ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະພາບ ຢູໂຣບ ວາງມາດຕະການລົງໂທດຕໍ່ອົງກອນຕ່າງໆຂອງ ອີຣ່ານ ສຳລັບການນຳສົ່ງໂດຣນໃຫ້ ຣັດເຊຍ


ແຟ້ມພາບ - ຮູບທີ່ບໍ່ໄດ້ລະບຸວັນເວລານີ້ ໄດ້ຖືກເປີດເຜີຍໂດຍ ຜູ້ອຳນວຍການດ້ານການສື່ສານຍຸດທະສາດຂອງກອງທັບຢູເຄຣນ ທີ່ສະແດງໃຫ້ເຫັນຊິ້ນສ່ວນ ຂອງອັນທີ່ກີຢິບໄດ້ອະທິບາຍວ່າ ເປັນໂດຣນ ຊາເຮັດ ຂອງອີຣ່ານ ທີ່ໄດ້ຕົງລົງໃກ້ເມືອງ ກູປຽນສຄ໌ (Kupiansk) ຂອງຢູເຄຣນ.
ແຟ້ມພາບ - ຮູບທີ່ບໍ່ໄດ້ລະບຸວັນເວລານີ້ ໄດ້ຖືກເປີດເຜີຍໂດຍ ຜູ້ອຳນວຍການດ້ານການສື່ສານຍຸດທະສາດຂອງກອງທັບຢູເຄຣນ ທີ່ສະແດງໃຫ້ເຫັນຊິ້ນສ່ວນ ຂອງອັນທີ່ກີຢິບໄດ້ອະທິບາຍວ່າ ເປັນໂດຣນ ຊາເຮັດ ຂອງອີຣ່ານ ທີ່ໄດ້ຕົງລົງໃກ້ເມືອງ ກູປຽນສຄ໌ (Kupiansk) ຂອງຢູເຄຣນ.

ສະ​ຫະ​ພາ​ບ ຢູ​ໂຣບ ໄດ້​ຕົກ​ລົງ​ກັນ​ໃນ​ວັນ​ພະ​ຫັດ​ວານນີ້​ທີ່​ຈະ​ວາງ​ມາດ​ຕະ​ການ​ລົງ​ໂທດ​ໃໝ່​ຕໍ່​ອົງ​ກອນ​ຕ່າງໆ​ທີ່​ສະ​ໜອງ​ເຮືອ​ບິນບໍ່​ມີ​ຄົນ​ຂັບ ຫຼື ໂດ​ຣນ ຂອງ​ອີ​ຣ່ານ​ໃຫ້ ຣັດ​ເຊຍ ທີ່​ຖືກ​ໃຊ້​ເພື່ອ​ໂຈມ​ຕີ ຢູ​ເຄ​ຣນ.

ປະ​ທານ​ຂອງ ສະ​ຫະ​ພາບ​ ຢູ​ໂຣບ ປະ​ເທດ ເຊັກ ໄດ້​ປະ​ກາດ​ຂໍ້​ຕົກ​ລົງ​ໃນ​ທວິດ​ເຕີ​ເມື່ອ​ວັນ​ພະ​ຫັດ​ວານ​ນີ້, ເວົ້າ​ວ່າ​ມັນ​ໄດ້​ເກີດ​ຂຶ້ນ​ຫຼັງ​ຈາກ​ການ​ເຈ​ລະ​ຈາ​ສາມ​ວັນ​ກັບ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ພາບ ຢູ​ໂຣບ ແລະ ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ຕອນ​ບ່າຍ​ຂອງວັນ​ພະ​ຫັດ​ວານນີ້.

ເຂົາ​ເຈົ້າ​ໄດ້​ກ່າວ​ວ່າ ສະ​ຫະ​ພາບ ຢູ​ໂຣບ ຈະ​ຍຶດ​ຊັບ​ສິນ​ຂອງ​ສາມ​ບຸກ​ຄົນ ແລະ ນຶ່ງ​ອົງ​ກອນ “ທີ່​ຮັບ​ຜິດ​ຊ​ອບ​ສຳ​ລັບ​ການ​ນຳ​ສົ່ງ​ໂດ​ຣນ.

ເຂົາ​ເຈົ້າ​ໄດ້​ກ່າວ​ຕື່ມ​ວ່າ ສະ​ຫະ​ພາບ​ ຢູ​ໂຣບ ກໍ​ຍັງ​ໄດ້​ກະ​ກຽມ​ທີ່​ຈະ​ຂະ​ຫຍາຍ​ມາດ​ຕະ​ການ​ລົງ​ໂທດ​ຕໍ່​ໜ່ວຍ​ງານ​ຕ່າງໆ​ຂອງ ອີ​ຣ່ານ ທີ່​ຖືກ​ມາດ​ຕະ​ການ​ລົງ​ໂທດ​ກ່ອນ​ໜ້ານີ້.

ກອງ​ກຳ​ລັງ ຣັດ​ເຊຍ ໄດ້​ໃຊ້​ກາ​ນ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ເຂົາ​ເຈົ້າຫຼາຍ​ຂຶ້ນ ​ໃນ​ອາ​ທິດ​ທີ່​ຜ່ານ​ມາ​ທີ່​ບັນ​ດາ​ເຈົ້າ​ໜ້າ​ທີ່ ຢູ​ເຄ​ຣນ ໄດ້​ລະ​ບຸ​ວ່າ​ໄດ້​ໃຊ້ ໂດ​ຣນ ທີ່​ເຮັດ​ໂດຍ ອີ​ຣ່ານ ຕິດ​ດ້ວຍ​ລະ​ເບີດ ບິນເຂົ້າ​ຕຳ​ໃສ່​ເປົ້າ​ໝາຍ​ຕ່າງໆ​ຂອງ​ພວກ​ເຂົາ.

ອີ​ຣ່ານ ໄດ້​ປະ​ຕິ​ເສດ​ການ​ສະ​ໜອງ​ໂດ​ຣນ​ໃຫ້ ຣັດ​ເຊຍ ແລະ ຣັດ​ເຊຍ ໄດ້​ປະ​ຕິ​ເສດ​ການ​ໃຊ້​ມັນ​ໃນ ຢູ​ເຄ​ຣນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG