ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະ​ຫະ​ພາບ​ຢູ​ໂຣ​ບ​ ​ລົງ​ໂທດ ​ຕໍ່​ ຣັດ​ເຊຍ ແລະ​ຊີ​ເຣຍ ທີ່​ທຳ​ການ​ໃຊ້ ອາ​ສຸດ​ເຄ​ມີ


ຕູບ​ຜ້າ​ຕັ້ງ​ທີ່ທຳ​ກາສັນ​ລະ​ສູດ ​ໄດ້ຫຸ້ມ​ມ້າ​ນັ່ງ ຂອງ​ທ່ານ​ເຊີ​ເກ ສະ​ກ​ຣີ​ປາ​ລ​ ແລະ​ລູກ​ສາວ​ຂອງ​ທ່ານ ນາງ​ຢູ​​ເລຍ ທີ່​ຖືກ​ພົບ​ເຫັນ, ​ຢູ່ເມືອງ​ໂຊ​ລ​ສ໌​ເບີ​​ຣີ, ອັງ​ກິດ, 8 ມີ​ນາ, 2018.
ຕູບ​ຜ້າ​ຕັ້ງ​ທີ່ທຳ​ກາສັນ​ລະ​ສູດ ​ໄດ້ຫຸ້ມ​ມ້າ​ນັ່ງ ຂອງ​ທ່ານ​ເຊີ​ເກ ສະ​ກ​ຣີ​ປາ​ລ​ ແລະ​ລູກ​ສາວ​ຂອງ​ທ່ານ ນາງ​ຢູ​​ເລຍ ທີ່​ຖືກ​ພົບ​ເຫັນ, ​ຢູ່ເມືອງ​ໂຊ​ລ​ສ໌​ເບີ​​ຣີ, ອັງ​ກິດ, 8 ມີ​ນາ, 2018.

ສະ​ຫະ​ພາບ​ຢູ​ໂຣ​ບ​ໄດ້ທຳການ​ລົງ​ໂທດ​ຕໍ່​ຫົວ​ໜ້າ​ສືບ​ລັບ​ທາງ​ທະ​ຫານ​ຂອງ ຣັດ​ເຊຍ
ກ່ຽວ​ກັບການ​ໂຈມ​ຕີ ດ້ວຍ​ແກັ​ສ​ທຳ​ລາຍ​ເສັ້ນ​ປະ​ສາດຕໍ່​ ອະ​ດີດ​ສາຍ​ລັບຣັດ​ເຊຍ​ທີ່
​ເຮັດ​ວຽກໃຫ້​ທັງສອງ​ຝ່າຍ ຢູ່​ອັງ​ກິດເມື່ອ​ປີ​ກາຍ​ນີ້.

ບັນ​ດາ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ສະ​ພາບ​ຢູ​ໂຣບ ໄດ້​ປະ​ຊຸມ​ກັນ​ຢູ່​ນະ​ຄອນບ​ຣັ​ສໂຊລສ໌
ໃນ​ວັນ​ຈັນ​ວານ​ນີ້ ​ໂດຍ​ລົງ​ໂທດໃນການ​ຫ້າມ​ເດີນ​ທາງແລະ​ກັກຊັບ​ສິນຂອງ​ຊາວ​ຣັດ​ເຊຍ
4 ​ຄົນ ຮວມ​ທັງ​ຫົວ​ໜ້າ ແລະ​ຮອງ​ຫົວ​ໜ້າ​ສືບ​ລັບ​ກອງ​ທັບ​ຣັດ​ເຊຍ ໃນ​ກາ​ນ​ໂຈມ​ຕີທ່ານ
​ເຊີ​ເກ ສະ​ກ​ຣີ​ປາ​ລ​ ແລະ​ລູກ​ສາວ​ຂອງ​ທ່ານ ນາງ​ຢູເລຍ.

ມົ​ສກູ​ບໍ່​ໄດ້​ໃຫ້​ຄວາມ​ສຳ​ຄັນໃນ​ການ​ລົງ​ໂທດດັ່ງ​ກ່າວ​ໂດຍ​ເວົ້າວ່າ ​ບໍ່​ມີ​ມູນ​ຄວາມ​ຈິງ.
ໂຄ​ສົກ​ວັງ​ເຄຣ​ມລິນ ທ່ານ​ເດີ​ມີ​ຕ​ຣີ ແພ​ສ​ກັອ​ຟ ໄດ້ກ່າວ​ວ່າ “ພວກ​ເຮົາ​ຍັງ​ບໍ່​ທັນ​ໄດ້​ຍິນ
ກ່ຽວ​ກັບຫລັກ​ຖານ​ໃດໆ”
​ຕໍ່ພວກ​ທີ່​ຖືກ​ກ່າວ​ຫາ.

