ສະຫະພາບຢູໂຣບຫຼືອີຢູ ໄດ້ກັກຊັບສິນຕ່າງໆຂອງພວກເຈົ້າ
ໜ້າທີ່ຂັ້ນສູງ 18 ທ່ານຂອງອະດີດລັດຖະບານຢູເຄຣນຮວມ
ທັງຂອງປະທານາທິບໍດີ Viktor Yanukovych ທີ່ໄດ້ຖືກໂຄ່ນ
ລົ້ມໄປນັ້ນ.
ກຸ່ມ 28 ປະເທດໃນຢູໂຣບດັ່ງກ່າວ ປະກາດລາຍຊື່ຂອງພວກ
ເຈົ້າໜ້າທີ່ທີ່ຕົກເປັນເປົ້າໝາຍໃນການລົງໂທດໃຫ້ຊາບ ໃນ
ຕອນເຊົ້າວັນພະຫັດມື້ນີ້ ຫຼັງຈາກບັນລຸການຕັດສິນໃຈໃນຄືນ
ແລ້ວ ເພື່ອລົງໂທດຕໍ່ພວກທີ່ຮັບຜິດຊອບໃນການສໍ້ໂກງ ກິນ
ເງິນຂອງລັດຖະບານນັ້ນ.
ລູກຊາຍຂອງທ່ານ Yanukovych ອະດີດລັດຖະມົນຕີກະຊວງຍຸຕິທຳແລະພວກລັດຖະ
ມົນຕີອື່ນໆ ໃນວົງການລັດຖະບານອີກຫຼາຍຄົນ ແມ່ນຮວມຢູ່ໃນຈຳພວກທີ່ຖືກກັກຊັບສິນ
ນັ້ນ. ທ່ານYanukovych ໄດ້ຫລົບໜີອອກຈາກຢູເຄຣນໄປໃນເດືອນແລ້ວນີ້ ຫຼັງຈາກປະ
ເຊີນກັບການປະທ້ວງຕ່າງໆມາ ກ່ຽວກັບການຕັດສິນໃຈຂອງທ່ານ ຮັບເອົາການຊ່ອຍເຫຼືອ
ດ້ານເສດຖະກິດຈຳນວນນຶ່ງຈາກຣັດເຊຍ ທີ່ໄດ້ກາຍເປັນເຫດການຮຸນແຮງທີ່ພາໃຫ້ມີຜູ້
ຄົນເສຍຊີວິດໄປນັ້ນ.
ໃນຂະນະດຽວກັນ ການດຳເນີນການທາງການທູດຂອງນາໆຊາດອີກຮອບໃໝ່ ທີ່ແນໃສ່
ການຜ່ອນຄາຍວິກິດການທາງທະຫານລົງ ໃນແຫລມ Crimea ຈະມີຂຶ້ນໃນວັນພະຫັດມື້
ນີ້. ບັນດາຜູ້ນຳຂອງບັນດາປະເທດໃນສະຫະພາບຢູໂຣບ ຈະພົບປະກັນໃນກຸງ Brussels
ເພື່ອພິຈາລະນາການລົງໂທດທີ່ເປັນໄປໄດ້ຕໍ່ ຣັດເຊຍນັ້ນ.
ທ່ານ John Kerry ລັດຖະມົນຕີຕ່າງປະເທດສະຫະລັດ ມີໝາຍກຳນົດທີ່ຈະພົບປະກັນ
ອີກກັບທ່ານSergei Lavrov ລັດຖະມົນຕີຕ່າງປະເທດຣັດເຊຍ ທີ່ກຸງໂຣມ ອີຕາລີໃນວັນ
ພະຫັດມື້ນີ້. ທ່ານ Kerry ໄດ້ທຳການໂອ້ລົມກັນມາຫຼາຍ ຄັ້ງກັບທ່ານ Sergei Lavrov,
ທ່ານ William Hague ລັດຖະມົນຕີຕ່າງປະເທດອັງກິດ ແລະທ່ານ Andriy Deshchyt
sia ລັດຖະມົນຕີຕ່າງປະເທດ ຮັກ ສາການຊົ່ວຄາວຂອງຢູເຄຣນ.
ທ່ານ Lavrov ແລະທ່ານ Deshchytsia ບໍ່ໄດ້ພົບກັນສອງຕໍ່ສອງ ລະຫວ່າງ ການເຈລະ
ຈາກັນຢ່າງກະທັນຫັນໃນມື້ວານນີ້ແລະທ່ານ Kerry ກ່າວວ່າ ທ່ານບໍ່ໄດ້ຄາດຫວັງໄວ້ລ່ວງ
ໜ້າ ທີ່ວ່າການພົບປະກັນນີ້ ຈະເກີດຂຶ້ນນັ້ນ.