ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໖ ມິຖຸນາ ໒໐໒໓

ສະຫະພາບຢູໂຣບ ບັນລຸຂໍ້ຕົກລົງ ກ່ຽວກັບ ຂໍ້ມູນຜູ້ໂດຍສານ


ພວກທະຫານແບລຢ້ຽມ ຍ່າງລາດຕະເວນຢູ່ເດີ່ນເຮືອບິນນາໆ ຊາດ Zaventem ໃກ້ກັບນະຄອນ Brussels ທີ 21 ພະຈິກ 2015.

ບັນດາ​ລັດຖ​ະມົນຕີກະຊວງ​ພາຍ​ໃນ ສະຫະພາບຢູ​ໂຣບຫຼືອີຢູ
​ໄດ້​ບັນລຸ​ຂໍ້​ຕົກລົງທີ່ຈະ​ແບ່ງປັນ​ຂໍ້​ມູນຜູ້​ໂດຍສານ ຫລັງ​ຈາກ​ທີ່
ໄດ້ ມີ​ການສົນທະນາ​ ຫາລື​ກັນ ​ມາເປັນ​ເວລາຫຼາຍປີ ກ່ຽວ​ກັບ
ການ​ນຳ​ໃຊ້​ໂດຍ​ກຳລັງ​ຮັກສາ​ຄວາ​ມປອດ​ໄພ.

​ໃນ​ການ​ຖະ​ແຫຼງ​ຕໍ່​ບັນດາ​ນັກ​ຂ່າວ ​ທີ່​ນະຄອນ​ບ Brussels ​ໃນ
​ວັນ​ສຸກ​ວານ​ນີ້ ລັດຖະມົນຕີ​ພາຍ​ໃນ​ຂອງ Luxembourg ທ່ານ
Etienne Schneider ​ໄດ້​ປະກາດກ່ຽວ​ກັບ​ເລື້ອງນີ້ ​ຫຼັງ​ຈາກ​ກອງປະຊຸມສະມາຊິກສະພາຢູ​ໂຣບທີ່​ປະກອບ​ດ້ວຍ 28 ປະ​ເທດ.

ຂໍ້​ຕົກລົງ​ນີ້ອະນຸ​ຍາດໃຫ້​ບັນຊີ​ລາຍ​ຊື່​ຂອງຜູ້​ໂດຍສານຫຼື PNR
ຊຶ່ງ​ຮວມທັງ​ຂໍ້​ມູນ ການບິນທີ່​ທຸກໆ​ປະ​ເທດ​ສະມາຊິກ​ສະຫະພາບ​ຢູ​ໂຣບສາມາດ​ເຂົ້າ​ໄປ​
ເບິ່ງ​ໄດ້​ເປັນ​ເວລາ​ຫົກເດືອນ. ຫລັງ​ຈາກ​ນັ້ນ ລາຍ​ລະອຽດ​ຈະ​ນຳ​ໄປເກັບຮັກສາໄວ້​ອີກ​
ເປັນ​ເວລາ 4 ປີ​ເຄິ່ງ.

ກົດ​ລ​ະບຽບ​ໃໝ່ນີ້ຈະ​ຄຸ້ມຄອງ​ທຸກ​ຖ້ຽວບິນ​ ທີ່ບິນ​ເຂົ້າແລະ​ອອກ​ຈາ​ກສະຫະພາບຢູ​ໂຣບ
ພ້ອມ​ທັງ​ສາຍ​ການບິນ​ລະຫວ່າງ​ບັນດາ​ປະ​ເທດ​ຢູໂຣບດ້ວຍ​ກັນ.

ການ​ຖົກ​ຖຽງ​ກັນ​ກ່ຽວ​ກັບ​ການເກັບ​ຮັກສາ​ ​ແ​ລະ​ແບ່ງປັນ​ການ​ຊົມ​ໃຊ້ PNP ​ໄດ້​ຊັກ​ຊ້າ​ມາ​
ເປັນ​ເວລາ​ນານ ​ໃນ​ຂະນະ​ບັນດາ​ສະມາຊິກ​ສະພາຢູໂຣບດີ້ນ​ລົນ​ຊອກ​ຫາ​ຄວາມ​ກໍ້າ​ເກິ່ງ
ລະ​ຫວ່າງຄວາມ​ເປັນ​ຫ່ວງ​ດ້ານ​ຄວາມ​ປອດ​ໄພແລະຄວາມລັບ ​ສ່ວນ​ຕົວ.

​ໂດຍ​ສະ​ເພາະ​ຢ່າງ​ຍິງ ບັນດາ​ສະມາຊິກ​ສະພາ​ເຢຍຣະມັນ ​ແມ່ນ​ລະມັດລະວັງ ​ເປັນ​ພິ​ເສດ
​ກ່ຽວ​ກັບ​ການ​ເກັບ​ກຳ​ຂໍ້​ມູນ ຊຶ່ງ​ຍັງ​ສຳນຶກ​ເຖິງ​ການລະ​ເມີດ​ຢ່າງ​ຮ້າຍ​ແຮງ ​ແລະ​ການ​ເປີດ
​ເຜີຍ​ກ່ຽວ​ກັບ​ການ​ຕິດຕາມ​ສອດ​ແນມ​ຂອງ​ສະຫະລັດ.

ຫລັງ​ຈາກ​ພວກກໍ່​ການ​ຮ້າຍ​ໂຈມ​ຕີ​ທີ່​ປາຣີໃນ​ເດືອນ​ມັງກອນ​ແລະ​ເດືອນ​ພະຈິກ​ປີນີ້ ລັດ
ຖະບານ​ຝຣັ່ງ​ ແລະ​ປະ​ເທດ​ອື່ນໆ​ໄດ້​ເພີ້ມທະວີ​ການ​ກົດ​ດັນ​ຕໍ່​ ລັດຖະສະພາ​ຢູ​ໂຣບ​ເພື່ອ​
ໃຫ້​ຜ່ອນຜັນ​ກ່ຽວ​ກັບ​ເລື້ອງນີ້.

EU Passenger Data
please wait
Embed

No media source currently available

0:00 0:00:38 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG