ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະພາບຢູ​ໂຣບ​ຫາ​ທາງ ​ພະ​ຍາ​ຍາມ​ປ່ອຍອາ​ຫານ​ປະ​ເພດເມັດ ທີ່ຕິດຄ້າງຢູ່ໃນຢູເຄຣນ ຍ້ອນການປິດລ້ອມທ່າເຮືອໂດຍ​ຣັດ​ເຊຍ


ທະ​ຫານ​ຣັດ​ເຊຍ​ຢືນ​ຍາມບ່ອນ​ຈອດ​ເຮືອແຫ່ງ​ນຶ່ງ​ທີ່ມີ​ຖັງເກັບເມັດ​ພືດຢູ່​ທ່າ​ເຮືອ Mariupol ທີ່​ຫາກໍ່​ເລີ້ມ​ມີ​ການ​ດຳ​ເນີນ​ງານ​ຄືນ ຫລັງ​ຈາກ​ມີ​ການ​ສູ້​ລົບ​ກັນ​ຢ່າງ​ໜັກຢູ່​ເມືອງ Mariupol ຊຶ່ງ​ເປັນ​ດິນ​ແດນ​ຢູ່​ພາຍ​ໃຕ້ລັດ​ຖະ​ບານ​ຂອງ​ເຂດດອນ​ບາ​ສ
ທະ​ຫານ​ຣັດ​ເຊຍ​ຢືນ​ຍາມບ່ອນ​ຈອດ​ເຮືອແຫ່ງ​ນຶ່ງ​ທີ່ມີ​ຖັງເກັບເມັດ​ພືດຢູ່​ທ່າ​ເຮືອ Mariupol ທີ່​ຫາກໍ່​ເລີ້ມ​ມີ​ການ​ດຳ​ເນີນ​ງານ​ຄືນ ຫລັງ​ຈາກ​ມີ​ການ​ສູ້​ລົບ​ກັນ​ຢ່າງ​ໜັກຢູ່​ເມືອງ Mariupol ຊຶ່ງ​ເປັນ​ດິນ​ແດນ​ຢູ່​ພາຍ​ໃຕ້ລັດ​ຖະ​ບານ​ຂອງ​ເຂດດອນ​ບາ​ສ

ບັນດາລັດຖະມົນຕີການຕ່າງປະເທດຂອງສະຫະພາບຢູ​ໂຣບ ຫລື EU ຈະປຶກ ສາຫາລື​ກັນ ກ່ຽວກັບວິທີການເຮັດ​ໃຫ້ອາ​ຫານ​ປະ​ເພດເມັດຫຼາຍລ້ານໂຕນ ທີ່ຕິດ ຄ້າງຢູ່ໃນຢູເຄຣນ ຍ້ອນການປິດລ້ອມທ່າເຮືອຢູ່​ທະ​ເລດໍາໂດຍ​ຣັດເຊຍນັ້ນ ຖືກ​ປ່ອຍ​ອອກ​ມາ​ໄດ້ ຢູ່​ໃນກອງປະຊຸມທີ່ປະ​ເທດລຸກ​ຊຳເບີກ ໃນວັນຈັນມື້ນີ້, ອີງ​ຕາມ​ອົງ​ການ​ຂ່າວ​ຣອຍ​ເຕີ​ສ໌ (Reuters).

ຢູເຄຣນເປັນນຶ່ງໃນບັນ​ດາ​ປະ​ເທດທີ່ສະໜອງເຂົ້າເບ​ລ ອັນດັບຕົ້ນໆຂອງໂລກ, ແຕ່ການຂົນສົ່ງເມັດພືດຂອງປະ​ເທດນັ້ນໄດ້ຖືກຢຸດຊະ​ງັກ​ລົງ ແລະເມັດ​ພືດຫຼາຍ ກວ່າ 20 ລ້ານໂຕນ ໄດ້ຄ້າງຢູ່ໃນຖັງ​ເກັບ​ເມັດພືດ ນັບຕັ້ງແຕ່ ຣັດເຊຍໄດ້ ທຳ​ການບຸກລຸກ ແລະປິດທ່າເຮືອຂອງປະ​ເທດນັ້ນ.

ມົສກູປະຕິເສດ ບໍ່​ຮັບ​ເອົາຄວາມຮັບຜິດຊອບຕໍ່ວິກິດການດ້ານສະບຽງອາຫານ ແລະ ຖິ້ມ​ໂທດ​ໃສ່ການລົງໂທດ ຂອງຝ່າຍຕາເວັນຕົກ ສຳລັບການຂາດແຄນ ເມັດ​ພືດ ທີ່ພາໃຫ້ລາຄາສະບຽງອາຫານສູງຂຶ້ນໃນທົ່ວໂລກ ແລະມີ ຄຳເຕືອນ ຂອງອົງ​ການສະຫະປະຊາຊາດກ່ຽວກັບຄວາມອຶດຫິວໃນບັນດາປະເທດ ທີ່ທຸກຍາກທີ່ອາໄສ ການນຳ ເຂົ້າເມັດພືດເປັນສ່ວນໃຫຍ່.