ຖະ​ແຫຼງ​ການສະ​ບັບ​ນຶ່ງ​ຂອງ​ກະ​ຊວງ​ຕ່າງ​ປະ​ເທດ​ຣັດ​ເຊຍກ່າວ​ວ່າ “ພວກ​ເຮົາ​ມີ​ສິດ​ທີ່​
ຈະ​ເອົາມາດ​ຕະການ​ຕອບ​ໂຕ້ຕໍ່​ບາດ​ກ້າວທີ່​ບໍ່​ເປັນ​ມິດ​ດັ່ງ​ກ່າວນີ້.”

ຣັດ​ເຊຍ​ໄດ້​ປະ​ຕິ​ເສດຕໍ່​ການ​ກ່າວ​ຫາ​ທີ່ວ່າ ຕົນ​ຢູ່​ເບື້ອງ​ຫຼັງ​ການ​ໃຊ້​ແກັສ​ທຳ​ລາຍ​ປະ​ສາດ
ໂຈມຕີ​ທ່ານ​ສະ​ກ​ຣີ​ປາ​ລ​. ຜູ້​ຊາຍ​ຣັດ​ເຊຍ​ສອງ​ຄົນ​ ທີ່​ຖືກ​ກ່າວ​ຫາວ່າເປັນ​ຜູ້ໂຈມ​ຕີນັ້ນ
ໄດ້​ກ່າວ​ວ່າ​ ພວກເຂົາ​ເຈົ້າ​ແມ່ນ​ນັກ​ທ່ອ​ງ​ທ່ຽວ​ທີ່ບໍ່​ມີຄວາມ​ຜິດ.

“ການ​ລົງ​ໂທດໃໝ່ໃນມື້​ນີ້ ທີ່​ໄດ້ນຳ​ອອກ​ມາບັງ​ຄັບ​ໃຊ້ ​ເພື່ອ​ປະ​ຕິ​ບັດ​ຕາມ​ຄຳປະ​ຕິ​ຍານ​
ທີ່​ຈະ​ເອົາ​ມາດ​ຕະ​ການ​ຢ່າງ​ແຂງ​ຂັນ ຕໍ່​ການ​ກະ​ທຳ​ທີ່​ບໍ່​ມີ​ການ​ພິ​ຈາ​ລະ​ນາ​ໄຕ່​ຕອງ
ແລະ​ບໍ່​ມີຄວາມ​ຮັບ​ຜິດ​ຊອບ ​ຂອງ​ອົງ​ການ​ສືບ​ລັບ​ຣັດ​ເຊຍຫຼື GRU ທີ່​ພາ​ໃຫ້​ຊາວ​
ອັງ​ກິດ​ຜູ້​ບໍ່​ມີ​ຜິດຕົກ​ຢູ່​ໃນ​ອັນ​ຕະ​ລາຍ​ ໃນ​ເມືອງ​ໂຊ​ລ​ສ໌​ເບີຣີເມື່ອ​ປີ​ກາຍ​ນີ້,”
ນັ້ນ​ຄື​
ຄຳ​ເວົ້າ​ຂອງລັດ​ຖະ​ມົນ​ຕີ​ການຕ່າງ​ປະ​ເທດ​ອັງ​ກິດ ທ່ານ​ເຈີ​ເຣີ​ມີ ຮັນ ທີ່ໄດ້ກ່າວ​ໄວ້.

ບັນ​ດາ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ​ໃນ​ວັນ​ຈັນ​ວານ​ນີ້ ຍັງ​ໄດ້​
ທຳການ​ລົງ​ໂທດຕໍ່​ສູນ​ກາງ​ຄົ້ນ​ຄວ້າ​ຊີ​ເຣຍ ແລະ​ພະ​ນັກ​ງານ​ຂອງ​ສູນ​ກາງ​ດັ່ງ​ກ່າວ ​ທີ່ຖືກ
​ກ່າວ​ຫາວ່າ ​ໃຊ້​ອາ​ວຸດ​ເຄ​ມີ.

ບັນ​ດາ​ລັດ​ຖະ​ມົນ​ຕີໄດ້​ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ ການ​ລົງ​ໂທດ​ໃໝ່ນີ້​ແມ່ນເປັນ​ພາກ
​ສ່ວນ ​“ໃນຄວາມ​ພະ​ຍາ​ຍາມຂອງ​ສະ​ຫະ​ພາບ​ຢູ​ໂຣບ​ເພື່ອ​ຕໍ່​ຕ້ານ ການຂະ​ຫຍາຍ​ແລະ
​ນຳ​ໃຊ້ອາ​ວຸດ​ເຄ​ມີ ທີ່ເປັນໄພ​ຂົ່ມ​ຂູ່ທີ່​ເປັນ​ອັນ​ຕະ​ລາຍຕໍ່​ຄວາມ​ປອດ​ໄພ​ຂອງ​ນາໆ​ຊາດ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG