ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກ​ວິ​ທະ​ຍາ​ສາດ​ຂອງ​ອີ​ຢູ ເວົ້າ​ວ່າ 2021 ເປັນ​ປີທີ 5 ທີ່ມີອາ​ກາດ ຮ້ອນ​ທີ່ສຸດລຽນ​ຕິດກັນມາ ຕາມ​ບັນ​ທຶກທີ່​ມີ​ຢູ່


ຄົນ​ພາຍ​ເຮືອ​ຢູ່​ໃນ​ໜອງ Lake Oroville ຂະ​ນະ​ທີ່​ນ້ຳ​ບົກ​ມາ​ໄດ້​ດົນ​ແລ້ວ ຍ້ອນ​ໄພ​ແຫ້ງ​ແລ້ງ​ໃນເມືອງ Oroville, ລັດ​ຄາ​ລິ​ຟໍ​ເນຍ, ວັນ​ທີ 22 ສິງ​ຫາ, 2021.
ຄົນ​ພາຍ​ເຮືອ​ຢູ່​ໃນ​ໜອງ Lake Oroville ຂະ​ນະ​ທີ່​ນ້ຳ​ບົກ​ມາ​ໄດ້​ດົນ​ແລ້ວ ຍ້ອນ​ໄພ​ແຫ້ງ​ແລ້ງ​ໃນເມືອງ Oroville, ລັດ​ຄາ​ລິ​ຟໍ​ເນຍ, ວັນ​ທີ 22 ສິງ​ຫາ, 2021.

ການ​ວັດ​ແທກ​ຈາກ​ດາວ​ທຽມ​ສະ​ແດງ​ໃຫ້​ເຫັນ​ວ່າ ປີ 2021 ເປັນ​ປີນຶ່ງ ​ທີ່​ຮ້ອນ​ທີ່​ສຸດ​ທີ່​ມີ​ການ​ບັນ​ທຶກມາ, ໂດຍ​ໃນ​ຮອບ 7 ປີ ​ຜ່ານ​ມາ​ເປັນ​ໄລ​ຍະ​ທີ່​ຮ້ອນ​ທີ່​ສຸດ​ໃນ​ທົ່ວ​ໂລກ.

ກຸ່ມບໍລິການ​ດ້ານການປ່ຽນແປງຂອງດິນຟ້າອາກາດຄອບ​ເພີ​ນິ​ຄັ​ສ (Copernicus) ຫລື C3S ຂອງສະຫະພາບຢູໂຣບ ກ່າວໃນວັນຈັນວານນີ້ວ່າ ປີກາຍນີ້ເປັນປີທີ 5 ທີ່ມີອາ​ກາດຮ້ອນ​ທີ່ສຸດລຽນ​ຕິດ​ກັນ, ອີງຕາມບັນທຶກທີ່ໄດ້ເລີ້ມມີ​ມາຕັ້ງແຕ່ປີ 1850 ພຸ້ນ. ມັນໄດ້ລະບຸວ່າອຸນຫະພູມຂອງໂລກ ໂດຍສະເລ່ຍແລ້ວ ໃນປີ 2021 ແມ່ນ​ເພີ້ມ​ຂຶ້ນຢູ່ 1.1 ຫາ 1.2 ອົງສາແຊລຊຽສ ຊຶ່ງຮ້ອນກວ່າໄລ​ຍະກ່ອນຍຸກອຸດສາຫະກຳແຕ່ປີ 1850 ຫາ 1900 ນັ້ນ.

ປີທີ່ຮ້ອນທີ່ສຸດຢູ່ໃນບັນທຶກແມ່ນປີ 2020 ແລະ 2016, ອີງຕາມກຸ່ມດັ່ງ​ກ່າວ.