ອີ​ຢູ (EU) ສະໜັບສະໜູນ​ການ​ດຳ​ເນີນຄວາມ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ໃນການ​ເຈລະຈາ ເພື່ອ​ໃຫ້​ມີການ​ສົ່ງ​ອອກ​ທາງ​ທະ​ເລ​ຂອງຢູ​ເຄ​ຣນ​ຄືນ​ອີກ ​ເພື່ອ ເປັນ​ການ​ແລກກັບ​ການ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ສົ່ງ​ອອກ​ສະບຽງ​ອາຫານ ​ແລະປຸຍ​ຂອງ​ຣັດ​ເຊຍ, ​ແຕ່​ເລື່ອງ​ນີ້ ​ຈະ​ຕ້ອງໄດ້​ມີ​ການ​ເປີດໄຟ​ຂຽວ​ຈາກ​ມົ​ສ​ກູ​ເສຍ​ກ່ອນ.

ເທີ​ກີ ມີການພົວພັນທີ່ດີກັບທັງກີ​ຢິບ ແລະ​ມົ​ສ​ກູ ແລະໄດ້ກ່າວວ່າຕົນພ້ອມ ແລ້ວທີ່ຈະປະຕິບັດບົດບາດຢູ່ພາຍໃນ "ກົນໄກການສັງເກດການ" ທີ່ຕັ້ງຢູ່ໃນ ອິ​ສ​ຕາ​ນ​ບູ​ລ ຖ້າມີຂໍ້ຕົກລົງກັນ​ແລ້ວ.

ຍັງ​ບໍ່​ເປັນ​ທີ່​ຈະ​ແຈ້ງ​ເທື່ອວ່າ EU ຈະ​ເຂົ້າ​ຮ່ວມໃນ​ການ​ຮັບປະກັນ​ຂໍ້​ຕົກລົງ​ດັ່ງກ່າວ​ທາງ​ການ​ທະຫານ ຫລືບໍ່.

ເຈົ້າ​ໜ້າ​ທີ່ EU ທ່ານ​ນຶ່ງກ່າວ​ວ່າ “​ຈະຈຳ​ເປັນຕ້ອງ​ມີເຮືອ​ປ້ອງ​ກັນ​ກຳ​ປັ່ນ​ການ​ຄ້າ​ເຫຼົ່າ​ນີ້ ຫລື​ບໍ່ ໃນ​ອະ​ນາ​ຄົດ​ ນັ້ນຍັງ​ເປັນ​ຄຳ​ຖາມຢູ່ ແລະ​ຂ້າ​ພະ​ເຈົ້າ​ບໍ່​ຄິດ​ວ່າ​ພວກ​ເຮົາຈະໄປຮອດ​ຈຸດ​ນັ້ນ​ເທື່ອ.”

​ຂະ​ນະດຽວ​ກັນ ການ​ພົບ​ປະ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ EU ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ຕໍ່​ຣັດ​ເຊຍຍັງ​ສືບ​ຕໍ່ດຳ​ເນີນໄປຢູ່ ອີງຕາມ​ເຈົ້າ​ໜ້າ​ທີ່ EU ທີ່​ສັນ​ຍານໃຫ້​ຮູ້​ວ່າ ​ມາດ​ຕະ​ການ​ໃໝ່​ຍັງ​ບໍ່​ທັນ​ເກີດ​ຂຶ້ນເທື່ອ.

​ມາດ​ຕະການ​ລົງ​ໂທດ​ທີ່​ມີ​ຢູ່ແມ່ນ​ກວ້າງ​ຂວາງຢູ່​ແລ້ວ ​ແລະ ບໍ່​ມີ​ຂອບ​ເຂດທີ່​ຈະ​ຕົກລົງກັນ​ໄດ້​ຫລາຍ​ປານ​ໃດ ໃນ​ການ​ວາງ​ມາດ​ຕະການ​ລົງ​ໂທດ​ຕໍ່​ການ​ສົ່ງ​ອອກ​ອາຍ​ແກັສຂອງຣັດ​ເຊຍ​ໄປ​ຍັງ EU, ​ອີງ​ຕາມເຈົ້າ​ໜ້າ​ທີ່ທ່ານນັ້ນ​ເວົ້າ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG