍ່າງຢູ່ຖະໜົນແມ່ນຕ້ອງມີເຫດຜົນ ທີ່ດີ ເພື່ອທີ່ຈະອອກໄປຢູ່ທີ່ນັ້ນ ຫຼື ເຂົາເຈົ້າຈະປະເຊີນກັບການຖືກປັບໃໝ ແລະ ຈັບເຂົ້າຄຸກ.

ປະເທດ ແບລຈຽມ ກໍຢູ່ພາຍໃຕ້ການບັງຄັບກັກຕົວເຊັ່ນກັນ, ແລະ ບໍ່ໃຫ້ຄົນທີ່ ມີອາຍຸ 70 ​ປີ ຫຼື ສູງກວ່ານັ້ນໄດ້ຮັບອະນຸຍາດໃຫ້ອອກມາຂ້າງນອກໃນປະເທດ ເຊີເບຍ. ໄວຣັສໂຄໂຣນາ ແມ່ນອັນຕະລາຍຢ່າງຍິ່ງຕໍ່ຄົນອາຍຸສູງ ແລະ ຜູ້ທີ່ມີ ລະບົບພູມຕ້ານທານອ່ອນແອ.

ປະຊາຊົນ ອິສຣາແອລ ກໍຖືກສັ່ງໃຫ້ອາໄສຢູ່ໃນບ້ານເຊັ່ນກັນ, ແລະ ຊາອຸດີ ອາຣາເບຍ ໄດ້ປິດວັດອິສລາມທຸກແຫ່ງສຳລັບນັກສູດມົນໃນແຕ່ລະວັນ.

ປະເທດ ບຣາຊິລ ໄດ້ລາຍງານການເສຍຊີວິດຄົນທຳອິດຂອງເຂົາເຈົ້າຈາກ ໄວຣັສໂຄໂຣນາ. ປະທານາທິບໍດີ ຈາແອ ໂບລໂຊນາໂຣ ມີລາຍງານວ່າຖືກ ກວດສອບອີກຄັ້ງນຶ່ງ ຫຼັງຈາກທ່ານໄດ້ເມີນເສີຍກັບຄຳແນະຄຳຂອງທ່ານເອງ ເພື່ອຫຼີກລ່ຽງຝູງຄົນ ແລະ ເຂົ້າຮ່ວມກັບປະຊາຊົນຫຼາຍພັນຄົນໃນການເດີນຂະ ບວນສະໜັບສະໜູນລັດຖະບານ ໃນນະຄອນຫຼວງ ບຣາຊິລເລຍ ເມື່ອວັນອາ ທິດທີ່ຜ່ານມາ. ທ່ານ ໂບລໂຊນາໂຣ ໄດ້ຖືກກວດສອບຄັ້ງນຶ່ງແລ້ວ ແລະ ທ່ານໄດ້ເວົ້າວ່າຜົນອອກມາແມ່ນລົບ.

ໃນ ສະຫະລັດ, ທັງໝົດ 50 ລັດໃນເວລານີ້ມີລາຍງານຢ່າງໜ້ອຍນຶ່ງກໍລະນີ. ຈົນຮອດວັນອັງຄານວານນີ້, ລັດ ເວີຈິເນຍ ຕາເວັນຕົກ ແມ່ນພຽງລັດດຽວທີ່ ບໍ່ໄດ້ລາຍງານກໍລະນີໃດໆ. ກໍລະນີນຶ່ງ ໄດ້ຖືກຢືນຢັນ ໃນຜູ້ອາໄສຢູ່ບໍລິເວນ ພາກຕາເວັນອອກຂອງລັດດັ່ງກ່າວ, ທີ່ມີຊາຍແດນຕິດກັບລັດ ແມຣີແລນ ແລະ ເວີຈິເນຍ ແລະ ບໍ່ໄກຈາກນະຄອນຫຼວງ ວໍຊິງຕັນ. ແຕ່ຜູ້ອາໄສຢູ່ທ້ອງຖິ່ນບາງ ຄົນໄດ້ກ່າວ ກ່ອນວັນອັງຄານວານນີ້ວ່າ ເຂົາເຈົ້າບໍ່ເຄີຍເຊື່ອວ່າລັດຂອງເຂົາເຈົ້າ ແມ່ນປອດ ຈາກໄວຣັສດັ່ງກ່າວ.

ເຈົ້າຄອງນະຄອນ ນິວຢອກ ທ່ານ ບິລ ເດິ ບລາສຊີໂອ ໄດ້ເວົ້າວ່າ ທ່ານຈະ ຕັດສິນພາຍໃນຄືນວັນພະຫັດມື້ອື່ນນີ້ວ່າ ຈະສັ່ງໃຫ້ກັກບໍລິເວນໃນເມືອງທີ່ໃຫຍ່ທີ່ສຸດ ແລະ ວຸ້ນວາຍທີ່ສຸດຂອງປະເທດ ຫຼືບໍ່.

The European Union is shutting its borders to foreign visitors for the next 30 days to try to stop the spread of the coronavirus.

With just one new case reported Tuesday in Wuhan, China, Europe -- especially Italy -- has become ground zero for the pandemic.

Of the global coronavirus death toll of nearly 7,500, one-third are in Italy. Spain and France have the second and third highest number of European cases. Residents in all three countries are under a mandatory lockdown.

In Italy, anyone out on the streets better have a good reason for being there or they will face a fine and jail.

Belgium is also under a mandatory lockdown, and no one 70 or older is allowed outside in Serbia. The coronavirus is especially dangerous to the elderly and those with compromised immune systems.

Israelis have also been ordered to shelter-in-place, and Saudi Arabia has closed all mosques for daily prayers.

Brazil is reporting its first coronavirus death. President Jair Bolsonaro is reportedly being tested again after he ignored his own advice to avoid crowds and joined thousands at a pro-government march Sunday in Brasilia. Bolsonaro has been tested once and he said the results were negative.

In the U.S., all 50 states are now reporting at least one case. Until Tuesday, West Virginia was the only state not to have reported any cases. A case was confirmed in a resident of the state’s eastern panhandle, bordering Maryland and Virginia and not far from Washington. But some residents said even before Tuesday they never believed their state to be virus-free.

New York City Mayor Bill de Blasio says he will decide by Thursday night whether to order shelter-in-place for the country’s biggest and busiest city.

XS
SM
MD
LG