ກຸ່ມ C3S ທີ່ຕິດຕາມອຸນຫະພູມໂລກ ແລະຕົວຊີ້ວັດສະພາບອາກາດອື່ນໆ ຍັງໄດ້ລາຍງານອີກວ່າ ລະດັບຂອງອາຍຄາບອນໄດອອກໄຊ ແລະເມເທນ (methane) ຢູ່ໃນບັນຍາກາດຍັງສືບຕໍ່ເພີ້ມຂຶ້ນໃນປີກາຍນີ້, ຊຶ່ງຖີບຕົວສູງຂຶ້ນໄປເຖິງລະດັບໃຫມ່.

ພາບ​ທີ່​ຖ່າຍ​ຈາກ​ທາງ​ໄກ​ສະ​ແດງ​ໃຫ້​ເຫັນໄຟປ່າ Caldor ກຳ​ລັງໄໝ້ປ່າ​ແຫ່ງ​ຊາດ​ Eldorado ໃນ​ລັດ​ຄາ​ລິ​ຟໍ​ເນຍ, ​ວັນ​ທີ 29 ສິງ​ຫາ, 2021.
ພາບ​ທີ່​ຖ່າຍ​ຈາກ​ທາງ​ໄກ​ສະ​ແດງ​ໃຫ້​ເຫັນໄຟປ່າ Caldor ກຳ​ລັງໄໝ້ປ່າ​ແຫ່ງ​ຊາດ​ Eldorado ໃນ​ລັດ​ຄາ​ລິ​ຟໍ​ເນຍ, ​ວັນ​ທີ 29 ສິງ​ຫາ, 2021.

ກຸ່ມດັ່ງກ່າວພົບວ່າປີ 2021 ເປັນປີ​ທີ່​ມີລະດູຮ້ອນທີ່ຮ້ອນທີ່ສຸດຢູ່​ໃນສະຖິຕິຂອງ​ຢູ​ໂຣບ. ມັນມີ​ຂຶ້ນ​ຕາມ​ຫລັງເດືອນເມສາທີ່ໜາວຜິດປົກກະຕິຈົນທໍາລາຍຜົນ​ລະ​ປູກທີ່​ເປັນຫມາກໄມ້ນັ້ນໄປ​ໝົດ​ຢູ່ໃນບາງປະເທດ, ລວມທັງຝຣັ່ງ ແລະຮັງກາຣີ.

ນັກວິທະຍາສາດກ່າວວ່າ ອຸນຫະພູມທີ່ສູງຂຶ້ນສາມາດເຮັດໃຫ້ອາກາດດູດເອົາຄວາມຊຸ່ມຊື່ນຫຼາຍຂຶ້ນ ແລະນໍາໄປສູ່ຝົນຕົກໜັກຫຼາຍສຸດ​ຂີດ. ປີກາຍນີ້ໄດ້ເກີດນໍ້າຖ້ວມຢູ່ຫຼາຍປະເທດໃນຢູໂຣບ, ລວມທັງເຢຍຣະມັນ, ແບລ​ຈ້ຽມ ແລະ ເນເທີແລນ.

ບັນດາ​ປະ​ເທດ​ທີ່​ລົງ​ນາມ​ໃນ​ສັນຍາ​ປາຣີ ປີ 2015 ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ພະຍາຍາມ​ຈຳກັດບໍ່​ໃຫ້​ອຸນຫະພູມ​ໂລກສູງ​ຂຶ້ນ​ເປັນ 1.5 ແຊ​ລ​ຊຽສ​ເກີນ​ກວ່າ​ລະ​ດັບອຸນຫະພູມ​ກ່ອນຍຸກ​ອຸດສາຫະກຳ​. ນັກວິທະຍາສາດກ່າວວ່າ ມັນຈະຊ່ວຍໃຫ້ໂລກຫຼີກລ້ຽງຜົນກະທົບທີ່ຮ້າຍແຮງທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດ.​

ອ່ານຂ່າວນີ້ເພີ້ມເປັນພາສາອັງ​ກິດ

XS
SM
MD
LG