ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ສະຫະພາບຢູໂຣບ ວາງມາດຕະການລົງໂທດ ຕໍ່ເບລາຣຸສ ຍ້ອນການບັງຄັບໃຫ້ເຮືອບິນປ່ຽນທິດທາງ ເພຶ່ອຈັບກຸມນັກຂ່າວ


ຕຳຫຼວດຂອງເບລາຣຸສ ກຳລັງຈັບກຸມ ນັກຂ່າວ ທ່ານຣາມານ ປຣາຕາເສວິຈ, ຢູ່ກາງ, ໃນນະຄອນຫຼວງ ມິງສ໌ ຊອງເບລາຣຸສ.
ຕຳຫຼວດຂອງເບລາຣຸສ ກຳລັງຈັບກຸມ ນັກຂ່າວ ທ່ານຣາມານ ປຣາຕາເສວິຈ, ຢູ່ກາງ, ໃນນະຄອນຫຼວງ ມິງສ໌ ຊອງເບລາຣຸສ.

ສະຫະພາບຢູໂຣບ ຫຼື EU ກຳລັງຮຽກຮ້ອງຕໍ່ບັນດາປະເທດສະມາຊິກໃຫ້ປິດ ນ່ານຟ້າແລະສະໜາມບິນຂອງຕົນທັງໝົດ ສຳລັບສາຍການບິນຂອງເບລາຣຸສ ຫຼັງຈາກທີ່ເບລາຣຸສ ໄດ້ບັງຄັບໃຫ້ເຮືອບິນອາຍພົ່ນໂດຍສານລຳນຶ່ງບິນລົງຈອດ ສຸກເສີນຢູ່ໃນນະຄອນຫຼວງມິງສ໌ ເມື່ອວັນອາທິດທີ່ຜ່ານມານີ້ ແລະໄດ້ຈັບກຸມນັກຂຽນທາງອິນເຕີເນັດ ຫຼື ບລອກເກີ ຝ່າຍຄ້າທີ່ໄດ້ຕ້ອງຕິລະບອບການປົກຄອງແບບຜະເດັດການ ຂອງປະທານາທິບໍດີ ອາເລັກແຊນເດີ ລູກາເຊັງໂກ.

ລິ້ງຂອງທວິດເຕີ້:
https://twitter.com/BarendLeyts/status/1396916367031476224?s=20

ສາຍການບິນຈຳນວນນຶ່ງໂດຍລວມມີ ແອຣ ຝຣັ່ງ, ລຸຟທັນຊາ ແລະສາຍການ ບິນສິງກະໂປ ຕ່າງກໍໄດ້ກ່າວວ່າ ພວກເຂົາຈະບໍ່ບິນຜານນ່ານຟ້າຂອງເບລາຣຸສ.

ອີຢູ ຍັງໄດ້ຮຽກຮ້ອງໃຫ້ສືບສວນສອບສວນໃນເຫດການທີ່ເກີດຂຶ້ນ ແລະພວມວາງມາດຕະການລົງໂທດ ຕໍ່ບັນດາເຈົ້າໜ້າທີ່ ຂອງເບລາຣຸສ ທີ່ມີສ່ວນຮັບຜິດ ຊອບສຳລັບການຫັນປ່ຽນເສັ້ນທາງການບິນ ຂອງເຮືອບິນດັ່ງກ່າວ.

ບັນດາສະມາຊິກສະພາຂອງລັດຖະບານເບລາຣຸສຫຼາຍຄົນ ແມ່ນຢູ່ພາຍໃຕ້ມາດຕະການລົງໂທດຂອງອີຢູ ຢູ່ແລ້ວ ພາຍຫຼັງຈາກການປາບປາມໃນປີກາຍນີ້ ເມື່ອເກີດບັນຫາຂັດແຍ້ງກ່ຽວກັບການເລືອກຕັ້ງປະທານາທິບໍດີໃນເດືອນສິງຫາ.

ສະຫະພາບຢູໂຣບ ຮວມທັງສະຫະລັດ ໄດ້ຮຽກຮ້ອງຕໍ່ລັດຖະບານຂອງທ່ານລູກາເຊັງໂກ ໃຫ້ປ່ອຍໂຕ ທ່ານຣາມານ ປຣາຕາເສວິຈ ອາຍຸ 26 ປີ ນັກຂຽນບລອກເກີ ຜູ້ທີ່ໄດ້ລີ້ໄພ ຢູ່ໃນປະເທດໂປແລນ.

ທ່ານປຣາຕາເສວິຈ ເປັນອະດີດບັນນາທິການ ຂອງຊ່ອງເທລາແກຣມ ເຊັ່ນ Nexta ແລະ Nexta Live, ໄດ້ຖືກຄວບຄຸມໂຕໂດຍຕໍາຫຼວດ ເມື່ອທາງການຂອງເບລາຣຸສ ໄດ້ເຂົ້າກວດຄົ້ນເຮືອບິນລຳດັ່ງກ່າວ. ລັດຖະບານມິງສ໌ ໄດ້ກ່າວວ່າ ທ່ານລູກາເຊັງໂກ ໄດ້ສັ່ງການໃຫ້ກຳລັງທະຫານຂອງທ່ານ ສົ່ງເຮືອບິນລົບ MiG-29 ຂຶ້ນໄປສະກັດເຮືອບິນໂດຍສານ ແລ້ວນຳພາເຮືອບິນລຳດັ່ງກ່າວ ລົງຈອດທີ່ສະໜາມບິນນະຄອນມິງສ໌.

ໃນພາບວີດີໂອທີ່ໄດ້ຖືກເປີດເຜີຍຢູ່ໃນໂທລະພາ ບຂອງທາງການເບລາຣຸສ ໃນວັນຈັນວານນີ້ ທ່ານປຣາຕາເສວິຈ ແມ່ນເຫັນວ່າ “ສາລະພາບຜິດ” ຕໍ່ຂໍ້ກ່າວຫາຕ່າງໆ ຂອງການມີຄວາມຮັບຜິດຊອບ ໃນຄວາມວຸ້ນວາຍທາງສັງຄົມ.

ທ່ານໄດ້ກ່າວວ່າ “ຂ້າພະເຈົ້າສາມາດເວົ້າໄດ້ວ່າ ຂ້າພະເຈົ້າບໍ່ມີບັນຫາທາງດ້ານສຸຂະພາບ….ຂ້າພະເຈົ້າສືບຕໍ່ໃຫ້ການຮ່ວມມືກັບບັນດາເຈົ້າໜ້າທີ່ສືບສວນ ແລະສາລະພາບວ່າ ໄດ້ມີສ່ວນຈັດແຈງໃຫ້ເກີດຄວາມວຸ້ນວາຍຂະໜາດໃຫຍ່ຢູ່ໃນນະ ຄອນມິງສ໌.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG