ສະຫະລັດ ໄດ້ກ່າວໃນວັນພຸດວານນີ້ວ່າ ການຕໍ່ສູ້ທີ່ແນເປົ້າການໂຈມຕີໃສ່ພື້ນຖານໂຄງລ່າງທີ່ສຳຄັນເຊັ່ນອາຍຮ້ອນ, ໄຟຟ້າ ແລະ ນ້ຳຂອງ ຢູເຄຣນ ຫຼາຍອາທິດໂດຍ ຣັດເຊຍ ນັ້ນຈະບໍ່ເຮັດໃຫ້ຄວາມມຸ່ງໝັ້ນຂອງປະເທດຕາເວັນຕົກເພື່ອສະໜັບສະໜູນ ກີຢິບ ຫຼຸດລົງ ໃນການຕໍ່ສູ້ຂອງເຂົາເຈົ້າດົນ 9 ເດືອນຕໍ່ການບຸກລຸກຂອງ ມົສກູ.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ, ຫຼັງຈາກກອງປະຊຸມສຸດຍອດອົງການ NATO ສອງວັນໃນນະຄອນຫຼວງບູຄາເຣັສ, ປະເທດ ໂຣມາເນຍ, ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ໄດ້ເພັ່ງເລັງ “ອາລົມຮ້ອນ ແລະ ຄວາມຄຽດແຄ້ນ” ຂອງລາວໃສ່ປະຊາກອນພົນລະເຮືອນ ຢູເຄຣນ ໃນຂະນະທີ່ເດືອນຂອງລະດູໜາວທີ່ຮ້າຍແຮງຫຍັບໃກ້ເຂົ້າມາ.
ທ່ານ ບລິງເຄັນ ໄດ້ກ່າວວ່າ “ອາຍຮ້ອນ, ນ້ຳ, ໄຟຟ້າອັນທີ່ວ່ານີ້ແມ່ນເປົ້າໝາຍໃໝ່ຂອງປະທານາທິບໍດີ ປູຕິນ. ລາວໄດ້ໂຈມຕີມັນຢ່າງໜັກ. ຄວາມໂຫດຮ້າຍຕໍ່ປະຊາຊົນຢູເຄຣນນີ້ແມ່ນປ່າເຖື່ອນ.”
ທູດລະດັບສູງ ສະຫະລັດ ໄດ້ກ່າວຫາທ່ານ ປູຕິນ ກ່ຽວກັບ ການພະຍາຍາມທີ່ຈະສ້າງຄວາມແຕກແຍກ ໃຫ້ພັນທະມິດຕາເວັນຕົກໃນການສະໜັບສະໜູນ ຢູເຄຣນ ໃນຂະນະທີ່ລາຄາພະລັງງານໂລກແພງຂຶ້ນ ເວລາທີ່ປະຊາຊົນ ຢູເຄຣນ ປະເຊີນກັບໄຟຟ້າມອດທຸກວັນ ແລະ ຢ່າງກວ້າງຂວາງ.
ທ່ານ ບລິງເຄັນ ໄດ້ກ່າວວ່າ “ແຜນຍຸດທະສາດນີ້ແມ່ນບໍ່ໄດ້ຜົນ ແລະ ຈະບໍ່ໄດ້
ຜົນ. ພວກເຮົາຈະສືບຕໍ່ພິສູດໃຫ້ລາວເຫັນວ່າມັນຜິດ. ນັ້ນແມ່ນສິ່ງທີ່ຂ້າພະເຈົ້າໄດ້ຍິນຢ່າງດັງ ແລະ ກະຈ່າງແຈ້ງຈາກທຸກປະເທດຢູ່ທີ່ນີ້ໃນນະຄອນຫຼວງ ບູຄາເຣັສ.”
ໃນຂະນະດຽວກັນ, ປະທານຄະນະກຳມາທິການ ຢູໂຣບ ທ່ານນາງ ເອີຊູລາ ວອນ ເດີ ເລເຢັນ ໄດ້ຮຽກຮ້ອງສານພິເສດເພື່ອຟ້ອງຮ້ອງການກໍ່ອາຊະຍາກຳຂອງ ຣັດເຊຍ ຕໍ່ ຢູເຄຣນ.”
ທ່ານນາງ ວອນ ເດີ ເລເຢັນ ໄດ້ສະເໜີສານແຫ່ງນຶ່ງທີ່ໄດ້ຮັບການໜູນລັງໂດຍອົງການສະຫະປະຊາຊາດ “ເພື່ອສືບສວນສອບສວນ ແລະ ດຳເນີນຄະດີອາຊະຍາກຳການຮຸກຮານຂອງ ຣັດເຊຍ.”
ທ່ານນາງຍັງໄດ້ກ່າວວ່າ ຣັດເຊຍ ແລະ ພວກຜູ້ມີອຳນາດ ຣັດເຊຍ ຕ້ອງຊົດໃຊ້ຄວາມເສຍຫາຍເພື່ອສ້າງສາປະເທດ ຢູເຄຣນ ຄືນຈາກຄວາມເສຍຫາຍທີ່ຖືກກະທຳໂດຍກອງກຳລັງ ຣັດເຊຍ ນັບຕັ້ງແຕ່ເຂົາເຈົ້າໄດ້ບຸກລຸກ ຢູເຄຣນ ໃນເດືອນກຸມພາທີ່ຜ່ານມາ.
ທ່ານນາງ ວອນ ເດີ ເລເຢັນ ໄດ້ກ່າວໃນນະຄອນຫຼວງ ບູຄາເຣັສ ໃນຂະນະທີ່ບັນດາລັດຖະມົນຕີຕ່າງປະເທດອົງການ NATO ໄດ້ປຶກສາຫາລື ກ່ຽວກັບ ການສືບຕໍ່ສະໜັບສະໜູນ ຢູເຄຣນ ວ່າ “ອາຊະນາກຳທີ່ໂຫດຮ້າຍຂອງ ຣັດເຊຍ ຈະບໍ່ຖືກປ່ອຍໄປ ໂດຍບໍ່ມີການລົງໂທດ.”
ຫົວໜ້າອົງການ NATO ທ່ານ ເຈັນສ ສໂຕເທັນເບີກ ໄດ້ກ່າວໃນວັນອັງຄານທີ່ຜ່ານມາວ່າ ຢູເຄຣນ ມື້ໃດມື້ນຶ່ງຈະເຂົ້າຮ່ວມພັນທະມິດກອງທັບປະເທດຕາເວັນຕົກ ໃນການຄັດຄ້ານຕໍ່ທ່ານ ປູຕິນ ໂດຍກົງ.